ວຽກງານຂ່າວສານ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ເວົ້າລວມ, ເວົ້າສະເພາະກໍ່ຄື ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ໃນໄລຍະຜ່ານມາແມ່ນມີຜົນສຳເລັດໃນຫຼາຍດ້ານຕໍ່ກັບການປະຕິ ບັດໜ້າທີ່ການເມືອງຂອງຕົນເປັນຕົ້ນແມ່ນ: ສິດ, ໜ້າທີ່ ແລະພາລະບົດບາດ ຕໍ່ກັບການລົງເກັບກາໍຂ່າວສານການ ເຄື່ອນໄຫວຂອງ ສມປຊ. ສະນັ້ນ, ເພື່ອເຮັດໃຫ້ພະນັກງານ, ຄູ-ອາຈານທີ່ເຮັດວຽກກ່ຽວກັບວຽກງານຂ່າວສານການເມືອງ-ການປົກຄອງ ມີຄວາມຮູ້, ຄວາມສາມາດທາງດ້ານສີມືໃນການຂີດຂຽນໃຫ້ໃກ້ຄຽງກັບພາກສ່ວນອື່ນໆ ສະນັ້ນ, ທາງສູນຂໍ້ມູນຂ່າວສານ ໄດ້ໄປທັດສະນະແລກປ່ຽນບົດຮຽນ ຢູ່ ໜັງສືພິມປະຊາຊົນ ແລະ ກົມສື່ມວນຊົນ ປກສ ເພື່ອເປັນການຍົກລະດັບຄວາມຮູ້ຄວາມສາມາດ ແລະ ສ້າງຄວາມເຂັ້ມແຂງທາງດ້ານວຽກງານຂ່າວສານ ໃຫ້ແກ່ພະນັກງານ, ຄູ-ອາຈານ ຂອງສູນຂໍ້ມູນຂ່າວສານ ໃຫ້ມີຄວາມໜັກແໜ້ນການເຜີຍແຜ່ຂໍ້ມູນຂ່າວສານໃນຂົງເຂດການເມືອງ-ການປົກຄອງ. ເວົ້າລວມ, ເວົ້າສະເພາະແມ່ນຂ່າວສານການເຄື່ອນໄຫວຂອງບັນດາຫ້ອງການ, ກົມ, ຄະ ນະຕ່າງໆ ແລະສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ເພື່ອແນໃສ່ໃຫ້ມີເນື້ອໃນຄົບຖ້ວນ, ມີປະສິດທິພາບ, ທັນກັບເຫດການ ແລະຖືກຕ້ອງຕາມຫຼັກວິຊາການ.

ໃນການພົບປະແລກປ່ຽນບົດຮຽນຄັ້ງນີ້, ນຳພາຄະນະໂດຍ ທ່ານ ປທ ບຸນປັນ ສຸມຸນທອງ ຮອງຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ພ້ອມດ້ວຍຄະນະ 12 ທ່ານ ຊຶ່ງໄດ້ໄປທັດສະນະໃນວັນທີ 6 ສິງຫາ 2021 ເວລາ 8:30 ໂມງ ທັດສະນະແລກປ່ຽນບົດຮຽນຢູ່ ໜັງສືພິມປະຊາຊົນ ຊຶ່ງຜູ້ເຂົ້າຮ່ວມໄດ້ຮັບການຕ້ອນຮັບ ແລະຟັງການບັນລະຍາຍຈາກ ທ່ານ ວັນໄຊ ຕະວິນຍານ ຫົວໜ້າບັນນາທິການໜັງສືພິມປະຊາຊົນ ພ້ອມດ້ວຍຄະນະ ຊຶ່ງຜູ້ເຂົ້າຮ່ວມແລກປ່ຽນ ບົດຮຽນພາກທິດສະດີໂດຍສະເພາະແມ່ນບົດຮຽນກ່ຽວກັບການຊອກຫາແຫຼ່ງຂໍ້ມູນ, ການເກັບກໍາຂໍ້ມູນ, ຄັດຈ້ອນ, ສັງລວມຂໍ້ມູນ, ຫຼັກການຂຽນຂ່າວ, ການວິເຄາະຂ່າວ ແລະອື່ນໆ.

          ໃນວັນດຽວກັນ ເວລາ 13:30 ແມ່ນໄດ້ສືບຕໍ່ທັດສະນະສຶກສາຢູ່ ກົມສື່ມວນຊົນ ປກສ ຊຶ່ງໃຫ້ການຕ້ອນຮັບຂອງ ທ່ານ ພັອ ພອນສະຫວັນ ອຸດົມເພັດ ຮອງຫົວໜ້າກົມສື່ມວນຊົນ ປກສ ພ້ອມດ້ວຍຄະນະເພື່ອແລກປ່ຽນບົດຮຽນດ້ານເຕັກນິກການຖ່າຍວີດີໂອ, ການສຳເນົາວີດີໂອ, ເຕັກນິກການຕັດຕໍ່ວີດີໂອ ແລະຂຽນບົດຂ່າວອັດສຽງທ່ຽບໃສ່ວີດີໂອ.

        

ໃນລະຫວ່າງ ການພົບປະແລກປ່ຽນບົດຮຽນ ກົມສື່ມວນຊົນ ປກສ ໄດ້ນຳສະເໜີປະຫວັດຄວາມເປັນຂອງ ກົມສື່ມວນຊົນ ປກສ ທີ່ມີການເຕີບໃຫຍ່ຂະຫຍາຍຕົວຂອງໂທລະພາບ ປກສ ມີໜ້າທີ່ຕົ້ນຕໍ: ເປັນກະບອກສຽງ, ເປັນເຄື່ອງມືອັນແຫຼມຄົມຂອງພັກ, ຂອງກຳລັງປ້ອງກັນຄວາມສະຫງົບ, ແມ່ນເຄື່ອງມືດ້ານການເມືອງແນວຄິດ, ເປັນຜູ້ຈັດຕັ້ງໂຄສະນາ ປຸກລະດົມຂົນຂວາຍແບບຢ່າງທີ່ດີເດັ່ນ. ຊຶ່ງທັງສອງຝ່າຍໄດ້ແລກປ່ຽນດ້ານບົດຮຽນປະສົບການວຽກງານຂ່າວສານໂທລະພາບໃນການຖ່າຍວີດີໂອ ກ້າວໄປເຖິງການຕັດຕໍ່-ອັດສຽງທ່ຽບໃສ່ວີດີໂອ ແລະນໍາພາຢ້ຽມຊົມຫ້ອງເຮັດວຽກຂອງໂທລະພາບ ປກສ.

          ທ່ານ ປທ ບຸນປັນ ສຸມຸນທອງ ໄດ້ສັງລວມວ່າ: ການໄປທັດສະນະສຶກສາ ແລກປ່ຽນບົດຮຽນວຽກງານຂ່າວສານຄັ້ງນີ້ມີຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ: ວຽກງານຂ່າວສານ ແລະກໍ່ເຫັນວ່າວຽກງານດັ່ງກ່າວແມ່ນມີອັນໃໝ່ໆຫຼາຍດ້ານ ທີ່ຈະຕ້ອງໄດ້ນຳມາຜັນຂະຫຍາຍສູ່ວຽກງານຂ່າວສານ ຢູ່ ສມປຊ ໃຫ້ແທດເໝາະກັບສະພາບຄວາມເປັນຈິງ ໃນເງື່ອນໄຂປັດຈຸບັນ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ