ຂ່າວຫຼ້າສຸດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນສະຖາບັນກໍ່ສ້າງພະນັກງານປາຍເຊີ້ກວາງຊີ ສປ ຈີນ ເສີມຂະຫຍາຍການຮ່ວມມືດ້ານການສຶກສາອົບຮົມ ແລະ ການພັດທະນາພະນັກງານ ໜ່ວຍພັກຮາກຖານ ຄະນະປັດຊະຍາ-ຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ພິທີຮັບສະມາຊິກກຳມະບານໃໝ່ ຂອງໜ່ວຍກຳມະບານຮາກຖານ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ-ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ຄະນະຜູ້ແທນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມໂຄງການຮ່ວມມື ແລະ ແລກປ່ຽນດ້ານວັດທະນະທຳ-ສື່ມວນຊົນ ຢູ່ ສປ ຈີນ ກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ ລົງຊີ້ນຳ ແລະ ຊຸກຍູ້ວຽກງານປ້ອນຂໍ້ມູນໃສ່ລະບົບ TETH ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ສະພາວິທະຍາສາດ ຄະນະເສດຖະສາດການເມືອງ ແລະຄຸ້ມຄອງເສດຖະກິດ ເປີດກອງປະຊຸມສຳມະນາວິທະຍາສາດ ຫົວຂໍ້: “ສ້າງປະຖົມປັດໄຈ ເພື່ອຮອງຮັບໃຫ້ແກ່ການບໍລິການເສັ້ນທາງລົດໄຟ ລາວ-ຈີນ”

ໃນວັນພະຫັດ ວັນທີ 26 ສິງຫາ 2021 ຢູ່ທີ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ຫົວຂໍ້: “ສ້າງປະຖົມປັດໄຈ ເພື່ອຮອງຮັບໃຫ້ແກ່ການບໍລິການເສັ້ນທາງລົດໄຟ ລາວ-ຈີນ” ກອງປະຊຸມຄັ້ງນີ້ແມ່ນພາຍໃຕ້ການເປັນປະທານ ຂອງທ່ານ ຮສ ສະໝຸດທອງ ສົມພານິດ, ຮອງປະທານສະພາວິທະຍາສາດ, ຮອງຫົວສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ; ມີບັນດາຄະນະພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າຄະນະ, ຮອງຄະນະ,ມີບັນດານັກວິທະຍາສາດ ແລະພະນັກງານ-ຄູອາຈານ ເຂົ້າຮ່ວມທັງໝົດ 50 ກວ່າທ່ານ.…

ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ຈັດກອງປະຊຸມສຳມະນາວິທະຍາສາດ ຫົວຂໍ້: “ກໍ່ສ້າງຮາກຖານພັກ ຕິດພັນກັບການແກ້ໄຂຄວາມທຸກຍາກ”

ໃນຕອນເຊົ້າວັນຄານ ວັນທີ 17 ສິງຫາ 2021 ຢູ່ທີ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ ຫົວຂໍ້: “ກໍ່ສ້າງຮາກຖານພັກຕິດພັນກັບການແກ້ໄຂຄວາມທຸກຍາກ”, ກອງປະຊຸມຄັ້ງນີ້ແມ່ນພາຍໃຕ້ການເປັນປະທານ ຂອງທ່ານ ຮສ ພູວົງ ອຸ່ນຄຳແສນ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ; ດ້ານຜູ້ເຂົ້າຮ່ວມກອງປະຊຸມປະກອບມີບັນດາຄະນະພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າຄະນະ, ຮອງຄະນະ ແລະພ້ອມດ້ວຍພະນັກງານ, ຄູ-ອາຈານ ຈຳນວນ 100 ກວ່າທ່ານ…

ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ສະຫຼຸບ ວຽກງານພົວພັນຕ່າງປະເທດໃນໄລຍະ 5 ປີ

ວຽກງານພົວພັນຕ່າງປະເທດ ຂອງສະ​ຖາ​ບັນ​ການ​ເມືອງ ​ແລະການ​ປົກຄອງ​ແຫ່ງ​ຊາດ ​​ແມ່ນຍຶດໝັ້ນແນວທາງການຕ່າງປະເທດ ຂອງພັກປະຊາຊົນປະຕິວັດລາວ ຢ່າງສັນຕິພາບ, ເອກະລາດ, ມິດຕະພາບ ແລະການຮ່ວມມື ຢ່າງສະເໝີຕົ້ນສະເໝີປາຍ, ເປັນເຈົ້າການໃນການເຊື່ອມໂຍງກັບພາກພື້ນ ແລະສາກົນ ບົນພື້ນຖານເຄົາລົບເຊິ່ງກັນ ແລະກັນຕ່າງຝ່າຍຕ່າງມີຜົນປະໂຫຍດ. ໃນໄລຍະຜ່ານມາ ສະຖາບັນ​ການເມືອງ ແລະການປົກຄອງແຫ່ງຊາດ ມີການພົວພັນແລກປ່ຽນຄະນະຜູ້ແທນກັບສະຖາບັນການເມືອງ ແຫ່ງຊາດ ໂຮ່ຈີມິນ ສສ ຫວຽດນາມ, ສະຖາບັນການເມືອງເຂດ I ສສ ຫວຽດນາມ ແລະສະຖາບັນດິດວິທະຍາສາດ-ສັງຄົມ ແຫ່ງຊາດຫວຽດນາມ; ພົວພັນແລກປ່ຽນຄະນະຜູ້ແທນກັບໂຮງຮຽນພັກສູນກາງຂອງພັກກອມມູນິດຈີນ, ໂຮງຮຽນພັກແຂວງຢູນນານ…

ສະຖາບັນການເມືອງ ແລ ະການປົກຄອງແຫ່ງຊາດ ເຊື່ອມຊຶມ 6 ເອກະສານສໍາຄັນ ຂອງພັກ-ລັດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມ 6 ເອກະສານສໍາຄັນ ຂອງພັກ-ລັດ ໃນວັນທີ 10 ສິງຫາ 2021 ເຊິ່ງປະກອບມີ: 1). ມະຕິ ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່, 2). ມະຕິວ່າດ້ວຍການເພີ່ມທະວີ ການນຳພາຂອງພັກ ຕໍ່ວຽກງານວັດທະນະທໍາ ໃນໄລຍະໃໝ່, 3). ວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ ( 01 ກໍລະກົດ 1921-01 ກໍລະກົດ…

ຂ່າວອື່ນໆ