Month: August 2021

ບັນດາໜ່ວຍພັກຮາກຖານ ທີ່ຂຶ້ນກັບອົງຄະນະພັກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນ

ໃນລະຫວ່າງ ວັນທີ 26-30 ສິງຫາ, ທີ່ຫ້ອງປະຊຸມໃຫຍ່ຊັ້ນ 5 ຕຶກສູນຂໍ້ມູນຂ່າວສານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໄດ້ຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນ ໂດຍການເປັນປະທານຂອງ ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ເປັນປະທານໃຫ້ໜ່ວຍພັກຮາກຖານ ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ-ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ໜ່ວຍພັກຮາກຖານຄະນະເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ-ຄະນະລັດທິສັງຄົມນິຍົມວິທະຍາສາດ) ແລະສະຫາຍ…

ພິທີເຊັນບົດບັນທຶກການຮ່ວມມືການຄົ້ນຄວ້າວິທະຍາສາດ 4 ຝ່າຍ ແລະຜົນສຳເລັດກອງປະຊຸມສຳມະນາວິທະຍາສາດ ຫົວຂໍ້: ຄວາມໝັ້ນຄົງດ້ານການເມືອງ ເປັນພື້ນຖານແຫ່ງການພັດທະນາປະເທດຊາດ”.

ພິທີເຊັນບົດບັນທຶກການຮ່ວມມືການຄົ້ນຄວ້າວິທະຍາສາດ 4 ຝ່າຍ ເຊິ່ງປະກອບມີວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ; ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ; ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ແລະວິທະຍາຄານຕຳຫຼວດປະຊາຊົນ ຈຸດປະສົງການຮ່ວມມືໃນຄັ້ງນີ້ແມ່ນ ມາຈາກຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ, ການຮຽນ-ການສອນ ແລະການຄົ້ນຄວ້າວິທະຍາສາດ ແມ່ນແນໃສ່ໃຫ້ລະບົບການຮຽນ-ການສອນ ໃນແຕ່ລະສະຖາບັນ ນັບມື້ນັບອຸດົມສົມບູນ ແລະມີຄຸນນະພາບເພື່ອປະກອບສ່ວນຍົກສູງບົດບາດ ຂອງສະຖາບັນການສຶກສາແຫ່ງຊາດ ຢູ່ ສປປ ລາວ ໃຫ້ມີບາດກ້າວໃໝ່, ມີທັງປະລິມານ ແລະຄຸນນະພາບສູງຂຶ້ນໃນການຄົ້ນຄວ້າສິດສອນທິດສະດີ ແລະພຶດຕິກໍາໃນເງື່ອນໄຂໃໝ່ໃຫ້ກ້າວໄປສູ່ຄຸນນະພາບໃໝ່. ເຊິ່ງການປຶກສາຫາລືຕົກລົງຮ່ວມມື 4 ຝ່າຍ ໃນໄລຍະ 2021-2024…

ສະພາວິທະຍາສາດ ຄະນະເສດຖະສາດການເມືອງ ແລະຄຸ້ມຄອງເສດຖະກິດ ເປີດກອງປະຊຸມສຳມະນາວິທະຍາສາດ ຫົວຂໍ້: “ສ້າງປະຖົມປັດໄຈ ເພື່ອຮອງຮັບໃຫ້ແກ່ການບໍລິການເສັ້ນທາງລົດໄຟ ລາວ-ຈີນ”

ໃນວັນພະຫັດ ວັນທີ 26 ສິງຫາ 2021 ຢູ່ທີ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ຫົວຂໍ້: “ສ້າງປະຖົມປັດໄຈ ເພື່ອຮອງຮັບໃຫ້ແກ່ການບໍລິການເສັ້ນທາງລົດໄຟ ລາວ-ຈີນ” ກອງປະຊຸມຄັ້ງນີ້ແມ່ນພາຍໃຕ້ການເປັນປະທານ ຂອງທ່ານ ຮສ ສະໝຸດທອງ ສົມພານິດ, ຮອງປະທານສະພາວິທະຍາສາດ, ຮອງຫົວສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ; ມີບັນດາຄະນະພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າຄະນະ, ຮອງຄະນະ,ມີບັນດານັກວິທະຍາສາດ ແລະພະນັກງານ-ຄູອາຈານ ເຂົ້າຮ່ວມທັງໝົດ 50 ກວ່າທ່ານ.…

ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ຈັດກອງປະຊຸມສຳມະນາວິທະຍາສາດ ຫົວຂໍ້: “ກໍ່ສ້າງຮາກຖານພັກ ຕິດພັນກັບການແກ້ໄຂຄວາມທຸກຍາກ”

ໃນຕອນເຊົ້າວັນຄານ ວັນທີ 17 ສິງຫາ 2021 ຢູ່ທີ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ ຫົວຂໍ້: “ກໍ່ສ້າງຮາກຖານພັກຕິດພັນກັບການແກ້ໄຂຄວາມທຸກຍາກ”, ກອງປະຊຸມຄັ້ງນີ້ແມ່ນພາຍໃຕ້ການເປັນປະທານ ຂອງທ່ານ ຮສ ພູວົງ ອຸ່ນຄຳແສນ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ; ດ້ານຜູ້ເຂົ້າຮ່ວມກອງປະຊຸມປະກອບມີບັນດາຄະນະພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າຄະນະ, ຮອງຄະນະ ແລະພ້ອມດ້ວຍພະນັກງານ, ຄູ-ອາຈານ ຈຳນວນ 100 ກວ່າທ່ານ…

ຂ່າວອື່ນໆ