ໃນຕອນເຊົ້າວັນທີ 15 ຕຸລາ 2026, ກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ ໄດ້ລົງເຄື່ອນໄຫວແນະນຳ ແລະ ຊຸກຍູ້ວຽກງານການປ້ອນຂໍ້ມູນໃສ່ລະບົບ TETH (Higher Education Tracking System) ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ເພື່ອຍົກລະດັບປະສິດທິພາບ ແລະ ປະສິດທິຜົນການຄຸ້ມຄອງລັດ ໃນຂະແໜງການສຶກສາຊັ້ນສູງ ໃຫ້ກ້າວສູ່ຄວາມເປັນມືອາຊີບ ແລະ ທັນສະໄໝ.
ການລົງຕິດຕາມ ແລະ ຊຸກຍູ້ໃນຄັ້ງນີ້, ໃຫ້ກຽດລົງຕິດຕາມໂດຍ ທ່ານ ປອ ຄຳແກ້ວ ຫານຊະນະ ຮອງຫົວໜ້າກົມການສຶກສາຊັ້ນສູງ, ພ້ອມດ້ວຍຄະນະວິຊາການຈາກກະຊວງ; ໂດຍມີ ທ່ານ ປອ ພອນວິໄລ ພົມວຽງໄຊ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ພ້ອມດ້ວຍພະນັກງານ ທີ່ກ່ຽວຂ້ອງ ຂອງ ສມປຊ ໃຫ້ກຽດຕ້ອນຮັບ ແລະ ເຂົ້າຮ່ວມເຮັດວຽກຢ່າງພ້ອມພຽງ.
ໃນກອງປະຊຸມ, ຄະນະຮັບຜິດຊອບທັງສອງຝ່າຍໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດຕົວຈິງ, ຄວາມຄືບໜ້າ, ພ້ອມທັງແລກປ່ຽນຄຳຄິດຄຳເຫັນກ່ຽວກັບຄວາມສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆ ໃນການປ້ອນຂໍ້ມູນເຂົ້າໃນລະບົບ TETH ຊຶ່ງເປັນຖານຂໍ້ມູນຍຸດທະສາດ (Big Data) ທີ່ສຳຄັນຍິ່ງ ໃນການສ້າງລະບົບເກັບກຳສະຖິຕິ ແລະ ຂໍ້ມູນຂ່າວສານດ້ານການສຶກສາຊັ້ນສູງໃຫ້ມີຄວາມເປັນເອກະພາບ, ໂປ່ງໃສ ແລະ ສາມາດເຊື່ອມໂຍງກັນໄດ້ໃນທົ່ວປະເທດ.
ໃນໂອກາດລົງຊຸກຍູ້ຄັ້ງນີ້, ທ່ານ ປອ ຄຳແກ້ວ ຫານຊະນະ ໄດ້ເນັ້ນໜັກເຖິງຄວາມໝາຍ ແລະ ຄວາມສຳຄັນທາງດ້ານການເມືອງ-ຍຸດທະສາດ ຢ່າງເລິກເຊິ່ງວ່າ: “ວຽກງານການຫັນເປັນດີຈີຕອນໃນຂະແໜງການສຶກສາ ໂດຍສະເພາະການພັດທະນາລະບົບ TETH ບໍ່ແມ່ນພຽງແຕ່ການນຳໃຊ້ເຄື່ອງມືໄອທີທຳມະດາ, ແຕ່ມັນແມ່ນໜ້າທີ່ການເມືອງອັນສຳຄັນທີ່ມີລັກສະນະຕັດສິນຊີ້ຂາດ ຕໍ່ການຍົກລະດັບຄຸນນະພາບການຄຸ້ມຄອງບໍລິຫານລັດ, ເປັນການຮັບປະກັນຄວາມຖືກຕ້ອງ, ວ່ອງໄວ ແລະ ທັນທ່ວງທີ ເພື່ອຮັບໃຊ້ໃຫ້ແກ່ການວາງນະໂຍບາຍ ແລະ ຍຸດທະສາດການພັດທະນາຊັບພະຍາກອນມະນຸດ ຂອງພັກ ແລະ ລັດຖະບານ ໃນໄລຍະໃໝ່”. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄວາມບຸກບືນສູ້ຊົນ ແລະ ຄວາມຮັບຜິດ ຊອບສູງ ຂອງຄະນະນຳ ພ້ອມດ້ວຍພະນັກງານ-ຄູອາຈານ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທີ່ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍວຽກງານດັ່ງກ່າວຢ່າງຕັ້ງໜ້າ, ພ້ອມທັງໄດ້ໃຫ້ຄຳແນະນຳທາງດ້ານວິຊາການ ແລະ ວິທີແກ້ໄຂບັນຫາຂໍ້ຕິດຂັດຕ່າງໆ ເພື່ອໃຫ້ການປ້ອນຂໍ້ມູນດຳເນີນໄປຢ່າງດີ ແລະ ມີປະສິດທິພາບສູງສຸດ.
ຕາງໜ້າໃຫ້ແກ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ທ່ານ ປອ ພອນວິໄລ ພົມວຽງໄຊ ໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງ ຕໍ່ການຊີ້ນຳອັນໃກ້ຊິດ ແລະ ຄວາມເອົາໃຈໃສ່ຈາກກົມການສຶກສາຊັ້ນສູງ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ: ສມປຊ ຈະສືບຕໍ່ຍົກສູງສະຕິຄວາມຮັບຜິດຊອບທາງການເມືອງ, ເພີ່ມທະວີຄວາມສາມັກຄີ ແລະ ຄວາມເອົາໃຈໃສ່ ຂອງພະນັກງານວິຊາການ ເພື່ອເລັ່ງປ້ອນ ແລະ ກວດກາຂໍ້ມູນໃນລະບົບ TETH ໃຫ້ມີຄວາມຖືກຕ້ອງ, ຄົບຖ້ວນ ແລະ ທັນຕາມກຳນົດເວລາທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ, ປະກອບສ່ວນອັນສຳຄັນເຂົ້າໃນການຍົກລະດັບມາດຕະຖານການສຶກສາຊັ້ນສູງ ຂອງ ສປປ ລາວ ໃຫ້ກ້າວຂຶ້ນສູ່ຄຸນນະພາບໃໝ່ຢ່າງ ບໍ່ຢຸດຢັ້ງ.
