ໃນວັນທີ 11 ສິງຫາ 2021 ຢູ່ທີ່ສະໂມສອນເມືອງແປກ ແຂວງຊຽງຂວາງ ໄດ້ຈັດພິທີເປີດຊຸດຮຽນລະບົບຊັ້ນຕົ້ນຂຶ້ນ ພາຍໃຕ້ການເປັນປະທານຮວ່ມ ຂອງ ທ່ານ ໜໍບີ ຫາຕົງປາວ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ-ພະນັກງານ, ທ່ານ ຄຳຜຸຍ ໂນລາ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ, ມີທ່ານ ສິນທະວົງ ພິມມະວົງ ຮອງເລຂາພັກເມືອງ ປະທານກວດກາພັກເມືອງແປກ, ມີບັນດາຜູ້ຕາງໜ້າຈາກບັນດາຫ້ອງການ, ມີພະນັກງານ, ຄູ-ອາຈານ ແລະນັກສຶກສາຮຸ່ນເຂົ້່າຮ່ວມທັງໜົດ 55 ທ່ານ, ຍິງ 22 ທ່ານ, ພິທີດັ່ງກ່າວ ທ່ານ ປທ ຄໍາຜຸຍ ໂນລາ ໄດ້ຜ່ານແຜນການຈັດຕັ້ງປະຕິບັດໂຄງການຫຼັກສູດການຮຽນ-ການສອນລະບົບຊັ້ນຊັ້ນຕົ້ນ ຮຸ່ນ VII ປະຈຳປີ 2021.

ໂຄງການຫຼັກສູດການຮຽນ-ການສອນກໍ່ສ້າງລະບົບຊັ້ນຕົ້ນ ແມ່ນປະຕິບັດຕາມຫຼັກສູດຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະບັບເລກທີ 0585/ສມປຊ, ລົງວັນທີ່ 4 ສິງຫາ 2014 ເຊິ່ງປະກອບດ້ວຍວິຊາຮຽນ 9 ວິຊາຄື: ວິຊາປັດຊະຍາ, ວິຊາເສດຖະສາດການເມືອງ, ວິຊາຄຸ້ມຄອງເສດຖະກິດ, ວິຊາລັດທິສັງຄົມນິຍົມວິທະຍາສາດ, ວິຊາການເມືອງວິທະຍາ, ວິຊາທິດສະດີລັດ ແລະກົດໝາຍ, ວິຊາການປົກຄອງ, ວິຊາກໍ່ສ້າງພັກ, ວິຊາຂົນຂວາຍມະຫາຊົນ ລວມມີທັງໜົດ 15 ໜ່ວຍກິດ ເທົ່າກັບ 336 ຊົ່ວໂມງ ແລະເທົ່າກັບ 48 ວັນ (ວັນລັດຖະການ).

ໃນຕອນທ້າຍພິທີປະທານໄດ້ ມີຄຳເຫັນໂອ້ລົມຕໍ່ພິທີ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ນັກສຶກສາທີ່ເຂົ້້າຮຽນໃນຄັ້ງນີ້ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ, ປະຕິບັດລະບຽບຂອງໂຮງຮຽນວາງອອກຢ່າງເຂັ້ມງວດ, ສົນທະນາແລກປ່ຽນບົດຮຽນ ນຳຄູ-ອາຈານ ເພື່ອໃຫ້ເຂົ້້າໃຈເນື້ອໃນຂອງບົດຮຽນ ແລະສາມາດນຳໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.

ຂ່າວ-ພາບໂດຍ: ທ່ານ ຈັນເພັງ ນັນທະວົງ
ອາຈານໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ.
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ