ຂ່າວຫຼ້າສຸດ

ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງຈັດພິທີປ້ອງກັນບົດຈົບຂັ້ນ ໃຫ້ນັກສຶກສາທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ສະ​ຫາຍ ຫງວຽນ ມິງ ​ເຕິມ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ເຕັມແຫ່ງ ​ສ​ສ​ ຫວຽດ​ນາມ ພ້ອມ​ດ້ວຍ​ຄະ​ນະເດີນ​ທາງ​ມາ​ຢ້ຽມຢາມ​ ແລະ​ເຮັດ​ວຽກ​ຢູ່ໂຮງ​ຮຽນ​ການ​ເມືອງ ແລະ ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​​ບູ​ລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນໂຮງຮຽນພັກ ແຂວງກຸ້ຍໂຈ ສປ ຈີນ ເພື່ອແລກປ່ຽນບົດຮຽນ ແລະ ປຶກສາຫາລືແຜນການຮ່ວມມື ດ້ານການກໍ່ສ້າງພະນັກງານ-ສະມາຊິກພັກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ວິທະຍຸໂທລະພາບສູນກາງຈີນ CMG ປະຈຳລາວຮ່ວມຍົກລະດັບການຮຽນຮູ້ຜ່ານທັດສະນະ “ໂລກທັງໃບຄືຄອບຄົວດຽວ” ຜ່ານຮູບເງົາສາລະຄະດີ 8K “ຢູ່ນອກປ່ອງຢ້ຽມແມ່ນດາວເຄາະສີຟ້າ” ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນຈາກ ວິທະຍາໄລການປົກຄອງທ້ອງຖິ່ນ ມະຫາວິທະຍາໄລຂອນແກ່ນ ເພື່ອສືບຕໍ່ຮັດແໜ້ນການຮ່ວມມື ທາງດ້ານວິຊາການ ແລະ ການພັດທະນາຊັບພະຍາກອນມະນຸດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະເຫຼີມສະຫຼອງວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

         ເພື່ອເປັນການຫວນຄືນມວນເຊື້ອອັນພິລາດອາດຫານ ຂອງແມ່ຍິງລາວ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ສະເຫຼີມສະຫຼອງວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ໃນຕອນເຊົ້າຂອງວັນທີ 29 ກໍລະກົດ 2025 ທີ່ສະໂມສອນໃຫຍ່ ສມປຊ ໃນພິທີໃຫ້ກຽດເປັນປະທານ ຂອງທ່ານ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ, ມີທ່ານ ປອ ນ.…

ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ ຫົວ​ຂໍ້​: “ບົດ​ຮຽນການ​ສ້າງ​ເສດ​ຖະ​ກິດ​ເອ​ກະ​ລາດ​ເປັນ​ເຈົ້າ​ຕົນ​ເອງ​ຢູ່ 6 ແຂວງ​ພາກ​ເໜືອ”ທີ​່ແຂວງໄຊ​ຍະ​ບູ​ລີ

ໃນວັນ​ທີ 11 ກໍ​ລະ​ກົດ 2025 ຢູ່​ທີ່​ໂຮງ​ຮຽນການ​ເມືອງ ແລະ ການ​ປົກ​ຄອງ ແຂວງ​ໄຊ​ຍະ​ບູ​ລີ ໄດ້​ເປີດກອງ​ປະຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ ​ຫົວ​ຂໍ້: ”ບົດ​ຮຽນ​ການ​ສ້າງ​ເສດ​ຖະ​ກິດ​ເອ​ກະ​ລາດເປັນ​ເຈົ້າ​ຕົນ​ເອງ ຢູ່ 6 ແຂວງ​ພາກ​    ເໜືອ” ໂດຍໃຫ້​ກຽດ​ເປັນ​ປະ​ທານ ຂອງ​ທ່ານ ຮ​ສ ພູ​ວົງ​ ອຸ່ນ​ຄຳ​ແສນ, ​​ກຳ​ມະ​ການ​ສູນ​ກາງ​ພັກ, ເລ​ຂາ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກ, ຫົວ​ໜ້າ​ສະ​ຖາ​ບັນ​ການ​ເມືອງ ແລະ ກາ​ນ​ປົກ​ຄອງ​ແຫ່ງ​ຊາດ​. ມີທ່ານ ດວງ​ຕາ ໄຊ​ວຸດ ຮອງ​ເລ​ຂາ​ພັກ​ແຂວງ ຜູ້​ຊີ້​ນຳ​ວຽກ​ງານ​ແນວ​ຄິດ…

ພິທີປາຖະກະຖາ ສະເຫຼີມສະຫຼອງ 70 ປີ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ (14 ເມສາ 1955-14 ເມສາ 2025) ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

         ພິທີປາຖະກະຖາ ສະເຫຼີມສະຫຼອງວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ (ຄຊປປລ) ຄົບຮອບ 70 ປີ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 25 ກໍລະກົດ 2025 ທີ່ສະໂມສອນໃຫຍ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໂດຍໃຫ້ກຽດເປັນປະທານ ຂອງທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈຳພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີທ່ານ ປອ ນ. ດາວອນ ບຸດທະນຸວົງ…

ກອງປະຊຸມທາບທາມຮ່າງບົດລາຍງານການເມືອງ, ຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກ ແລະ ທາບທາມບຸກຄະລາກອນ ສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະໄໝທີ VI ຮອບທີ 2.

         ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດກອງປະຊຸມທາບທາມຮ່າງບົດລາຍງານການເມືອງ, ຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກ ສມປຊ ສະໄໝທີ V ແລະ ທາບທາມບຸກຄະລາກອນ ສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ ສມປຊ ສະໄໝທີ 6 ຮອບທີ 2 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 23 ກໍລະກົດ 2025 ທີ່ສະໂມສອນໃຫຍ່ ສມປຊ ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ຮສ ພູວົງ…

ຂ່າວອື່ນໆ