ເພື່ອເປັນການຫວນຄືນມວນເຊື້ອອັນພິລາດອາດຫານ ຂອງແມ່ຍິງລາວ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ສະເຫຼີມສະຫຼອງວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ໃນຕອນເຊົ້າຂອງວັນທີ 29 ກໍລະກົດ 2025 ທີ່ສະໂມສອນໃຫຍ່ ສມປຊ ໃນພິທີໃຫ້ກຽດເປັນປະທານ ຂອງທ່ານ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ, ມີທ່ານ ປອ ນ. ລຳພູນ ດວນສຸວັນ ຄະນະບໍລິຫານງານສູນກາງ ສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ສມປຊ ພ້ອມດ້ວຍຄະນະ ແລະໜ່ວຍຮາກຖານແມ່ຍິງ ທົ່ວ ສມປຊ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ປທ ນ. ບຸນມີ ຈຸນລະຈັກ ໄດ້ໃຫ້ກຽດບັນຍາຍຫວນຄືນມູນເຊື້ອວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ກໍຄືມູນເຊື້ອອັນດີງາມ, ມູນເຊື້ອພິລະອາດຫານ ແລະຜົນງານການປະກອບສ່ວນອັນໃຫຍ່ຫຼວງຂອງແມ່ຍິງລາວ ໃນພາລະກິດຕໍ່ສູ້ກູ້ຊາດ ແລະພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະ 70 ປີ ຜ່ານມາ (20/7/195520/7/2025) ທີ່ເອື້ອຍນ້ອງແມ່ຍິງໄດ້ເຂົ້າຮ່ວມຕໍ່ສູ້ຢ່າງພິລະອາດຫານ, ບໍ່ຍອມຈຳນົນ, ເສຍສະລະຊີວິດເລືອດເນື້ອ, ຄຽງບ່າຄຽງໄຫຼ່ກັບເພດຊາຍ, ຜ່ານຜ່າຄວາມຫຍຸ້ງຍາກ, ລຳບາກ, ລະອິດລະອ້ຽວ, ຂ້ຽວຂາດ ແລະຍືດເຍື້ອຍາວນານ, ມີຜົນງານບັນທຶກໄວ້ໃນໜ້າປະຫວັດສາດ ອັນສະຫວ່າງສະໄຫວຂອງຊາດ ແລະຂອງແມ່ຍິງໃນຫຼາຍໆດ້ານ, ໂດຍສະເພາະ ການດໍາເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ I-VIII; ສັງລວມຜົນງານການເຄື່ອນໄຫວ ຂອງສະຫະພັນແມ່ຍິງ ແຕ່ລະໄລຍະ ເປັນຕົ້ນການປະກອບສ່ວນຂອງແມ່ຍິງ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ໄລຍະ 1955-1975; ຜົນງານສະຫະພັນແມ່ຍິງ ໃນໄລຍະ ປີ 1976-2015; ຜົນງານພົ້ນເດັ່ນຂອງແມ່ຍິງລາວ ໄລຍະປີ 2016-2025 ຊຶ່ງໃນແຕ່ລະໄລຍະ, ອົງການຈັດຕັ້ງສະຫະພັນແມ່ຍິງລາວ ໄດ້ຖືສຳຄັນຕໍ່ການສຶກສາອົບຮົມການເມືອງແນວຄິດ, ປັບປຸງການຈັດຕັ້ງ, ປັບປຸງແບບແຜນວິທີນຳພາ ແລະ ວິທີເຮັດວຽກຂອງສະຫະພັນແມ່ຍິງແຕ່ລະຂັ້ນ; ຕັ້ງໜ້າຮໍ່າຮຽນ ແລະ ໝູນໃຊ້ແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກງານແມ່ຍິງ; ໂຄສະນາເຜີຍແຜ່ ແລະເສີມຂະຫຍາຍ 5 ຄຸນລັກສະນະ ທີ່ເປັນມູນເຊື້ອຂອງແມ່ຍິງລາວ. ສະຫະພັນແມ່ຍິງລາວ ໄດ້ກາຍເປັນກຳລັງແຮງທີ່ສຳຄັນ, ເປັນຜູ້ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ, ທັງເປັນຜູ້ຊຸກຍູ້ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ໃນທຸກຂົງເຂດວຽກງານ ແລະເປັນກຳລັງສໍາຄັນ ໃນການພັດທະນາເສດຖະກິດ-ສັງຄົມ, ການເມືອງ, ການສຶກສາ, ການຮັກສາວັດທະນະທຳ ແລະຮີດຄອງປະເພນີອັນດີງາມຂອງຊາດ ຄຽງຄູ່ກັບວຽກງານຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະຄັ້ງ ແລະມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ແຕ່ລະສະໄໝ ພາຍໃຕ້ຄຳຂວັນ, ຂໍ້ແຂ່ງຂັນ 3 ດີ ຕິດພັນກັບຂະບວນການແຂ່ງຂັນຮັກຊາດພັດທະນາ ແລະວຽກງານ 3 ສ້າງເຂົ້າສູ່ລວງເລິກ.

ຈາກການສະຫຼຸບຕີລາຄາຂະບວນການແຂ່ງຂັນ 3 ດີທ້າຍສະໄໝ (2021-2025) ມີສະມາຊິກສະຫະພັນແມ່ຍິງເຂົ້າຮ່ວມແຂ່ງຂັນໃນທົ່ວປະເທດ 1.501.298 ຄົນ (ກວມ 86,28%) ຂອງຈໍານວນສະມາຊິກສະຫະພັນແມ່ຍິງທັງໝົດ 1.739.856 ຄົນ, ຜ່ານການປະເມີນ 2 ໄລຍະ (2021-2024) ຄັດເລືອກໄດ້: ພົນລະເມືອງດີ 1.486.253 ຄົນ, ກວມ 98,99% ຂອງຜູ້ເຂົ້າຮ່ວມແຂ່ງຂັນທັງໝົດ; ພັດທະນາດີ 1.443.605 ຄົນ, ກວມ 96,15% ຂອງຜູ້ເຂົ້າຮ່ວມແຂ່ງຂັນທັງໝົດ; ສ້າງຄອບຄົວດີ 1.396.527 ຄົນ, ກວມ 93,02% ຂອງຜູ້ເຂົ້າຮ່ວມແຂ່ງຂັນທັງໝົດ; ຄັດເລືອກໄດ້ສະຫະພັນແມ່ຍິງ 3 ດີ ປະເພດ I ຈໍານວນ 1.313.004 ຄົນ, ກວມ 87,45%; ສະຫະພັນແມ່ຍິງ 3 ດີ ປະເພດ II ຈໍານວນ 147.031 ຄົນ, ກວມ 9,7%; ສະຫະພັນແມ່ຍິງ ບ້ານ 3 ດີ ຈໍານວນ 7.030 ບ້ານ, ກວມ 84,30% ຂອງຈໍານວນບ້ານທັງໝົດໃນທົ່ວປະເທດ; ສະຫະພັນແມ່ຍິງ ເມືອງ 3 ດີ ຈໍານວນ 148 ເມືອງ, ກວມ 100%; ສະຫະພັນ ແມ່ຍິງຮາກຖານ 3 ດີ ຈໍານວນ 2. 431 ຮາກຖານ ແລະ ໜ່ວຍກົມກອງ 3 ດີ ຈໍານວນ 4.931 ໜ່ວຍ. ພ້ອມກັນນັ້ນ, ໃນພິທີຍັງໄດ້ເສວະນາແລກປ່ຽນບົດ ຮຽນໃນການປະຕິບັດໜ້າທີ່ວຽກງານ ແລະການດຳລົງຊີວິດ ຂອງເອື້ອຍນ້ອງແມ່ຍິງ ເພື່ອຖ່າຍທອດໃຫ້ເອື້ອຍນ້ອງແມ່ຍິງນຳໄປເປັນແບບຢ່າງທີ່ດີໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ແລະການດຳລົງຊີວິດ.




ຂ່າວ/ພາບ ໂດຍ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ
ປະມວນຮູບພາບການເຄື່ອນໄຫວໃນພິທີ






































