ໃນວັນທີ 11 ກໍລະກົດ 2025 ຢູ່ທີ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມສຳມະນາວິທະຍາສາດ ຫົວຂໍ້: ”ບົດຮຽນການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ຢູ່ 6 ແຂວງພາກ ເໜືອ” ໂດຍໃຫ້ກຽດເປັນປະທານ ຂອງທ່ານ ຮສ ພູວົງ ອຸ່ນຄຳແສນ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ມີທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານແນວຄິດ ພະນັກງານ ແລະອົງການຈັດຕັ້ງມະຫາຊົນ, ມີແຂກຖືກເຊີນຈາກພະແນກການ-ກົມກອງ ອ້ອມຂ້າງແຂວງ, ມີນັກສຶກສາຂັ້ນຕົ້ນ ແລະຂັ້ນກາງ ພ້ອມດ້ວຍພະນັກງານຄູ-ອາຈານ ຢູ່ພາຍໃນໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊຍະບູລີ ກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ທ່ານ ປອ ສີສອນພັນ ບຸນສີ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊຍະບູລີ ກໍ່ໄດ້ຜ່ານບົດນຳຕໍ່ແຂກໃນກອງປະຊຸມວ່າ: ເພື່ອສືບຕໍ່ຍືດໝັ່ນແນວທາງ ຂອງພັກໃນການເຊີດຊູຄວາມເປັນເອກະລາດ ເປັນເຈົ້າຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃຫ້ມີຄວາມໜັກແໜ້ນເປັນແນວທາງພັດທະນາທີ່ເປັນພື້ນຖານຂອງພັກເຮົາ ໃນໄລຍະຫຼາຍກວ່າ 40 ປີຜ່ານມາ ພັກເຮົາໄດ້ວາງແນວທາງພັດທະນາ ຢູ່ບົນພື້ນຖານການຂຸດຄົ້ນນຳໃຊ້ກາລະໂອກາດ ແລະ ກຳລັງແຮງສັງລວມ ເພື່ອສ້າງບາດກ້າວບຸກທະລຸ ໃນການພັດທະນາ ຮັບປະກັນເຮັດໃຫ້ການເຕີບໂຕດ້ວຍຈັງຫວະທີ່ໝັ້ນທ່ຽງ, ຕໍ່ເນື່ອງ ແລະ ຮັບປະກັນການພັດທະນາມີຄວາມຍືນຍົງ. ໄປຕາມທິດພັດທະນາແບບຍືນຍົງ. ຈຸດພິເສດ ແລະທ່າແຮງ 6 ແຂວງພາກເໜືອ ໂດຍລວມມີຄວາມຄ້າຍຄືກັນ ເປັນຕົ້ນແມ່ນມີທີ່ດິນ, ແຫຼ່ງນ້ຳ, ແຮ່ທາດ, ສະພາບອາກາດມີຊາຍແດນຕິດຈອດກັບລາຊະອານາຈັກໄທ, ມີປະເທດມຽນມາ, ສປ ຈີນ ແລະ ສສ ຫວຽດນາມ, ມີດ່ານສາກົນຕິດຈອດກັບ 6 ແຂວງພາກເໜືອ ສະເພາະແຂວງໄຊຍະບູລີ ມີດ່ານສາກົນຈຳນວນ 4 ແຫ່ງ ມີລະບົບຄົມມະນາຄົມສາມາດເຊື່ອມຈອດກັບບັນດາແຂວງ ແລະປະເທດອ້ອມຂ້າງ ນັບມື້ສະດວກສະບາຍຂຶ້ນ ໂດຍສະເພາະແມ່ນມີເສັ້ນທາງລົດໄຟແລ່ນຜ່ານ, ມີບັນດາໂຄງການລົງທຶນໃຫຍ່ ຂອງພາຍໃນ ແລະ ຕ່າງປະເທດຫຼາຍແຫ່ງ ເປັນຕົ້ນແມ່ນການກໍ່ສ້າງເຂື່ອນໄຟຟ້າ, ໂຮງງານຜະລິດກະແສໄຟຟ້າ ເຂດເສດຖະກິດພິເສດແຂວງບໍ່ແກ້ວ, ເມືອງຫຼວງພະບາງ ເປັນເມືອງມໍລະດົກໂລກ ທີ່ມີພື້ນຖານວັດທະນະທຳອັນເກົ່າແກ່ ຂອງ ສປປ ລາວ ແລະມູນເຊື້ອວັດທະນະທຳອັນດີງາມທີ່ເປັນເອກກະລັກ ຂອງເຜົ່າໃນແຕ່ລະທ້ອງຖິ່ນ ລ້ວນແຕ່ເປັນພື້ນຖານທ່າແຮງທີ່ສຳຄັນ ຕໍ່ກັບການພັດທະນາເສດຖະກິດ-ສັງຄົມ.







ໃນຕອນທ້າຍກອງປະຊຸມ ທ່ານປະທານ ກໍໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມສຳມະນາວິທະຍາສາດ 6 ແຂວງພາກເໜືອວ່າ: ວຽກງານຄົ້ນຄວ້າວິທະຍາສາດ ໃນຂົງເຂດການເມືອງ-ການປົກຄອງ ແມ່ນວຽກງານໜຶ່ງທີ່ມີຄວາມສຳຄັນຕໍ່ກັບວຽກງານການເມືອງ-ແນວຄິດ ແລະທິດສະດີ ຂອງພັກ ເພື່ອຈັດຕັ້ງການຄົ້ນຄວ້າບູລະນະແນວທາງນະໂຍບາຍ ຂອງພັກໃຫ້ມື້ມີຄວາມສົມບູນຄົບຖ້ວນ ແລະສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ ແລະພັດທະນາທັກສະຂອງຖັນແຖວສະມະຊິກພັກ-ພະນັກງານ ໂດຍສະເພາະຜູ້ນຳພາຫຼັກແຫຼ່ງ ແຕ່ລະຂັ້ນໃຫ້ມີຄວາມສາມາດໃນການວິເຄາະ, ໄຈ້ແຍກ, ສັງລວມສະພາບການພາຍໃນ ທັງຮຽນຮູ້ຈາກປະສົບການເຄື່ອນໄຫວພຶດຕິກຳ ຂອງພັກ ແລະສັງຄົມ ເພື່ອກຳແໜ້ນບັນຫາໃໝ່ທີ່ ເລັ່ງທວງໃຫ້ມີການແກ້ໄຂວຽກງານ ຂອງພັກ-ລັດເຮົາ ໃນໄລຍະຜ່ານມາ. ເລີ່ມແຕ່ປີ 2020 ເປັນຕົ້ນມາ ເຫັນວ່າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະໂຮງຮຽນການເມືອງ-ການປົກຄອງ ຂັ້ນທ້ອງຖິ່ນ ກໍໄດ້ຈັດເປັນພາກ 6 ແຂວງພາກເໜືອ (ຫວຼງພະບາງ, ອຸດົມໄຊ, ຫຼວງນ້ຳທາ, ໄຊຍະບູລີ, ບໍ່ແກ້ວ ແລະ ຜົ້ງສາລີ) ມີການຜັດປ່ຽນກັນເປັນເຈົ້າພາບຈັດກອງປະຊຸມສຳມະນາຫົວຂໍ້ວິທະຍາສາດ ເຊິ່ງເປັນໜ້າທີ່ໜຶ່ງໃນການປະຕິບັດບົດບາດ ໃນການຄົ້ນຄວ້າທິດສະດີ ແລະພຶດຕິກຳ ຂອງການຈັດຕັ້ງປະຕິບັດແນວທາງນະໂຍບາຍ ຂອງພັກ ຕິດພັນກັບການຈັດຕັ້ງບຳລຸງ-ກໍ່ສ້າງພະນັກງານ, ສະມາຊິກພັກ ທີ່ເປັນເປົ້າໝາຍສືບທອດປ່ຽນແທນ ໃຫ້ມີຄວາມຮູ້ທິດສະດີການເມືອງຢ່າງເປັນລະບົບຢູ່ໃນໂຮງຮຽນ.
ຂ່າວ/ພາບ ໂດຍ: ວັດທະນາ ພັນລັກ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ
