
ພິທີປາຖະກະຖາ ສະເຫຼີມສະຫຼອງວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ (ຄຊປປລ) ຄົບຮອບ 70 ປີ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 25 ກໍລະກົດ 2025 ທີ່ສະໂມສອນໃຫຍ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໂດຍໃຫ້ກຽດເປັນປະທານ ຂອງທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈຳພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີທ່ານ ປອ ນ. ດາວອນ ບຸດທະນຸວົງ ເລຂາຄະນະບໍລິຫານງານຊາວໜຸ່ມສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະ ແລະສະມາຊິກຊາວໜຸ່ມ ພະນັກງານ, ຄູ-ອາຈານ ແລະນັກສຶກສາ ທົ່ວສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມກັນຢ່າງພ້ອມພຽງ.

ໃນພິທີດັ່ງກ່າວ ເພື່ອຍົກໃຫ້ເຫັນເຖິງຕົ້ນກຳເນີດ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະຊາວ ໜຸ່ມປະຊາຊົນປະຕິວັດລາວ ແຫ່ງການປະຕິວັດ ທີ່ໄດ້ເສຍສະຫລະຊີວິດ, ເລືອດເນື້ອ ພ້ອມອຸທິດເຫື່ອແຮງ ແລະສະຕິປັນຍາຂອງຄົນຮຸ່ນໜຸ່ມ ເພື່ອປະກອບສ່ວນເຂົ້າໃນພາລະກິດປະຕິວັດ ກໍຄືການຕໍ່ສູ້ກູ້ຊາດ ຊຶ່ງທ່ານ ປອ ດາວສະຫວັນ ເຄືອມີໄຊ ໄດ້ຍົກໃຫ້ເຫັນມູນເຊື້ອການເຕີບໃຫຍ່ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຕະຫລອດໄລຍະ 70 ປີຜ່ານມາ ເຊິ່ງເປັນມູນເຊື້ອທີ່ອາດຫານກ້າແກ່ນ ແລະສະຫງ່າລາສີ ເຊິ່ງຍາມໃດກໍຕິດພັນກັບມູນເຊື້ອຂອງຊາດ, ຂອງພັກ, ຂອງກໍາລັງປະກອບອາວຸດ, ຂອງທຸກຂະແໜງການ ແລະທ້ອງຖິ່ນ ເພາະວ່າທຸກຍຸກທຸກສະໄໝ ຊາວໜຸ່ມລາວ ແມ່ນມີບົດບາດຕັດສິນ ແລະເປັນກໍາລັງແຮງອັນໃຫຍ່ຫຼວງໃຫ້ແກ່ທຸກຍຸກທຸກສະໄໝ. ຕະຫຼອດ 7 ທົດສະວັດ ນັກຮົບສີຟ້າ ພາຍໃຕ້ຮົ່ມທຸງຂອງພັກ ກໍຄືການນຳພາ ຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ແບກຫາບພາລະກຳປະຫວັດສາດອັນຍິ່ງໃຫຍ່ ໃນແຕ່ລະໄລຍະທີ່ແຕກຕ່າງກັນ ແລະສາມາດປະຕິບັດພາລະກຳປະຫວັດສາດເຫຼົ່ານັ້ນໄດ້ຢ່າງສະຫງ່າງາມ. ພ້ອມກັນນັ້ນ, ທ່ານປະທານ ຍັງໄດ້ເນັ້ນໜັກວ່າ: ໃນຊຸມປີຕໍ່ໜ້າພັກ ຍິ່ງມີຄວາມຮັບຜິດຊອບອັນໜັກໜ່ວງ ໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ-ເງິນຕາ ລວມທັງຄວາມບອບບາງທາງດ້ານເສດຖະກິດມະຫາພາກ; ຄະນະບໍລິຫານງານຊາວໜຸ່ມ ຈະຕ້ອງໄດ້ເພີ່ມທະວີການສະກັດກັ້ນການປະຕິບັດນະໂຍບາຍຫັນປ່ຽນ ໂດຍສັນຕິ ຂອງພວກຄົນບໍ່ດີທີ່ຫວັງມ້າງເພລະບອບໃໝ່ຂອງພວກເຮົາດ້ວຍຫລາຍຮູບການ; ປະກົດການຫຍໍ້ທໍ້ໃນສັງຄົມ ນັບມື້ເກີດຂຶ້ນຢ່າງຕໍ່ເນື່ອງ, ການສຶກສາພົບກັບຄວາມຫຍຸ້ງຍາກ, ຄ່າຄອງຊີບນັບມື້ສູງຂຶ້ນ ແລະ ອື່ນໆ. ແຕ່ດ້ວຍມູນເຊື້ອຄວາມສາມັກຄີ ແລະຄວາມຕັດສິນໃຈຂອງຄະນະບໍລິຫານງານຊາວໜຸ່ມແຕ່ລະຂັ້ນ ໄດ້ສືບຕໍ່ປະກອບສ່ວນຍູ້ແຮງພາລະກິດປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ, ເຮັດໃຫ້ປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນສູ່ຈຸດໝາຍທີ່ກຳນົດໄວ້ ດ້ວຍການເສີມຂະຫຍາຍມູນເຊື້ອ ທາດແທ້ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ.
ໃນພິທີ ທ່ານປະທານ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ ແລະຜົນສຳເລັດ ທີ່ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຍາດມາໄດ້ຕະຫຼອດໄລຍະຜ່ານມາ ຊື່ງຊາວໜຸ່ມໄດ້ມີບົດບາດສຳຄັນໃນການຊ່ວຍຂັບເຄື່ອນການສ້າງສາ ແລະ ພັດທະນາປະເທດຊາດ, ຊາວໜຸ່ມໄດ້ຮຽນຮູ້ ແລະ ຮັບເອົາວິທະຍາສາດ, ເຕັກໂນໂລຊີ ມາພັດທະນາຕົນເອງ ແລະພັດທະນາປະເທດຢ່າງບໍ່ຢຸດຢັ້ງ. ສະນັ້ນ, ໃນໂອກາດນີ້ ຈຶ່ງໄດ້ຈັດພິທີມອບຫຼຽນກາທີ່ລະນຶກ ຊາວໜຸ່ມ 65 ປີ ໃຫ້ສະມາຊິກຊາວໜຸ່ມ ພະນັກງານ, ຄູ-ອາຈານ ຈຳນວນ 74 ທ່ານ, ຍິງ 34 ທ່ານ, ຍ້ອງຍໍຜົນງານ 5 ປີ ຈຳນວນ 77 ທ່ານ, ຍິງ 39 ທາ່ນ ແລະຍ້ອງຍໍຜົນງານ ປະເພດໃບຊົມເຊີຍ 14 ທ່ານ, ຍິງ ທ່ານ ແລະມອບໃບຢັ້ງຢືນ 4 ບຸກ ໃຫ້ຮາກຖານຊາວໜຸ່ມ ທົ່ວສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈໍານວນ 7 ຮາກຖານຊາວໜຸ່ມ.
ຂ່າວ/ພາບ ໂດຍ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ



































































































