ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດກອງປະຊຸມທາບທາມຮ່າງບົດລາຍງານການເມືອງ, ຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກ ສມປຊ ສະໄໝທີ V ແລະ ທາບທາມບຸກຄະລາກອນ ສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ ສມປຊ ສະໄໝທີ 6 ຮອບທີ 2 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 23 ກໍລະກົດ 2025 ທີ່ສະໂມສອນໃຫຍ່ ສມປຊ ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ, ພ້ອມດ້ວຍຄະນະພັກ, ຄະນະນຳ, ຕາງໜ້າຄະນະຈັດຕັ້ງສູນກາງພັກ ແລະສະມາຊິກພັກ ເຂົ້າຮ່ວມທົ່ວ ສມປຊ ທັງໝົດ ຈໍານວນ 175 ກວ່າທ່ານ.

         ໃນພິທີໄດ້ຮັບຟັງຮ່າງບົດລາຍງານການເມືອງ ຂອງຄະນະບໍລິຫານງານ ສມປຊ  ສະໄໝທີ 5 ​ແລະຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກ ສມປຊ ສະໄໝທີ 5. ເນື້ອໃນທັງສອງເອກະສານດັ່ງກ່າວ ໄດ້ຕີລາຄາສູງເຖິງຜົນງານການຈັດຕັ້ງປະຕິບັດວຽກງານການເມືອງ ໃນໄລຍະຜ່ານມາ, ພ້ອມທັງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ທີ່ຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ, ສະແດງໃຫ້ເຫັນສາເຫດຕ່າງໆ ແລະສະຫຼຸບສັງລວມ ຖອດຖອນເປັນບົດຮຽນ ໃຫ້ແກ່ການນຳພາຂອງຄະນະບໍລິຫານງານພັກ ສມປຊ ໃນໄລຍະຜ່ານມາ. ພ້ອມນີ້, ກອງປະຊຸມກໍໄດ້ຮັບຟັງການປະກອບຄໍາເຫັນ ຕໍ່ຮ່າງລາຍງານການເມືອງ ແລະບົດສໍາຫຼວດການນໍາພາ ຢ່າງມີວິໄສທັດທີ່ກວ້າງຂວາງ, ເລິກເຊິ່ງຈາກຜູ້ເຂົ້າຮ່ວມກອງປະຊຸມ.

       ໂອກາດນີ້, ປະທານກອງປະຊຸມ ໄດ້ເນັ້ນ​ໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງຍົກສູງສະຕິຄວາມຮັບຜິດຊອບ ແລະຄຳນຶງເຖິງຄວາມສຳຄັນ ຂອງການຕັດສິນໃຈໃນການເລືອກເອົາຄະນະບໍລິຫານງານພັກ ສມປຊ ຊຸດໃໝ່ ເຊິ່ງຈະເປັນຜູ້ນຳພາການເຄື່ອນໄຫວວຽກງານຂອງ ສມປຊ ໃນອີກ 5 ປີຕໍ່ໜ້າ ໂດຍສະເພາະ ຜູ້ທີ່ມີມາດຖານເງື່ອນໄຂ, ຄວາມຮູ້ຄວາມສາມາດ, ມີວິໄສທັດ, ມີຄວາມເປັນຜູ້ນຳ ແລະໃຫ້ປະຕິບັດກົດລະບຽບ, ຂັ້ນຕອນຕ່າງໆ ທີ່ທາງຄະນະຄວບຄຸມການປ່ອນບັດແນະນໍາຢ່າງເຂັ້ມງວດ. ຈາກ​ນັ້ນ, ກອງ​ປະຊຸມ​ຍັງໄດ້ດໍາເນີນການປ່ອນບັດທາບທາມ ເອົາບຸກຄະລາກອນສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ສມປຊ ສະໄໝທີ 6 ຮອບທີ 2 ຊຶ່ງມີລາຍຊື່ຜູ້ສະໝັກຈໍານວນ 15 ສະຫາຍ ເລືອກເອົາ 12 ສະຫາຍ ເພື່ອເຂົ້າຄັດເລືອກໃນກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ສມປຊ ທີ່ຈະຈັດຂຶ້ນໃນມໍ່ໆນີ້.

​​ຂ່າວ/ພາບ ​ໂດຍ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ

ຂ່າວອື່ນໆ