ຂ່າວຫຼ້າສຸດ

ພິທີປິດຊຸດຝຶກອົບຮົມ ຫົວຂໍ້ສະເພາະ ສໍາລັບເລຂາພັກເມືອງ ທົ່ວປະເທດ ຊຸດທີ IX ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນສະຖາບັນກໍ່ສ້າງພະນັກງານປາຍເຊີ້ກວາງຊີ ສປ ຈີນ ເສີມຂະຫຍາຍການຮ່ວມມືດ້ານການສຶກສາອົບຮົມ ແລະ ການພັດທະນາພະນັກງານ ໜ່ວຍພັກຮາກຖານ ຄະນະປັດຊະຍາ-ຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ພິທີຮັບສະມາຊິກກຳມະບານໃໝ່ ຂອງໜ່ວຍກຳມະບານຮາກຖານ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ-ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ຄະນະຜູ້ແທນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມໂຄງການຮ່ວມມື ແລະ ແລກປ່ຽນດ້ານວັດທະນະທຳ-ສື່ມວນຊົນ ຢູ່ ສປ ຈີນ

ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນໍ້າທາ ເປີດຊຸດຮຽນ ທິດສະດີການເມືອງ-ການປົກຄອງ ລະບົບ 45 ວັນ ຊຸດທີ II ຂົງເຂດສຶກສາທິການ ແລະກິລາ

ເພື່ອ​ປະຕິບັດ​ເນື້ອ​ໃນ 4 ບຸກທະລຸ ຂອງ​ພັກ​ວາງ​ອອກ​ໃຫ້​ປະກົດ​ຜົນ​ເປັນ​ຈິງ​ເທື່ອ​ລະ​ກ້າວ ໃນ​ນັ້ນ, ​ແມ່ນ​ການ​ບຸກທະລຸທາງ​ດ້ານ​ຈິນຕະນາການ ​ແລະ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ ​ໃຫ້​ຮັບ​ຮູ້​ທາງ​ດ້ານ​ທິດ​ສະ​ດີ​ມາກ-​ເລ​ນິນ ​ໃຫ້​ແກ່​ພະນັກງານ; ສະມາຊິກ​ພັກ ທີ່​ເປັນ​ເປົ້າໜາຍ​ທົດ​ແທນ ​ໃນ​ສະ​ເພາະ​ໜ້າ ​ແລະ​ຍາວ​ນານ. ປະຕິບັດ​ຕາມ​ທິດ​ຊີ້​ນຳ ຂອງ​ຄະນະ​ປະຈຳ​ພັກ​ແຂວງ ​ໃນ​ການ​ກໍ່ສ້າງ, ບຳລຸງ​ພະນັກງານ, ​ສະມາຊິກ​ພັກ​ໃຫ້​ຮັບ​ຮູ້, ​ເຂົ້າ​ໃຈ​ທິດ​ສະ​ດີ​ມາກ-​ເລ​ນິນ, ​ແນວ​ຄິດ​ ປະທານ ​ໄກສອນ ພົມວິຫານ, ​ເຮັດ​ໃຫ້​ພະນັກງານ​, ສະມາຊິກ​ພັກ​ ມີ​ຄວາມ​ເປັນ​ເອກະ​ພາບ​ກັບ​ອຸດົມ​ການ, ແນວທາງ​ຂອງ​ພັກ ແລະຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່ ຂອງ​ຕົນຢ່າງ​ມີ​ປະສິດທິ​ຜົນ. ​ໃນວັນ​ທີ…

ກອງປະຊຸມສໍາມະນາວິທະຍາສາດ ຫົວຂໍ້ “ແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກງານຊາວໜຸ່ມ”.

ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສົມທົບກັບສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຈັດກອງປະຊຸຸມສໍາມະນາວິທະຍາສາດຂຶ້ນ ໃນວັນທີ 14 ມິຖຸນາ 2022 ທີ່ຫ້ອງປະຊຸມ ຊັ້ນ 3 ສູນກາງຊາວໜຸ່ມປະຊາຊົນປິຕິວັດລາວ ພາຍໃຕ້ຫົວຂໍ້ “ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານຊາວໜຸ່ມ” ໃຫ້ກຽດເປັນຄະນະປະທານຊີ້ນໍາກອງປະຊຸມໂດຍ: ສະຫາຍ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດສະດີສູນກາງພັກ, ທີ່ປຶກສາຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ສະຫາຍ ຮສ.…

ຄະນະບໍລິຫານງານຊາວໜຸ່ມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທັດສະນະສຶກສາ ກົມຄື້ນຄວາມຖີ່ວິທະຍຸສື່ສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ

ວັນທີ 10 ມິຖຸນາ 2022 ທີ່ກົມຄື້ນຄວາມຖີ່ວິທະຍຸສື່ສານ ເຂດດົງໂພສີ ຄະນະບໍລິຫານງານຊາວໜຸ່ມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍສະມາຊິກ ຈໍານວນ 45 ສະຫາຍ ໄດ້ເຂົ້າໄປຢ້ຽມຢາມແລກປ່ຽນບົດຮຽນກ່ຽວກັບວຽກງານຊາວໜຸ່ມ ນໍາຄະນະບໍລິຫານງານຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະການສື່ສານ, ຫຼັງຈາກນັ້ນຄະນະທັງສອງກໍໄດ້ເຂົ້າເຮັດວຽກຮ່ວມກັນທີ່ຫ້ອງປະຊຸມໃຫຍ່ ຊັ້ນ 3 ຂອງກົມຄື້ນຄວາມຖີ່. ໂດຍເປັນກຽດເຂົ້າກຽດເຂົ້າຮ່ວມ ຂອງ ສະຫາຍ ປອ ສັນຕິສຸກ ສີມມາລາວົງ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຂ່ຳນັບຮັບຕ້ອນ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ພົບປະຢ້ຽມຢາມ

ໃນວັນທີ 9 ມິຖຸນາ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ໂອ້ລົມ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂດຍການຕ້ອນຮັບຢ່າງອົບອຸ່ນຈາກສະຫາຍ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະພັກ, ຄະນະນຳ, ພະນັກງານ-ຄູອາຈານ…