ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສົມທົບກັບສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຈັດກອງປະຊຸຸມສໍາມະນາວິທະຍາສາດຂຶ້ນ ໃນວັນທີ 14 ມິຖຸນາ 2022 ທີ່ຫ້ອງປະຊຸມ ຊັ້ນ 3 ສູນກາງຊາວໜຸ່ມປະຊາຊົນປິຕິວັດລາວ ພາຍໃຕ້ຫົວຂໍ້ “ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານຊາວໜຸ່ມ” ໃຫ້ກຽດເປັນຄະນະປະທານຊີ້ນໍາກອງປະຊຸມໂດຍ: ສະຫາຍ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດສະດີສູນກາງພັກ, ທີ່ປຶກສາຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ສະຫາຍ ຮສ. ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກ, ຜູ້ປະຈໍາການຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ; ນອກຈາກນີ້ ຍັງມີບັນດາ ທ່ານອະດີດການນໍາຂອງສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ຄະນະພັກ, ຄະນະນໍາ, ພະນັກງານ, ຄູ-ອາຈານ ຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຕົວແທນຈາກຄະນະຊາວໜຸ່ມບັນດາກະຊວງ, ອົງການ, ນະຄອນຫຼວງ ແລະສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ເຂົ້າຮ່ວມທັງໝົດ 135 ກວ່າຄົນ.

       ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ກໍແມ່ນເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍ ມະຕິຂອງກົມການເມືອງສູນກາງພັກເລກທີ 058/ກມສພ, ລົງວັນທີ 13/12/ 2018 ວ່າດ້ວຍການຄົ້ນຄ້ວາແນວ​ຄິດ​ໄກສອນ ພົມວິຫານ, ທັງເປັນການຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆ ເປັນຕົ້ນແມ່ນ: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ, ວັນສ້າງຕັ້ງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ, ວັນເດັກນ້ອຍສາກົນຄົບຮອບ 98 ປີ, ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 42 ປີ ແລະພ້ອມທັງເປັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ປະຊາຊົນ ປະຕິວັດລາວ ທົ່ວປະເທດ ຄັ້ງທີ VIII.

       ໃນຄໍາເຫັນກ່າວເປີດກອງປະຊຸມສໍາມະນາ ສະຫາຍ ສົມສະຫວາດ ເລັ່ງສະຫວັດ ໄດ້ເນັ້ນໜັກວ່າ “ພັກເຮົາຖືວ່າຊາວໜຸ່ມ ເປັນແຂນຂົວຂອງພັກ, ເປັນກະດູກສັນຫຼັງຂອງຊາດ, ເປັນນົກອິນຊີບໍ່ຫວັ່ນໄຫວຕໍ່ຜະຍຸລົມແດງ ເປັນສິນໄຊຂອງຍຸກສະໄໝ່”.ໃນຕະຫຼອດໄລຍະຜ່ານມາຊາວໜຸ່ມລາວບັນດາເຜົ່າ ໄດ້ມີຄວາມເສຍສະຫຼະ, ອຸທິດເລືອດເນື້ອເຫື່ອແຮງ, ສະຕິປັນຍາ ເພື່ອປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ ກໍຄືພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ.

       ຈາກນັ້ນ, ສະຫາຍ ມອນໄຊ ລາວມົວຊົ່ງ ໄດ້ສະເໜີບົດນໍາຂອງກອງປະຊຸມ ໂດຍຍົກໃຫ້ເຫັນ “ປະທານ ໄກສອນ ພົມວິຫານເປັນຜູ້ກໍ່ຕັ້ງ ແລະນໍາພາ-ຊີ້ນໍາ ວຽກງານອົງການຈັດຕັ້ງມະຫາຊົນ ເວົ້າລວມເວົ້າສະເພາະ ແມ່ນອົງການຈັດຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຍາມໃດເພິ່ນກໍໄດ້ເອົາໃຈໃສ່ຢ່າງຈົດຈໍ່ຕໍ່ກັບວຽກງານດັ່ງກ່າວ ເພິ່ນຖືວ່າຊາວໜຸ່ມ ແມ່ນພາກ ສ່ວນໜຶ່ງທີ່ສຳຄັນຍິ່ງ, ສຳຄັນແທ້ ໃນດ້ານວຽກງານປະຕິວັດ ຕະຫຼອດໄລຍະ ຂອງປະຫວັດສາດ-ສັງຄົມມະນຸດ ບໍ່ວ່າສັງຄົມໃດກໍຕາມ ຊາວໜຸ່ມແມ່ນເປັນກໍາລັງຕົ້ນ ຕໍໃນທຸກວຽກງານ ເຊິ່ງມີຄວາມໝາຍຕັດສິນຊະຕາກຳ ແລະອະນາຄົດ ຂອງສັງຄົມນັ້ນໆ ເພາະວ່າຊາວໜຸ່ມທັງເປັນກຳລັງການຜະລິດຕົ້ນຕໍທັງແມ່ນຜູ້ສືບທອດມໍລະດົກຂອງຄົນຮຸ່ນກ່ອນ,ໃນທຸກສະໄໝ, ບໍ່ວ່າຊາດໃດ, ບໍ່ວ່າຢູ່ປະເທດໃດ, ຊາວໜຸ່ມກໍເປັນກໍາລັງໃຫຍ່ຫຼວງ ແລະເຂັ້ມແຂງກວ່າເພິ່ນໝົດ, ດັ່ງນັ້ນ ຈຶ່ງເປັນຜູ້ແບກຫາບສຸດທີ່ໜັກກວ່າເພິ່ນ ຂອງໜ້າທີ່ປະຫວັດສາດຂອງຊາດນັ້ນ, ຂອງສະໄໝນັ້ນ, ເຊິ່ງປະທານ ໄກສອນ ພົມວິຫານ ໄດ້ເວົ້າວ່າ “ບົດບາດປະຫວັດສາດຂອງສະມາຊິກຊາວໜຸ່ມ ແມ່ນໜັກໜ່ວງ ແລະສໍາຄັນທີ່ສຸດ, ແຕ່ພ້ອມກັນນັ້ນກໍມີກຽດສະຫງ່າງາມທີ່ສຸດ, ເພາະວ່າຊາວໜຸ່ມໃນປັດຈຸບັນ ບໍ່ພຽງແຕ່ເຮັດໜ້າທີ່ຕໍ່ຊາດ, ມັນຍັງມີໜ້າທີ່ຕໍ່ສາກົນອີກດ້ວຍ”.

         ໂດຍປະຕິບັດຕາມວາລະຂອງກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການນໍາສະເໜີ 7 ຫົວຂໍ້ຍ່ອຍ ເຊັ່ນ: ແນວຄິດໄກສອນພົມວິຫານກ່ຽວກັບຊາວໜຸ່ມ, ແນວຄິດໄກສອນພົມວິຫານກ່ຽວກັບພັກນໍາພາສຶກສາອົບຮົມຊາວໜຸ່ມ, ການຈັດຕັ້ງຊາວໜຸ່ມ ແລະຂະບວນການຊາວໜຸ່ມ, ແນວຄິດໄກສອນພົມວິຫານກ່ຽວກັບຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ, ແນວຄິດໄກສອນພົມວິຫານກ່ຽວກັບວຽກງານຂະບວນການຊາວໜຸ່ມ ປະຊາຊົນປະຕິວັດລາວ, ແນວຄິດໄກສອນພົມວິຫານກ່ຽວກັບບົດບາດປະຈັນບານ ແລະປະດິດສ້າງຂອງຊາວໜຸ່ມ, ແນວຄິດໄກສອນພົມວິຫານກ່ຽວກັບແບບແຜນດຳລົງຊີວິດ ຂອງຊາວໜຸ່ມໃນເງື່ອນໄຂໃໝ່, ແນວຄິດໄກສອນພົມວິຫານກ່ຽວກັບການກໍ່ສ້າງ,ບຳລຸງຖັນແຖວພະນັກງານໜຸ່ມ. ເຊິ່ງໄດ້ຍົກໃຫ້ເຫັນເນື້ອໃນອັນອຸດົມສົມບູນ ຂອງແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານຊາວໜຸ່ມ; ການຄົ້ນຄວ້າ ແລະປະກອບຄໍາເຫັນໃນແຕ່ລະບັນຫານັ້ນ ແມ່ນພວກເຮົາໄດ້ມີຄວາມພະຍາຍາມອະທິບາຍ, ຢືນຢັນໃຫ້ເຫັນເຖິງແນວຄິດຊີ້ນໍາ ຂອງປະທານ ໄກສອນ ພົມວິຫານ ທີ່ຍັງສອດຫ້ອຍ ແລະຊີ້ນໍາການເຄື່ອນໄຫວຕົວຈິງ ຂອງວຽກງານຊາວໜຸ່ມ ແລະບົດບາດຄວາມສໍາຄັນ ຂອງຊາວໜຸ່ມ ທີ່ໄດ້ປະກອບສ່ວນເຂົ້າໃນທຸກຂົງເຂດວຽກງານ; ເຫັນແຈ້ງຄວາມຈໍາເປັນ, ການເລັ່ງທວງ ໃຫ້ເພີ່ມທະວີປຸກລະດົມນ້ຳໃຈອາສາສະມັກຂອງກຳລັງຊາວໜຸ່ມໃນທຸກສາຂາອາຊີບໃນຂອບເຂດທົ່ວປະເທດ ໃຫ້ມີນ້ຳໃຈເສຍສະຫຼະສູງກວ່າເກົ່າກຽມພ້ອມຕະລຸມບ່ອນໃນເວລາທີ່ປະເທດຊາດຮຽກຮ້ອງຕ້ອງການໃຫ້ສົມກັບເປັນກຳລັງປະຈັນບານເປັນແຂນຂວາ ທີ່ໄວ້ເນື້ອເຊື່ອໃຈຂອງພັກ ສົມກັບຄໍາຂວັນອໍາມະຕະທີ່ວ່າ: “ບ່ອນໃດຍາກຊາວໜຸ່ມບຸກ ບ່ອນໃດທຸກຊາວໜຸ່ມຜ່ານຜ່າ ເມື່ອໃດຊາດຕ້ອງການຊາວໜຸ່ມຂານອາສາ”. ເອົາໃຈໃສ່ຕໍ່ຜົນປະໂຫຍດອັນຊອບທໍາ ຂອງຊາວໜຸ່ມ, ສົ່ງເສີມຄົນດີ, ຄົນເກັ່ງໄປພ້ອມ ກັບການເສີມຂະຫຍາຍບົດບາດປະຈັນບານຂອງຊາວໜຸ່ມພ້ອມກັນນັ້ນ, ຍັງໄດ້ສັງເກດຕີລາຄາຜົນສໍາເລັດ, ຂໍ້ຄົງຄ້າງຈໍານວນໜຶ່ງ ບົນພື້ນຖານການໝູນໃຊ້ແນວຄິດ ຂອງເພິ່ນ ໃນຕະຫຼອດໄລຍະຜ່ານມາ ແລະສະຫຼຸບໃຫ້ເຫັນບາງເນື້ອໃນຈິດໃຈຕໍ່ການເສີມຂະຫຍາຍແນວຄິດໄກສອນ ພົມວິຫານ ໃນຕໍ່ໜ້າ.

         ໃນຕ້ອນທ້າຍ ຂອງກອງປະຊຸມສໍາມະນາ ພວກເຮົາຍັງໄດ້ຮັບຟັງການໃຫ້ທິດຊີ້ນໍາ ຂອງສະຫາຍ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດສະດີສູນກາງພັກ, ທີ່ປຶກສາຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ຕໍ່ກອງປະຊຸມສໍາມະນາກໍຄື ຕໍ່ສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ເຊິ່ງເປັນເນື້ອໃນທີ່ມີຄວາມໝາຍອັນເລິກເຊິ່ງ.

ຈາກນັ້ນ ໄດ້ຮັບຟັງການສະຫຼຸບລາຍງານຜົນ ຂອງກອງປະຊຸມໂດຍ , ສະຫາຍ ຮສ. ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກ, ຮອງຫົວໜ້າ, ຜູ້ປະຈໍາການຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ເຊິ່ງໄດ້ຕີລາຄາຜົນໄດ້ຮັບໃນເບື້ອງຕົ້ນ ທີ່ນັກວິທະຍາສາດ ໄດ້ຄົ້ນຄວ້າຢ່າງເລິກເຊິ່ງ ແລະຈະແຈ້ງ ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານຊາວໜຸ່ມ. ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນເປັນເວລາໜຶ່ງວັນ ແລະອັດລົງດ້ວຍຜົນສໍາເລັດອັນຈົບງາມ ໃນເວລາ 16:00 ໂມງ.

ຂ່າວ: ວຽງພັນ ຈິດສະດີ
ຮູບພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ