ໃນວັນທີ 9 ມິຖຸນາ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ໂອ້ລົມ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂດຍການຕ້ອນຮັບຢ່າງອົບອຸ່ນຈາກສະຫາຍ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະພັກ, ຄະນະນຳ, ພະນັກງານ-ຄູອາຈານ ແລະ  ນັກສຶກສາຂອງສະຖາບັນເຂົ້າຮ່ວມຢ່າງພ້ອມພຽງ.

  ໃນການລົງຢ້ຽມຢາມ ແລະ ໂອ້ລົມ ຂອງ ສະຫາຍ ເລຂາທິການໃຫຍ່ ແມ່ນໄດ້ຮັບຟັງ ການລາຍງານຫຍໍ້ໂດຍ ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ກ່ຽວກັບຜົນງານການເຄື່ອນໄຫວ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ສະຖາບັນ ໄລຍະກາງສະໄໝ ເຊິ່ງໄດ້ມີຜົນສຳເລັດຫຼາຍດ້ານຄື:

1) ຄະ​ນະບໍລິຫານ​ງານ​ພັກ ສະ​ຖາ​ບັນ​ການ​ເມືອງ ​ແລະ ການ​ປົກຄອງ​ແຫ່ງ​ຊາດ ຍາມໃດກໍ່ໄດ້​ສືບ​ຕໍ່ຖື​ເອົາ​ວຽກ​ງານ​ການ​ເມືອງ-​ແນວ​ຄິດເປັນ​ວຽກ​ງານ​ກົກ​, ​ເປັນ​ວຽກ​ງານ​ບູລິ​ມະ​ສິດ​ອັນ​ສຳຄັນ​ອັນດັບ​ໜຶ່ງ​ໃນ​ການຈັດຕັ້ງ ແລະການ​ເຄື່ອນ​ໄຫວ​ນຳພາ​ຂອງ​ຕົນ ​ແລະ​ໄດ້​ນໍາພາ-ຊີ້ນຳການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ນີ້ຢ່າງ​ເປັນ​ລະບົບ, ປົກກະຕິຕໍ່​ເນື່ອງ​ໂດຍ​ນໍາ​ເອົາ​ວຽກ​ງານ​ດັ່ງກ່າວສອດ​ຫ້ອຍ​​ເຂົ້າກັບ​ທຸກ​ຂົງ​ເຂດ​ວຽກ​ງານຂອງ​ສະ​ຖາ​ບັນ. ໄດ້​ສ້າງ​ແຜນການ​ເຄື່ອນ​ໄຫວ​ສຶກສາ​ອົບຮົມ​ການ​ເມືອງ-ແນວ​ຄິດ​; ບຳລຸງ, ກໍ່ສ້າງຖັນ​ແຖວສະມາຊິກ​ພັກ, ພະນັກງານ, ຄູ-​ອາຈານ ​ແລະນັກ​ສຶກສາໃນ​ແຕ່ລະ​ໄລ​ຍະ​ຢ່າງ​ຈະ​ແຈ້ງ.  ກົງຈັກການຈັດຕັ້ງຂອງສະຖາບັນ ໄດ້ຮັບການປັບປຸງ ໃຫ້ມີຄວາມເຂັ້ມແຂງ, ສາມາດປະຕິບັດໜ້າທີ່ການເມືອງ ຂອງສະຖາບັນຢ່າງມີປະສິດທິຜົນ. ອີງຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງເພີ່ມຂຶ້ນ ໄດ້ສ້າງຕັ້ງ 02 ກົມຄື: ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ແລະ ກົມກວດກາ; ສັບຊ້ອນຂັ້ນພະແນກຈາກ 48 ພະແນກ ຍັງ 38 ພະແນກ. ຄະນະນໍາຂັ້ນສູງຂອງສະຖາບັນ ມີ 04 ສະຫາຍ, ຍິງ 02 ສະຫາຍ.

2) ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທີ່ຜ່ານມາໄດ້ດໍາເນີນໂຄງການຫຼັກສູດການຮຽນ-ການສອນທັງໝົດ 4 ລະບົບຮຽນຄື: ລະບົບຊັ້ນສູງເລັ່ງລັດ 5 ເດືອນ, ລະບົບອະນຸປະລິນຍາ 2 ປີ; ລະບົບປະລິນຍາຕີ 4 ປີ ແລະລະບົບປະລິນຍາໂທການເມືອງ-ການປົກຄອງ 2 ປີ. ນອກນັ້ນຍັງໄດ້ຄຸ້ມຄອງການຈັດຕັ້ງປະຕິບັດການຮຽນ-ການສອນໂຄງການຫຼັກສູດລະບົບຊັ້ນກາງ, ຊັ້ນອະນຸປະລິນຍາຂອງໂຮງຮຽນການເມືອງ ແລະ ການປົກຄອງທ້ອງຖິ່ນທົ່ວປະເທດ, ຄຸ້ມຄອງຫຼັກສູດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລະຍະສັ້ນ 45 ວັນ ຂອງບັນດາກະຊວງ-ອົງການອ້ອມຂ້າງສູນກາງ ແລະໄລຍະ ປີ 2020-2022 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ມີນັກສຶກສາທີ່ມາສຶກສາຄົ້ນຄວ້າ ໄລຍະຍາວ ທັງໝົດຈຳນວນ 1.205 ສະຫາຍ, ຍິງ299 ສະຫາຍ. ໃນນັ້ນ, ໄດ້ສໍາເລັດການສຶກສາໃນສົກຮຽນ 2020-2021 ຈໍານວນ 674 ສະຫາຍ, ຍິງ 157 ສະຫາຍ. ດໍາເນີນການຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 45 ວັນຢູ່ບັນດາກະຊວງ-ອົງການອ້ອມຂ້າງສູນກາງ ສົກຮຽນ 2020-2021 ລວມມີ 12 ກະຊວງ-ອົງການອ້ອມຂ້າງສູນກາງ ທີ່ເປີດຝຶກອົບຮົມຫຼັກສູດດັ່ງກ່າວ ລວມມີຈຳນວນຜູ້ເຂົ້າຮ່ວມທັງໝົດ 1.323 ສະຫາຍ, ຍິງ 548 ສະຫາຍ, ດຳເນີນການຝຶກອົບຮົມທິດສະດີຕາມຫົວຂໍ້ສະເພາະ ໃຫ້ເລຂາພັກເມືອງ, ຄະນະປະຈໍາພັກເມືອງໃນທົ່ວປະເທດ ໄລຍະສັ້ນ 10-15 ວັນ, ສົກຮຽນ 2020-2021  ລວມມີຈຳນວນຜູ້ເຂົ້າຮ່ວມທັງໝົດ 139 ສະຫາຍ, ຍິງ 14 ສະຫາຍ.ດຳເນີນການຝຶກອົບຮົມທິດສະດີ ຕາມຫົວຂໍ້ສະເພາະ ຜູ້ບໍລິຫານລັດວິສາຫະກິດ ໄລຍະສັ້ນ 5 ວັນ, ໃນສົກຮຽນ 2020-2021 ລວມມີຈຳນວນຜູ້ເຂົ້າຮ່ວມທັງໝົດ 117 ສະຫາຍ, ຍິງ 18ສະຫາຍ.ພ້ອມກັນນັ້ນ ສມປຊ ໄດ້ຊີ້ນຳ ແລະ ຄຸ້ມຄອງກາດ້ານວິຊາການຕໍ່ ໂຮງຮຽນການເມືອງ ແລະການປົກຄອງແຂວງທົ່ວປະເທດໄດ້ຈັດຕັ້ງປະຕິບັດຢູ່ 2 ລະບົບຄື: ລະບົບຊັ້ນກາງ ແລະລະບົບອະນຸປະລິນຍາ ມີນັກສຶກສາທັງໝົດຈໍານວນ3.303 ສະຫາຍ, ຍິງ 886 ສະຫາຍ. ສະຖາບັນ ໄດ້ປັບປຸງຫຼັກປະລິນຍາໂທ 6 ສາຂາ ແລະສ້າງຫຼັກສູດຂຶ້ນໃໝ່ 1 ສາຂາ; ໄດ້ສ້າງສຳເລັດຫຼັກສູດຝຶກອົບອົບຮົມຕາມຫົວຂໍ້ ແລະ ຕາມຕຳແໜ່ງ ຄື: ຫຼັກສູດທິດສະດີການເມືອງ 3 ຂັ້ນຄື: ຂັ້ນຕົ້ນ, ຂັ້ນກາງ ແລະ ຂັ້ນສູງ; ຫຼັກສູດຄູການເມືອງ 3 ເດືອນ,  ຫຼັກສູດເລຂາການນໍາ, ສ້າງສໍາເລັດຫຼັກສູດຄະນະພັກກະຊວງ ແລະ ສ້າງຫຼັກສູດປະລິນຍາເອກ 4 ສາຂາຄື: ສາຂາປັດຊະຍາ, ສາຂາກໍ່ສ້າງພັກ, ເສດຖະສາດການເມືອງ ແລະ ການປົກຄອງ.

3) ໃນໄລຍະ 02 ປີຜ່ານມາ ໄດ້ສຸມໃສ່ ການສ້າງປຶ້ມແບບຮຽນໃຫ້ມີຄວາມອຸດົມສົມບຸນ, ຕອບສະໜອງໃຫ້ສອດຄ່ອງກັບຫຼັກສູດທີ່ສ້າງຂຶ້ນ; ໄດ້ສ້າງກົນໄກເຄື່ອນໄຫວຄົ້ນຄວ້າວິທະຍາສາດ ແລະ ຄຸ້ມຄອງການຄົ້ນຄວ້າວິທະຍາສາດ ສາມາດເສີມຂະຫຍາຍບົດບາດ ຂອງສະພາວິທະຍາສາດ ແຕ່ລະຂັ້ນເຊິ່ງມີ 05 ສະພາວິທະຍາສາດຂັ້ນຄະນະ, ສະພາວິທະຍາສາດຂັ້ນສະຖາບັນໄດ້ມີການເຂົ້າຮ່ວມການຄົ້ນຄວ້າວິທະຍາ ສາດລະດັບຊາດ ແລະ ສາກົນຫຼາຍຂຶ້ນ, ການຄົ້ນຄວ້າວິທະຍາສາດຢູ່ພາຍໃນປະເທດ ທັງໝົດ 30 ຫົວຂໍ້ໃຫຍ່ 147 ຫົວຂໍ້ຍ່ອຍ. ການຄົ້ນຄວ້າ ແນວຄິດ ໄກສອນພົມວິຫານ ກໍມີຜົນສຳເລັດຫຼາຍດ້ານເຊັ່ນ: ໄດ້ຄົ້ນຄວ້າໃນຫົວຂໍ້ ລະດັບຊາດ ທີ່ໄດ້ຈັດສໍາມະນາແລ້ວປະກອບມີ 4 ຫົວຂໍ້ໃຫຍ່; ຄົ້ນຄວ້າວິທະຍາສາດ ຫົວຂໍ້ລະດັບກະຊວງ, ອົງການ ໄດ້ 03 ຫົວຂໍ້; ສໍາເລັດການຮິບໂຮມ ແລະ ໄດ້ຜ່ານການບັນນາທິການ ຂອງຄະນະຮັບຜິດຊອບຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ສໍາເລັດແລ້ວ 08 ເຫຼັ້ມ ແລະອື່ນໆ.

4) ຮອດປະຈຸບັນພື້ນຖານໂຄງລ່າງ, ພາຫະນະ, ເຄື່ອງອຸປະກອນ ແລະ ລະບົບອິນເຕີເນັດຮັບໃຊ້ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ສາມາດຮັບປະກັນການປະຕິບັດໜ້າທີ່ການເມືອງທີ່ພັກ – ລັດມອບໝາຍໃຫ້ຢ່າງເປັນປົກກະຕິ ແລະ ມີດ້ານທັນສະໄໝ.  

5) ສະຖາບັນ​ມີຜົນສຳເລັດຢ່າງຕັ້ງໜ້າ ໃນການພົວພັນຮ່ວມມືກັບຕ່າງປະເທດ ຕາມບົດບັນທຶກການຮ່ວມມືໂດຍສະເພາະການຮ່ວມມືກັບເພື່ອນມິດຍຸດທະສາດສັງຄົມນິຍົມ ສສ ຫວຽດນາມ ແລະສປ ຈີນ ເຊິ່ງໄດ້ປະກອບສ່ວນຍົກສູງຄຸນນະພາບການຮຽນ-ການສອນ, ການຄົ້ນຄວ້າວິທະຍາສາດ, ການບໍາລຸງ-ກໍ່ສ້າງພະນັກງານ, ຄູ-ອາຈານ ແລະຍາດແຍ່ງການຊ່ວຍເຫຼືອຕ່າງໆເຂົ້າສູ່ສະຖາບັນໄດ້ຢ່າງມີຜົນສໍາເລັດ.

ພ້ອມກັນນັ້ນ, ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກໍໄດ້ຍົກໃຫ້ເຫັນ ສາເຫດທີ່ເຮັດໃຫ້ມີຜົນສຳເລັດ; ຍົກໃຫ້ເຫັນຂໍ້ຄົງຄ້າງ ແລະຂໍ້ຫຍຸ້ງຍາກຈຳນວນໜຶ່ງ ທີ່ສະຖາບັນຕ້ອງໄດ້ສູ້ຊົນຜ່ານຜ່າ ແລະໄດ້ດຳນົດ 8 ທິດທາງ ໃນການເຄື່ອນໄຫວ ຂອງສະຖາບັນໃນຕໍ່ໜ້າໂດຍສຸມໃສ່ສືບຕໍ່ສ້າງສະຖາບັນໃຫ້ໜັກແໜ້ນເຂັ້ມແຂງທັງການສິດສອນ, ຮ່ຳຮຽນ ແລະຄົ້ນຄວ້າວິທະຍາສາດ ເພື່ອຕອບສະໜອງໜ້າທີ່ການເມືອງຂອງພັກ ໃນເງື່ອນໄຂໃໝ່, ເງື່ອນໄຂທີ່ປະເທດຊາດພວກເຮົາກຳລັງຫັນເປັນອຸດສາຫະກຳ ແລະທັນສະໄໝ, ເຊື່ອມໂຍງກັບພາກພື້ນ ແລະສາກົນນີ້ມັນຮຽກຮ້ອງໃຫ້ພວກເຮົາຈະຕ້ອງປັບປຸງຕົນເອງໃນຫຼາຍດ້ານ, ທັງຕ້ອງປ່ຽນແປງດ້ານຈິນຕະນາການ ແລະກົນໄກຂອງການບຳລຸງ ແລະກໍ່ສ້າງພະນັກງານການນຳພາ ແລະຄຸ້ມຄອງໃຫ້ສອດ ຄ່ອງ ແລະທັນກັບຍຸກສະໄໝ.

ໂອກາດນີ້, ສະຫາຍ ເລຂາທິການໃຫຍ່ ໄດ້ໂອ້ລົມ ແລະສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດຫຼາຍດ້ານ ທີ່ສະຖາບັນຍາດມາໄດ້ຕະຫຼອດໄລຍະທີ່ຜ່ານມາ ແລະເພື່ອຕອບສະໜອງ ກັບຄວາມຮຽກຮ້ອງຕ້ອງການກັບໜ້າທີ່ການເມືອງຂອງ ສມປຊ ໃນໄລຍະໃໝ່ ຕ້ອງຍົກສູງການນໍາພາຢ່າງຮອບດ້ານ ແລະການພັດທະນາຖັນແຖວພະນັກງານ, ຄູ-ອາຈານ, ເອົາໃຈໃສ່ສ້າງຖັນແຖວຄູ-ອາຈານ, ນັກວິທະຍາສາດ, ພະນັກງານບໍລິຫານ ໃຫ້ມີຄວາມຮູ້, ຄວາມສາມາດ, ມີທັດສະນະການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ໄດ້ຮັບການກໍ່ສ້າງທີ່ເປັນລະບົບ, ລົງເລິກທາງດ້ານທິດສະດີ, ມີວິທີວິທະຍາດ້ານການສິດສອນ.

ພ້ອມນັ້ນ ສະຫາຍ ເລຂາທິການໃຫຍ່ ໄດ້ໃຫ້ທິດຊີ້ນຳ ຕໍ່ ສະຖາບັນທີ່ຕ້ອງໄດ້ສຸມໃສ່ບາງບັນຫາ ຄື:

  • ສະຖາບັນ ຕ້ອງສູ້ຊົນສ້າງ ແລະເປັນເຈົ້າການພັດທະນາຕົນເອງສູງກວ່ານີ້, ຫຼາຍກວ່ານີ້, ພະຍາຍາມປັບປຸງແກ້ໄຂ ບັນດາຂໍ້ຄົງຄ້າງ ແລະເສີມຂະຫຍາຍຄວາມສຳເລັດຜ່ານມາ ສ້າງສະຖາບັນໃຫ້ກາຍເປັນສະຖາບັນທີ່ມີຄຸນນະພາບ, ຮັກສາໄດ້ທາດແທ້ຂອງໂຮງຮຽນພັກ. ສຸມໃສ່ການຄົ້ນຄວ້າທິດສະດີ ແລະພຶດຕິກຳໃຫ້ແກ່ພັກ: ເພື່ອໃຫ້ເປັນຄັງສາງຂອງພັກ ເພື່ອນໍາມາເປັນທິດສະດີ, ເປັນແນວທາງປະຕິບັດ ໃຫ້ແກ່ພັກເຮົາ ແລະວາງບັນດາທິດນຳຂອງພັກ ໃຫ້ຖືກຕ້ອງສອດຄ່ອງນັ້ນ, ການຄົ້ນຄວ້າວິທະຍາສາດ, ລັດຖະສາດການເມືອງ ເປັນເລື່ອງຈຳເປັນພາວະວິໄສ ບໍ່ສາມາດຢຸດນິ້ງ ແລະບໍ່ໃຫ້ຂາດໄປໄດ້…ເລນິນໄດ້ເວົ້າວ່າ “ຮຽນແລ້ວຮຽນອີກ, ຮຽນຕໍ່ໆໄປ”, ພວກເຮົາໄດ້ຮຽນ, ກຳລັງຮຽນ ແລະຈະຮຽນຢ່າງບໍ່ຢຸດຢັ້ງ, ຮຽນນຳພຶດຕິກຳຕົວຈິງ, ຮຽນນຳເພື່ອນມິດ, ຮຽນນຳຕົວເອງ, ຮຽນນຳປະຊາຊົນ ຢ່າງຕໍ່ເນື່ອງ. ພວກເຮົາ ຮຽນຈາກພຶດຕິກຳໃນການນໍາພາ ທີ່ມີຜົນໄດ້ຮັບ ແລະທັງຈາກພຶດຕິກຳ ທີ່ປະລາໄຊ…ຂອງກະໂຕພວກເຮົາເອງ ແລະຈາກບັນດາພັກອ້າຍນ້ອງ ຫຼື ບັນດາພັກການເມືອງອື່ນໆ. ພັກປະຊາຊົນປະຕິວັດລາວ ມີ 3 ອົງປະກອບ ທີ່ສຳຄັນ ດັ່ງນີ້:
  1. ພັກເຮົາປະກອບດ້ວຍຫຼັກການພື້ນຖານ ຂອງລັດທິມາກ-ເລນິນ ນັບແຕ່ເລີ່ມກໍ່ສ້າງພັກເປັນຕົ້ນມາ ແລະຕໍ່ມາພັກເຮົາ ໄດ້ຮັບເອົາແນວຄິດໄກສອນ ພົມວິຫານ ເຂົ້າເປັນສ່ວນປະກອບສຳຄັນຕື່ມເຕັມເຂົ້າເປັນເນື້ອແທ້ ແລະຫຼັກມູນຂອງພັກ; ພັກເຮົາບໍ່ເຄີຍລັງເລ, ບໍ່ເຄີຍຄອນແຄນ ໃນການຢຶດຖືເອົາສິ່ງເຫຼົ່ານີ້ ເປັນແນວຄິດທິດສະດີ ຂອງພັກເຮົານັບແຕ່ມື້ສ້າງຕັ້ງຈົນເທົ່າທຸກວັນນີ້;
  2. ພັກເຮົາສ້າງຂຶ້ນດ້ວຍໂຄງປະກອບການຈັດຕັ້ງຂອງພັກ ທີ່ໜັກແໜ້ນ, ໝັ້ນຄົງ ຕາມຫຼັກການ ແລະທິດສະດີມາກ-ເລນິນ (ແນ່ນອນວ່າ ມີການປະດິດສ້າງເປັນແຕ່ລະໄລຍະ, ພັກເຮົາຮັບຮູ້ວ່າທິດສະດີມາກ-ເລນິນ ບໍ່ແມ່ນຄໍາພີຕາຍຕົວ, ຕ້ອງມີການປະດິດສ້າງ) ຕາມແຕ່ລະຍຸກ, ຕາມແຕ່ລະພັກ ຂອງປະເທດນັ້ນໆ ຢ່າງເປັນປະຈຳ ຈຶ່ງເຮັດໃຫ້ຄັງສາງຂອງລັດທິມາກ-ເລນີນ ອຸດົມສົມບູນໄດ້;
  3. ພັກເຮົາມີສະມາຊິກພັກ ທີ່ປະກອບດ້ວຍຊົນຊັ້ນຫຼັກ ຂອງສັງຄົມ ຄື: ກຳມະກອນ, ຊາວກະສິກອນ, ນັກຮຽນຮູ້ປັນຍາຊົນປະຕິວັດ ທີ່ເປັນພົນລະເມືອງລາວ ທີ່ກ້າວໜ້ານັບມື້ນັບເຕີບໃຫຍ່ ຂະຫຍາຍຕົວ.

       ສາມອົງປະກອບດັ່ງກ່າວນັ້ນ, ແມ່ນຈຸລັງຂອງພັກເຮົາ ແລະຈຸລັງນີ້ ປະກອບເປັນພັກປະຊາຊົນປະຕິວັດລາວ, ພັກເດີນຕາມລັດທິມາກ-ເລນິນ, ພັກນີ້ເຕີບໃຫຍ່ຂຶ້ນມາ ແລະນຳພາປະຊາຊົນເຮົາຕໍ່ສູ້ກອບກູ້ເອົາເອກະລາດ, ອຳນາດອະທິປະໄຕຂອງຊາດ ແລະສືບຕໍ່ນຳພາພາລະກິດປົກປັກຮັກສາ ແລະພັດທະ ນາປະເທດຊາດ ຈົນເທົ່າທຸກວັນນີ້. ພັກປະຊາຊົນປະຕິວັດລາວ ອາດຈະມີອັນຄ້າຍຄື ແລະມີອັນແຕກຕ່າງ ຈາກພັກກອມມູນິດ ແລະພັກກຳມະກອນຂອງປະເທດອື່ນໆ, ແຕ່ສິ່ງສຳຄັນພັກເຮົາໄດ້ເຕີບໃຫຍ່ຂຶ້ນດ້ວຍທາດແທ້ອັນບໍ່ປ່ຽນແປງ, ໜັກແໜ້ນຕໍ່ຫຼັກການພື້ນຖານ, ປັບປຸງໃຫ້ແທດເໝາະກັບສະພາບການຜັນແປ ແລະຖືກກາລະເທສະ, ຄ່ອງຕົວທາງດ້ານການວາງນະໂຍບາຍ, ສະດຸ້ງໄວທາງດ້ານການຊີ້ນຳປະຕິບັດ, ຜ່ານຜ່າໄດ້ທຸກເຫດການທີ່ຫຼໍ່ແຫຼມ, ສັບສົນ ທີ່ກະທົບຕໍ່ລະບົບແນວຄິດ, ຈິດໃຈຂອງພັກ.

  • ຄວນປັບປຸງບັນດາສະຖາບັນ, ໂຮງຮຽນການເມືອງ-ການປົກຄອງ ໃຫ້ມີຈຸດສຸມທາງດ້ານການຄົ້ນຄວ້າ, ວິໄຈ ເພື່ອໃຫ້ສາມາດນຳເຂົ້າສູ່ການນຳໃຊ້ຢ່າງມີປະສິດທິພາບ ແລະປະສິດທິຜົນ ຢ່າງແທ້ຈິງ ແລະໃຫ້ທັນຍຸກທັນສະໄໝ.
  • ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທີ່ຈະຕ້ອງສ້າງ, ບໍາລຸງພະນັກງານ ເພື່ອຕອບສະໜອງພາລະກິດຂອງພັກ, ຕອບສະໜອງຄວາມຕ້ອງການຂອງກົງຈັກລັດ ໃຫ້ພຽງພໍທາງດ້ານປະລິມານ ແລະຄຸນນະພາບ, ຕໍ່ກັບສະຖາບັນແມ່ນໃຫ້ເນັ້ນຄຸນນະພາບ, ເພາະທາງດ້ານປະລິມານ, ການບັນຈຸເຂົ້າໃນກົງຈັກແມ່ນມີອົງການຮັບຜິດຊອບຢູ່ແລ້ວ, ສະຖາບັນ ເປັນຜູ້ຮັບຝາກຈາກບັນດາອົງການ ແລະ ທ້ອງຖິ່ນ ໃຫ້ມາບຳລຸງສ້າງ ເພື່ອປະກອບຄວາມຮູ້, ປະກອບຄຸນສົມບັດ, ປະກອບທັງທິດສະດີ ແລະພຶດຕິກຳໃຫ້ ເພື່ອໃຫ້ບັນດາກົງຈັກຂອງພັກ ແລະລັດ ເຮົາໄດ້ນຳໃຊ້ເຂົ້າໃນວຽກງານຂອງເຂົາເຈົ້າ ຢ່າງມີປະສິດທິ ພາບ-ປະສິດທິຜົນສູງ.
  • ສູນກາງພັກ ໄດ້ເນັ້ນໃສ່ສະຖາບັນ, ຄະນະໂຄສະນາອົບຮົມ ແລະຂະແໜງການກ່ຽວຂ້ອງ ເພື່ອຄົ້ນຄວ້າ ເປັນຕົ້ນແມ່ນ ວຽກຊັບພະຍາກອນມະນຸດ; ໂຄງການການເມືອງຂອງພັກ; ການສະຫຼຸບຕີລາຄາການຈັດຕັ້ງປະຕິບັດປ່ຽນແປງໃໝ່ນີ້ເປັນຫົວຂໍ້ໜຶ່ງທີ່ເຮົາຕ້ອງຕັ້ງບັນຫາໃຫ້ນັກຄົ້ນຄວ້າ, ນັກວິໄຈ ນຳໄປຄົ້ນຄວ້າ-ວິໄຈ.
  • ສະຫາຍເລຂາທິການໃຫຍ່ ໄດ້ຮຽກຮ້ອງມາຍັງບັນດາຄູ-ອາຈານ, ນັກຄົ້ນຄວ້າ, ນັກວິທະຍາສາດ ຈົ່ງພ້ອມຈິດພ້ອມໃຈກັນບຸກໜ້າກ້າວຂຶ້ນຮ່ວມກັບຄະນະນຳ ຂອງສະຖາບັນການເມືອງ-ການປົກຄອງແຫ່ງຊາດ ທີ່ເປັນສະຖາບັນສູງສຸດຂອງພັກເຮັດພາລະໜ້າທີ່ ໃຫ້ສົມຄູ່ກັບນາມມະຍົດ ທີ່ໄດ້ຮັບ ແລະ ໜ້າທີ່ ທີ່ພັກເຮົາໄດ້ມອບໝາຍ. ຄູ-ອາຈານ, ນັກຄົ້ນຄວ້າ, ນັກວິທະຍາສາດ ທີ່ມີຢູ່ໃນສະຖາບັນນີ້ ຈົ່ງສືບຕໍ່ເປັນແວ່ນແຍ່ງ ໃຫ້ນັບມື້ນັບໂດດເດັ່ນ ທັງໃນການສິດສອນ, ການຄົ້ນຄວ້າວິທະຍາສາດ, ການປັບປຸງກໍ່ສ້າງຫຼັກສູດການຮຽນ-ການສອນ ໃຫ້ທັນກັບຍຸກກັບສະໄໝ ເພື່ອຖ່າຍຖອດຄວາມຮູ້ໃຫ້ຜູ້ຮຽນ, ຜູ້ຕິດຕາມ; ໃຫ້ສະຖາບັນ ເປັນຜູ້ຜະລິດບຸກຄະລາກອນອອກໃຫ້ໄດ້ຈຳນວນ ແລະຄຸນນະພາບ ຕາມຄວາມຕ້ອງການຂອງພັກ. ຂໍໃຫ້ສະຖາບັນ ເຮັດໜ້າທີ່ຂອງຕົນ ຄືການສະໜອງແຫຼ່ງຂໍ້ມູນ, ຜົນການຄົ້ນຄວ້າວິໄຈ ໃຫ້ແກ່ສູນກາງພັກນັບມື້ນັບຫຼາຍ ແລະຄຸນນະພາບສູງ.

ບັນນາທິການ: ທ່ານ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ
ຂ່າວ: ຕາອັອດ ແສນທະວີສຸກ
ພາບ: ນ. ທິດດາວອນ ດວງປະເສີດ