ຂ່າວຫຼ້າສຸດ

ຄະນະປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂັ້ນແຂວງ ລົງເຄື່ອນໄຫວວຽກງານ ຢູ່ໜ່ວຍພັກໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ຄະນະຜູ້ແທນວິຊາການ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄປເຂົ້າຮ່ວມກອງປະຊຸມສັງຄົມນິຍົມສາມຝ່າຍ ຈີນ-ຫວຽດນາມ-ລາວ ປີ 2025 ໃນລະຫວ່າງວັນທີ 28 – 30 ພະຈິກ 2025 ຢູ່ ສປ ຈີນ ພິທີວາງສີລາລຶກ ໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂດພາກໃຕ້ ທີ່ແຂວງຈຳປາສັກ ສັນຍາລັກແຫ່ງຄວາມສາມັກຄີພິເສດ ລາວ-ຫວຽດນາມ ສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ, ຄູ-ອາຈານ ແລະ ນັກສຶກສາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ

ໂຮງຮຽນການເມືອງ ແລະ ການປົກຄອງແຂວງອັດຕະປື ປະກາດການຈັດຕັ້ງ

ໃນຕອນເຊົ້າຂອງວັນທີ 20 ສິງຫາ 2020 ຢູ່ທີ່ສະໂມສອນໃຫຍ່ຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງອັດຕະປື. ໄດ້ຈັດພິທີປະກາດແຕ່ງຕັ້ງ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ຈໍານວນ 2 ທ່ານ ຂຶ້ນຢ່າງເປັນທາງການ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ມີນາພອນ ໄຊຊົມພູ ຮອງເລຂາພັກແຂວງ ຫົວໜ້າຈັດຕັ້ງແຂວງ. ມີບັນດາທ່ານ ຫົວໜ້າ-ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ພ້ອມດ້ວຍແຂກຖືກເຊີນ ຕະຫຼອດຮອດພະນັກງານ-ຄູອາຈານ ພາຍໃນ ແລະ…

ໂຮງຮຽນການເມືອງ ແລະການປົກຄອງແຂວງ ຊຽງຂວາງ ຈັດພິທິປາຖະກະຖາວັນສຳຄັນຕ່າງໆຂອງພັກຂອງຊາດ.

ໂດຍປະຕິບັດຕາມ ແຈ້ງການຂອງຄະນະປະຄຳພັກແຂວງຊຽງຂວາງສະບັບເລກທີ292 /ຄປພຂ ລົງວັນທີ 4 ສິງຫາ 2020 ວ່າດ້ວຍການຈັດຕັ້ງປະຖະກະຖາ, ວັນສຳຄັນຕ່າງໆຂອງພັກຂອງຊາດ ແລະເພື່ອນມິດສາກົນ. ມາໃນວັນທີ 19 ສິງຫາ 2020 ຢູ່ທີ່ໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ ຈັດພິທີປະຖະກະຖາເຜີຍແຜ່, ເຊື່ອມຊຶມເອກະສານສໍາຄັນຄັນຂອງພັກ, ຂອງຊາດ ໃຫ້ກຽດເຂົ້້າຮ່ວມເປັນປະທານພິທີມີສະຫາຍ ປທ ນາງ ບົວສີ ນາຖາວົງ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ, ມີສະຫາຍ ປທ ຄຳຜຸຍ…

ໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ ເປີດກອງປະຊຸມຖອດຖອນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ປະຈຳປີ 2019-2020.

ໃນວັນທີ 13 ສິງຫາ 2020 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ທິດສະດີການເມືອງ ແລະການປົກຄອງ ພາຍໃຕ້ການເປັນປະທານ ຂອງ ທ່ານ ຄຳແສງ ພົມມະວັນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງຜູ້ຊີ້ນຳແໂຮງຮຽນການເມືອງ ແລະການປົກຄອງ ມີທ່ານ ປທ ນ. ບົວສີ ນາຖາວົງກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ມີທ່ານ ປທ ສີຈັນ ສູນດາລາ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ສມປຊ, ມີບັນດາທ່ານຮອງເລຂາພັກເມືອງ…

ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ຮັບອຸປະກອນສໍາລັບກອງປະຊຸມທາງໄກ

ວັນ​ທີ 14 ກໍລະກົດ 2020 ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດໄດ້ຮັບ ອຸປະກອນສໍາລັບກອງປະຊຸມທາງໄກ 1 ຊຸດ ມູນຄ່າ 50.803.947ຈາກກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ.      ເປັນກຽດກ່າວມອບໂດຍ ທ່ານ ທອງໃສ ຊານໄຊຍະ ຮອງລັດຖະມົນຕີ ກະຊວງໄປສະນີ, ໂທລະມະນາຄົມ ແລະ ການສື່ສານ ແລະ ເປັນກຽດກ່າວຮັບພ້ອມທັງມອບໃບຊົມເຊີຍຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າ…

ຂ່າວອື່ນໆ