ວັນທີ 10 ມິຖຸນາ 2022 ທີ່ກົມຄື້ນຄວາມຖີ່ວິທະຍຸສື່ສານ ເຂດດົງໂພສີ ຄະນະບໍລິຫານງານຊາວໜຸ່ມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍສະມາຊິກ ຈໍານວນ 45 ສະຫາຍ ໄດ້ເຂົ້າໄປຢ້ຽມຢາມແລກປ່ຽນບົດຮຽນກ່ຽວກັບວຽກງານຊາວໜຸ່ມ ນໍາຄະນະບໍລິຫານງານຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະການສື່ສານ, ຫຼັງຈາກນັ້ນຄະນະທັງສອງກໍໄດ້ເຂົ້າເຮັດວຽກຮ່ວມກັນທີ່ຫ້ອງປະຊຸມໃຫຍ່ ຊັ້ນ 3 ຂອງກົມຄື້ນຄວາມຖີ່. ໂດຍເປັນກຽດເຂົ້າກຽດເຂົ້າຮ່ວມ ຂອງ ສະຫາຍ ປອ ສັນຕິສຸກ ສີມມາລາວົງ, ຮອງເລຂາຄະນະພັກ,  ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ.

ໃນພິທີ ສະຫາຍ ພວງປະເສີດ ແກ້ວສຸວັນ ກຳມະການສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງເຕັກໂນໂລຊີ ແລະການສື່ສານ ໄດ້ກ່າວຕ້ອນຮັບ ແລະຕີລາຄາສູງຕໍ່ກັບການມາແລກປ່ຽນບົດຮຽນກ່ຽວກັບວຽກງານຊາວໜຸ່ມໃນຄັ້ງນີ້, ຕໍ່ຈາກນັ້ນ ສະຫາຍ ດາວສະຫວັນ ເຄືອມີໄຊ ຄະນະພັກສມປຊ, ຮອງຫົວໜ້າ ສມປຊ, ກຳມະການສູນກາງຊາວໜຸ່ມ, ເລຂາຊາວໜຸ່ມ ສມປຊ ກໍ່ໄດ້ສະເໜີຈຸດປະສົງຂອງການເດີນທາງມາແລກປ່ຽນບົດຮຽນ ຕໍ່ກັບຄະນະພັກກະຊວງ ແລະຄະນະຊາວໜຸ່ມກະຊວງ ຕສ ຊາບ ແລະກ່ອນຈະເຂົ້າສູ່ການເຮັດວຽກຮ່ວມກັນ ນະໂອກາດນີ້ ສະຫາຍ ຮອງເລຂາ ຄະນະພັກກະຊວງ ຕາງໜ້າໃຫ້ ຄະນະພັກ ກໍ່ໄດ້ມີຄວາມເຫັນຕໍ່ການສ້າງກິດຈະກຳດັ່ງກ່າວ ແລະໃຫ້ທິດທາງໃນເບື້ອງຕົ້ນໃນການຈັດຕັ້ງຜັນຂະຫຍາຍ ການຮ່ວມມືໃນຕໍ່ໜ້າໃຫ້ແກ່ສອງຄະນະບໍລິຫານງານຊາວໜຸ່ມຫຼັງຈາກນັ້ນກອງປະຊຸມໄດ້ຍົກເອົາຫຼາຍບັນຫາຂື້ນມາເພື່ອປຶກສາຫາລື ແລະແລກປ່ຽນບົດຮຽນຊື່ງກັນ ແລະເປັນຕົ້ນແມ່ນ ການຈັດຕັ້ງປະຕິບັດວຽກງານ 4 ບຸກ, ວຽກງານຊາວໜຸ່ມ ກັບວຽກວິຊາສະເພາະທີ່ຕິດພັນກັບ ຂະແໜງການເຕັກໂນໂລຊີ ແລະການສື່ສານ  ແລະການຮຽນ-ການສອນ,

ການຄົ້ນຄວ້າວິທະຍາສາດ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ວຽກງານທີ່ຕິດພັນກັບຄວາມຮັບຜິດຊອບຂອງຄະນະບໍລິຫານງານຊາວໜຸ່ມຫົວຂໍ້ອື່ນໆ ທີ່ທັງສອງຝ່າຍມີຄວາມສົນໃຈຮ່ວມກັນ ການຍົກເອົາຫຼາຍຫົວຂໍ້ມາແລກປ່ຽນໃນຄັ້ງນີ້ ແລະກໍຍັງໄດ້ບັນຍາຍແຕ່ລະຫົວຂໍ້ເປັນຕົ້ນແມ່ນ: ການນໍາໃຊ້ເຄື່ອງ SMX ກວດໂປຣແກຣມປະສົງຮ້າຍຢູ່ໃນ USB Media Storage, ລະບົບການຂຶ້ນທະບຽນເລກໝາຍໂທລະສັບ, ລະບົບສາມແກັບ, ການຫັນເປັນທັນສະໄໝ ເຂົ້າໃນວຽກງານບໍລິຫານລັດ, ການນໍາສະເໜີວຽກງານ ສູນອິນເຕີເນັດແຫ່ງຊາດ, ຫົວຂໍ້ Digital Economy ໃນການແລກປ່ຽນຄັ້ງນີ້ກໍ່ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານຊາວໜຸ່ມ ລວມໄປເຖິງວຽກວິຊາສະເພາະຂອງ ສອງພາກສ່ວນ ມີບົດຮຽນດ້ານຕ່າງໆໃນເສີມສ້າງ ແລະນຳໄປໜູນໃຊ້ເຂົ້າໃນວຽກງານຂອງຕົນໃນຂັ້ນຕໍ່ໄປ ພ້ອມກັນ, ນີ້ກໍເປັນການສ້າງຄວາມສາມັກຄີຮັກແພງຊື່ງກັນແລະກັນໃຫ້ຫຼາຍຂື້ນຕື່ມ. ນອກຈາກນັ້ນກໍຍັງໄດ້ເຂົ້າຢ້ຽມຊົມອຸປະກອນກວດກາ ແລະຄວບຄຸມຄວາມຖີ່ ແລະເຂົ້າຮ່ວມກິດຈະກໍາແຂ່ງຂັນກິລາເປຕັງມິດຕະພາບ.

         ໃນຕອນທ້າຍ ສະຫາຍ ດາວສະຫວັນ ເຄືອມີໄຊ ຄະນະພັກ ສມປຊ, ຮອງຫົວໜ້າສມປຊ, ກຳມະການສູນກາງຊາວໜຸ່ມ, ເລຂາຊາວໜຸ່ມ ສມປຊ ກໍໄດ້ກ່າວຄໍາຂອບໃຈຕໍ່ຄະນະບໍລິຫານງານຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ໃຫ້ການຕອນຮັບຢ່າງອົບອຸ່ນ ແລະກໍ່ຢໍ້າໃຫ້ສະມະຊິກທີ່ເຂົ້າຮ່ວມຈົ່ງນໍາເອົາເນື້ອໃນຈິດໃຈນີ້ໄປຜັນຂະຫຍາຍ ແລະນໍາໃຊ້ໃຫ້ເກີດປະໂຫຍດສູງທີ່ສຸດ.

ຂ່າວ/ພາບ ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ