ເພື່ອ​ປະຕິບັດ​ເນື້ອ​ໃນ 4 ບຸກທະລຸ ຂອງ​ພັກ​ວາງ​ອອກ​ໃຫ້​ປະກົດ​ຜົນ​ເປັນ​ຈິງ​ເທື່ອ​ລະ​ກ້າວ ໃນ​ນັ້ນ, ​ແມ່ນ​ການ​ບຸກທະລຸທາງ​ດ້ານ​ຈິນຕະນາການ ​ແລະ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ ​ໃຫ້​ຮັບ​ຮູ້​ທາງ​ດ້ານ​ທິດ​ສະ​ດີ​ມາກ-​ເລ​ນິນ ​ໃຫ້​ແກ່​ພະນັກງານ; ສະມາຊິກ​ພັກ ທີ່​ເປັນ​ເປົ້າໜາຍ​ທົດ​ແທນ ​ໃນ​ສະ​ເພາະ​ໜ້າ ​ແລະ​ຍາວ​ນານ. ປະຕິບັດ​ຕາມ​ທິດ​ຊີ້​ນຳ ຂອງ​ຄະນະ​ປະຈຳ​ພັກ​ແຂວງ ​ໃນ​ການ​ກໍ່ສ້າງ, ບຳລຸງ​ພະນັກງານ, ​ສະມາຊິກ​ພັກ​ໃຫ້​ຮັບ​ຮູ້, ​ເຂົ້າ​ໃຈ​ທິດ​ສະ​ດີ​ມາກ-​ເລ​ນິນ, ​ແນວ​ຄິດ​ ປະທານ ​ໄກສອນ ພົມວິຫານ, ​ເຮັດ​ໃຫ້​ພະນັກງານ​, ສະມາຊິກ​ພັກ​ ມີ​ຄວາມ​ເປັນ​ເອກະ​ພາບ​ກັບ​ອຸດົມ​ການ, ແນວທາງ​ຂອງ​ພັກ ແລະຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່ ຂອງ​ຕົນຢ່າງ​ມີ​ປະສິດທິ​ຜົນ. ​ໃນວັນ​ທີ 13 ມີຖຸນາ 2022 ​ຢູ່ທີ່ສະໂມສອນ ເມືອງສິງ ​ແຂວງຫຼວງນໍ້າທາ ໄດ້​ຈັດ​ພິທີ​ເປີດ​ການຮຽນ-ການ​ສອນທິດ​ສະ​ດີກາ​ນ​ເມືອງ-ການ​ປົກຄອງ ລະບົບ 45 ວັນ ຊຸດ​ທີ II ​ໃຫ້​ແກ່​ພະນັກງານ; ສະມາຊິກ​ພັກ ຂົງ​ເຂດ​ສຶກສາທິການ ແລະກິລາ ຢູ່ເມືອງສິງ ແຂວງຫຼວງນໍ້າທາ.

         ໃນພິທີ​​ ​ທ່ານ ປທ ສິງ​ໄຊ ວັນ​ຄຳ ກຳມະການ​ພັກ​ແຂວງ ​ເລຂາ​ໜ່ວຍ​ພັກ, ຫົວໜ້າ​ໂຮງຮຽນ​ການ​ເມືອງ ​ແລະ​ການ​ປົກຄອງແຂວງໃຫ້ກຽດເປັນປະທານ ແລະເປັນ​ກຽດ​ເຂົ້າ​ຮ່ວມ ຂອງ​ທ່ານ ປອ ຈັນພິພັກ ກອງຈຳປາ ກຳມະການພັກເມືອງ ເລຂາພັກເມືອງ ເຈົ້າເມືອງ ເມືອງສິງ; ມີ​ທ່ານ ສົມຊາຍ ວັດທະນາທອນ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາ ແລະກິລາເມືອງສິງ, ມີ​ບັນດາທ່ານແຂກຕາງໜ້າຫ້ອງການອອ້ມຂ້າງເມືອງ, ມີພະນັກງານ, ​ຄູ​-ອາຈານ ແລະນັກ​ສຶກສາ 45 ວັນ ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ. ຫຼັງ​ຈາກ​ນັ້ນ, ຄະນະ​ຈັດ​ຕັ້ງ​ພິທີກໍ່​ໄດ້​ຂຶ້ນ​ຜ່ານ​ຂໍ້​ຕົກລົງ. ຈາກ​ນັ້ນ, ທ່ານ ປທ ສິງ​ໄຊ ວັນ​ຄຳ ກຳມະການ​ພັກ​ແຂວງ ​ເລຂາ​ໜ່ວຍ​ພັກ, ຫົວໜ້າ​ໂຮງຮຽນ​ການ​ເມືອງ ​ແລະ​ ການ​ປົກຄອງ ​ແຂວງ ​ໄດ້​ຂຶ້ນ​ກ່າວ​ເປີດ​ຊຸດ​ຮຽນ ຢ່າງ​ເປັນ​ທາງ​ການ. ທ່ານ ປທ ​ແສງ ​ເຊືອຍສົມບັດ ຫົວໜ້າ​ວິຊາ​ການ ​ໄດ້​ຂຶ້ນ​ຜ່ານ​ແຜນການ​ຮຽນ-ການ​ສອນ. ການ​ເປີດ​ຮຽນ​ທິດ​ສະ​ດີກາ​ນ​ເມືອງ-ການ​ປົກຄອງ ​ໃນ​ຄັ້ງ​ນີ້ແມ່ນ​ມີ​ຂຶ້ນ​ໃນ​ທ່າມກາງ​ຄວາມ​ຮຽກຮ້ອງຕ້ອງການ ຂອງ​ໜ້າ​ທີ່​ການ​ເມືອງ ຂອງ​ພັກ ​ໃນ​ວຽກ​ງານ​ບຸກທະລຸ​ທາງ​ດ້ານ​ຈິນຕະນາການ​ຕາມ​ເນື້ອ​ໃນ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກຄັ້ງ​ທີ IX-XI ​ທີ່ໄດ້​ກຳນົດ​ໃຫ້​ບັນລຸ​ຜົນ​ເປັນ​ຈິງ​ເທື່ອ​ລະ​ກ້າວ. ​ແນ​ໃສ່​ສ້າງ​ໃຫ້​ພະນັກງານ​, ສະມາຊິກ​ພັກ​ພາຍ​ໃນ​​ໃຫ້ໄດ້​ຮັບ​ຮູ້ທິດ​ສະ​ດີ​ມາກ-​ເລ​ນິນ​ ແລະ​ແນວ​ຄິດ​ ປະທານ ​ໄກສອນ ພົມວິຫານ ​ເພື່ອ​ໃຫ້​ເປັນ​ພື້ນຖານ​ໃນ​ການ​ນຳ​ໄປ​ສົມ​ທຽບ​ທິດ​ສະ​ດີ ​ແລະ​ພຶດຕິ​ກຳ​ໃຫ້ຖືກຕ້ອງ ນຳ​ໄປ​ໝູນໃຊ້​ເຂົ້າ​ໃນ​ຊີວິດ​ຕົວ​ຈິງ ພ້ອມທັງ​ໝູນ​ໃຊ້​ເຂົ້າ​ໃນ​ໜ້າ​ທີ່​ວຽກ​ງານ ຂອງ​ຕົນ​ໃຫ້​ໄດ້​ຮັບ​ຜົນ​ດີກ​ວ່າ​ເກົ່າ. ​ເພື່ອ​ເຫັນ​ໄດ້ຄວາມສຳຄັນໃນການພັດທະນາຊັບພະຍາກອນມະນຸດ ແລະບຸກທະລຸທາງດ້ານຈິນຕະນາການອັນໃໝ່, ສ້າງແນວຄວາມຄິດໃຫ້ເປັນລະບົບ, ເຂົ້າໃຈໂດຍພື້ນຖານໃນທິດສະດີມາກ-ເລນິນ ແລະແນວຄິດ ປະທານ ໄກສອນ ພົມວິຫານ. ສ້າງ​ໃຫ້​ພະນັກ​ງານ​ມີ​ຄວາມ​ເປັນ​ເອກະ​ພາບ​ຕໍ່​ແນວທາງ​ນະ​ໂຍບາຍຂອງ​ພັກ, ​ເສີມ​ຂະຫຍາຍ​ຄວາມ​ສາມັກຄີ​ທັງ​ພາຍ​ໃນ ​ແລະ​ພາຍ​ນອກ, ​ເຮັດ​ວຽກ​ມີແບບ​ແຜນ, ມີ​ຫຼັກການ ​ແລະ​ສັດຈະ​ວິພາກ, ພ້ອມ​ກັນ​ຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່​ການ​ເມືອງຂອງ​ພັກ​ໃຫ້​ບັນລຸ​ຜົນ​ເປັນ​ຈິງ ​ແລະ​ກ້າວ​ສູ່​ຈຸດໝາຍ​ສັງຄົມ​ນິຍົມ. ສະນັ້ນ, ທາງຄະນະພັກ, ຄະນະນຳຂອງສະຫະພັນ​ກຳມະບານ​ແຂວງຈິ່ງຕັດສິນໃຈສູງ​ໃນ​ການກໍ່ສ້າງ; ຕໍ່ກັບການບຳລຸງສ້າງພະນັກງານ, ສະມາຊິກພັກ ທີ່ເປັນພະ ນັກງານສືບທອດທົດແທນພາຍໃນຂອງຕົນໃຫ້ມີຄວາມຮັບຮູ້ທິດສະດີມາກ-ເລນິນ; ຊຶ່ງເປັນແນວຄິດທິດສະດີພື້ນຖານຂອງພັກ ເຮົາ ກໍຄືພະນັກງານ-ສະມາຊິກພັກທຸກຄົນ ຕ້ອງໄດ້ຮັບຮູ້ ແລະເຂົ້າໃຈແຈ້ງ, ການກໍ່ສ້າງ ແລະບຳລຸງທິດສະດີໃນຄັ້ງນີ້ ​ໄດ້​ຈັດ​ເປັນ​ພາກ​ປົກກະຕິ​ຮຽນ​ວັນ​ຈັນ ຫາ ວັນ​ສຸກ ມີ​ນັກ​ສຶກສາ​ທັງ​ໝົດ 59 ຄົນ, ຍິງ 24 ຄົນ. ຊິຶ່ງຈະເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 13 ມີຖຸນາ 2022 ເປັນຕົ້ນໄປ, ຄາດຄະເນປະມານຕົ້ນເດືອນ 8 ສໍາເລັດ.

         ການຮຽນ-ການສອນ ທິດສະດີການເມືອງ-ການປົກຄອງລະບົບ 45 ວັນປະກອບມີວິຊາຮຽນຄື: ມີ 5 ພາກ​ວິຊາ​

  • ວິຊາ​ ປັດ​ຊະ​ຍາມາ​ກ-​ເລ​ນິນ ມີ 8 ບົດ.
  • ວິຊາ ​ເສດຖະສາດ​ການ​ເມືອງ​ມາກ-​ເລ​ນິນ ມີ 10 ບົດ.
  • ວິຊາ ລັດທິ​ສັງຄົມ​ນິຍົມ​ວິທະຍາສາດ ມີ 8 ບົດ.
  • ວິຊາ ກໍ່ສ້າງ​ພັກ ມີ 6 ບົດ.
  • ວິຊາ ພາກ​ບໍລິຫານ​ລັດ ​ແລະ​ການ​ປົກຄອງ 8 ບົດ.

         ການຈັດ​ຕັ້ງປະຕິບັດ​ການ​ຮຽນ-ການ​ສອນທັງ​ໝົດມີ 295 ຊົ່ວ​ໂມງ​ເທົ່າ​ກັບ 18,43 ໜ່ວຍ​ກິດ, ​ໃນ​ນີ້​ຂຶ້ນ​ຫ້ອງ​ບັນຍາຍ​ຕົວ​ຈິງມີ 196 ຊົ່ວ​ໂມງ; ຄົ້ນຄວ້າ 84 ຊົ່ວ​ໂມງ.

         ຕອນທ້າຍ; ທ່ານ ​ປອ ຈັນພິພັກ ກອງຈຳປາ ກຳມະການພັກເມືອງ ເລຂາພັກເມືອງ ເຈົ້າເມືອງ ເມືອງສິງ; ໄດ້​ໃຫ້​ກຽດ​ໂອ້​ລົມ​ຕໍ່​ພິທີ​ເປີດ​ຊຸດ​ຮຽນ​ເຊຶ່ງ​ທ່ານ​ໄດ້​ກ່າວ​ຍ້ອງຍໍ​ຊົມ​ເຊີຍ​ທາງ​ຄະນະ​ພັກ ​ແລະ​ທຸກ​ພາກສ່ວນ​ທີ່​ໄດ້​ໃຫ້​ຄວາມ​ສຳຄັນ ​ເຊິ່ງ​ໄດ້​ສ່ອງ​ແສງ​ເຖິງ​ຄວາມ​ຕື່ນ​ຕົວ ຂອງ​ທຸກ​ພາກສ່ວນ ​ແລະທ່ານ​ໄດ້​ກ່າວວ່າ: ການ​ຮ່ຳຮຽນ​ເຖິງວ່າ​ຈະ​ຮຽນ​ໜ້ອຍ ຫຼື ຮຽນ​ຫຼາຍ ກໍ່​ລ້ວນ​ແຕ່​ມີ​ຄຸນຄ່າທັງ​ນັ້ນ. ​ເຊຶ່ງ​ສະພາບ​ປັດຈຸບັນ​ການ​ຮຽນ​ແມ່ນ​ທັນ​ສະ​ໄໝ​ຫຼາຍ​ຂຶ້ນ ການ​ຄົ້ນຄວ້າ​ຮ່ຳຮຽນກໍ່​ງ່າຍ​; ຄວາມ​ຮູ້ແມ່ນ​ຢູ່​ໃນ​ກຳມື ຂອງ​ທຸກ​ຄົນ​ທີ່​ສົນ​ໃຈໃນການສຶກສາຮໍ່າຮຽນດ້ວຍຕົນເອງ.

         ນອກນັ້ນ, ທ່ານ​ຍັງ​ໄດ້​ຮຽກຮ້ອງ​ມາ​ຍັງ​ຄະນະ​ຮັບຜິດຊອບ, ມີ​ບົດຮຽນ​ອັນ​ໃດ​ກໍ່ໃຫ້ຊ່ວຍ​ແບ່ງປັນ​ແກ່​ໂຮງຮຽນ, ຕິດຕາມ​ການ​ເຄື່ອນ​ໄຫວ ຂອງ​ນັກ​ສຶກສາ ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ ແກ້ໄຂບັນຫາທີ່ຫຍຸ້ງຍາກ​ສັບສົນ ​ແລະ​ຮຽກຮ້ອງ​ໃຫ້​ນັກ​ສຶກສາ​ນຳ​ເອົາ​ບົດຮຽນ​ໄປ​ໝູນ​ໃຊ້​ຢ່າງ​ມີ​ຄວາມ​ເປັນ​ເອກະ​ພາບ. ພ້ອມ​ກັນ​ຈັດ​ຕັ້ງ​ປະຕິບັດ​ແນວທາງ​ຂອງ​ພັກ; ລະບຽບ​ກົດໝາຍ ຂອງ​ລັດຢ່າງເຂັ້ມງວດ. ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ໂດຍສະເພາະກໍຄືເມືອງສິງ ແຂວງຫຼວງນ້ຳທາໃຫ້ມີຄວາມຈະເລີນຮຸ່ງເຮື່ອງ ແລະສີວິໄລເປັນກ້າວໆ.

ຂ່າວ/ພາບ: ປທ ນ. ມະນີລາ ແກ້ວລະກຳ
ບັນນາທິການ: ປທ ບຸນປັນ ສຸມຸນທອງ