Month: June 2022

ໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງແຂວງ ຈັດກອງປະຊຸມວິທີວິທະຍາໃນການຄົ້ນຄວ້າ ແລະນຳສະເໜີບົດວິທະຍາສາດໃຫ້ພະນັກງານໂຮງຮຽນການເມືອງ ແລະການປົກຄອງ ແຂວງຊຽງຂວາງ.

ໂດຍປະຕິບັດຕາມ ຂໍ້ກຳນົດ ຂອງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວດ້ານວິຊາການ ຂອງໂຮງຮຽນການເມືອງ ແລະການປົກຄອງແຂວງ, ນະຄອນຫຼວງວຽງຈັນເລກທີ 1131/ສມປຊ, ລົງວັນທີ 24 ຕຸລາ 2019, ອີງຕາມ ຂໍ້ກຳນົດ ຂອງສະພາວິທະຍາສາດສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ສະບັບເລກທີ 036/ສວ, ລົງວັນທີ 16 ພະຈິກ 2021 ວ່າດ້ວຍການຄຸ້ມຄອງ ແລະການຄົ້ນຄ້ວາວິທະຍາສາດ, ອີງຕາມທິດຊີ້ນຳ ຂອງກົມຄຸ້ມຄອງການຄົ້ນຄ້ວາວິທະຍາສາດ ຂອງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ,…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະຫຼຸບການຈັດຕັ້ງປະຕິບັດການລົງກໍ່ສ້າງຮາກຖານການເມືອງຂອງນັກສຶກສາປະລິນຍາຕີ ຮຸ່ນທີ XXV ຢູ່ເມືອງທຸລະຄົມແຂວງວຽງຈັນ

ເພື່ອເຮັດໃຫ້ການຈັດຕັ້ງເຄື່ອນໄຫວວຽກງານໃຫ້ໄປຕາມແຜນການທີ່ໄດ້ວາງໄວ້, ຄະນະຮັບຜິດຊອບການລົງກໍ່ສ້າງຮາກຖານການເມືອງ ຂອງສະຖາບັນໄດ້ແຕ່ງຕັ້ງ ແລະຈັດແບ່ງໜ່ວຍການລົງຝຶກງານ ຂອງນັກສຶກສາລະບົບປະລິນຍາຕີ ຮຸ່ນທີ 25 ຢູ່ກຸ່ມບ້ານ ເມືອງທຸລະ ຄົມ ແຂວງວຽງຈັນ, ເຊິ່ງແບ່ງອອກເປັນ 13 ໜ່ວຍ ເພື່ອລົງຝຶກງານກໍ່ສ້າງຮາກຖານຈໍານວນ 13 ບ້ານ. ໃນນັ້ນ: ປະກອບມີ: ອາຈານຊີ້ນໍາປະຈໍາແຕ່ລະບ້ານຈໍານວນ 13 ສະຫາຍ, ນາຍບ້ານຈໍານວນ 13 ສະຫາຍ ແລະນັກສຶກສາຈໍານວນ 119 ສະຫາຍ, ລວມທັງໝົດ 145…

ພິທີປາຖະກະຖາ ເລົ່າມູນເຊື້ອ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະວັນເຊັນສົນທິສັນຍາ ມິດຕະພາບ ແລະການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮັບຟັງປາຖະກະຖາເລົ່າມູນເຊື້ອ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປິ (5.9.1962-5.9.2022), ວັນເຊັນສົນທິສັນຍາ ມິດຕະພາບ ແລະການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປິ(18.7.1977-18.7.2022), ເປັນກຽດເຂົ້າຮ່ວມ ທ່ານຂອງທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະພັກ, ຄະນະນຳ ສມປຊ…

ກີລາມິດຕະພາບ ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພົບກັບການນຳຂອງແຂວງ, ເມືອງ, ນັກທຸລະກິດ ແລະສະມາຄົມນັກສຶກສາ ແຂວງບໍລິຄຳໄຊ

ການນຳຂອງແຂວງບໍລິຄຳໄຊ ພ້ອມດ້ວຍ ສະມາຄົມນັກສຶກສາ ສມປຊ ແຂວງບໍລິຄຳໄຊ ແລະ ຄະນະພັກ, ຄະນະນຳ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາາດ ໄດ້ສ້າງຂະບວນການແຂ່ງຂັນກີລາມິດຕະພາບເຊັ່ນ: ບານເຕະ ແລະ ກີລາເປຕັງ ຢູ່ທີ່ເດີ່ນກີລາ ສມປຊ ໃນຕອນເຊົ້າວັນທີ 25 ມິຖຸນາ 2022, ໂດຍການເຂົ້າຮ່ວມຂອງທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ, ທ່ານ…