ໃນການລົງກໍ່ສ້າງ ຮາກ ຖານການເມືອງຢູ່ເມືອງທຸລະຄົມ ແຂວງວຽງຈັນ ຊຶ່ງການລົງກໍ່ສ້າງຮາກຖານການເມືອງ ແມ່ນໄດ້ເລີ່ມມາແຕ່ວັນທີ 2 ພຶດສະພາ ຫາ 15 ມິຖຸນາ ລວມທັງໝົດ 45 ວັນ ຊຶ່ງຜ່ານການລົງຮາກຖານເຫັນໄດ້ວ່າ ນັກສຶກສາຂອງ ສມປຊ ໄດ້ນໍາໃຊ້ທິດສະດີ ແລະພຶດຕິກໍາທີ່ີຮຽນມາ ເຂົ້າສູ່ຄະນະພັກບ້ານ, ນາຍບ້ານ ແລະປະຊາຊົນ ໃນການແລກປ່ຽນຮ່ວມກັບອໍານາດການປົກຄອງຂັ້ນບ້ານ ໃຫ້ເປັນລະບົບຄົບຊຸດ, ມີຄວາມປອດໃສ, ໜັກແໜ້ນ ແລະເຂັ້ມແຂງຮອບດ້ານ, ມີຄວາມສາມາດແກ້ໄຂຊ່ວຍອໍານາດການປົກຄອງຂັ້ນບ້ານ ໃນການຈັດຕັ້ງເຜີຍແຜ່ບັນດານິຕິກໍາ, ລະບຽບການ ແລະແຈ້ງການຕ່າງໆກ່ຽວກັບຂັ້ນບ້ານ ໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານ ຊຶ່ງສະແດງໄດ້ຈາກຕົວເລກຄື: ຊ່ວຍວຽກບໍລິຫານຂອງອົງການປົກຄອງບ້ານເປັນຕົ້ນແມ່ນເກັບກໍາຂໍ້ມູນສະຖິຕິພົນລະເມືອງ, ສະຖິຕິຊາວໜຸ່ມ – ໄວໜຸ່ມ, ສະຖິຕິສະຫະພັນແມ່ຍິງບ້ານ, ເຊື່ອມຊືມເອກະສານກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການປົກຄອງບ້ານ ແລະ ພາລະບົດບາດຊາວໜຸ່ມ, ແມ່ຍິງ, ເຜີຍແເຜ່ກົດລະບຽບຂອງບ້ານ ແລະຜົນຮ້າຍຂອງຢາເສບຕິດໃຫ້ຊາວໜຸ່ມ-ໄວໜຸ່ມ, ພໍ່ແມ່ປະຊາຊົນພາຍໃນບ້ານ, ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະວັນປູກຕົ້ນໄມ້ແຫ່ງຊາດ.

ຈາກຜົນງານການເຄື່ອນໄຫວຫຼາຍໆໄດ້ເຫັນວ່າ ຄະນະຮັບຜິດຊອບແລະ ນັກສຶກສາ ໄດ້ມີການກະກຽມ, ປະສານງານ ແລະໄດ້ໃຫ້ທິດຊີ້ນຳເອົາໃຈໃສ່ ຕິດຕາມ, ກວດກາ ແລະຊຸກຍູ້ໃຫ້ ແຕ່ລະບ້ານໄດ້ເຄື່ອນໄຫວປະຕິບັດວຽກງານຕ່າງໆທີ່ໄດ້ກຳນົດໄວ້ໃນແຜນໄດ້ສໍາເລັດຕາມລະດັບຄາດໝາຍ ທັງຮັບປະກັນທາງດ້ານເວລາ ແລະ ກິດຈະກຳຕ່າງໆມີປະສິດທິພາບ ແລະ ປະສິດທິຜົນສູງ, ມີການພົວພັນປະສານສົມທົບກັບເມືອງ ແລະພາກສ່ວນທີ່ກ່ຽວຂ້ອງໄດ້ມີການປະຊຸມ ເພື່ອຮັບສອງແສງລາຍງານຢ່າງເປັນປະຈຳຢ່າງຕໍ່ເນື່ອງ, ນອກນັ້ນ, ນັກສຶກສາ ໄດ້ປະຕິບັດແຜນການເຄື່ອນໄຫວ ວຽກງານຕ່າງໆ ພາຍໃນບ້ານໄດ້ສໍາເລັດຕາມແຜນການທີ່ກໍານົດໄວ້ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.ດ້ວຍເຫດນີ້ແລ້ວ ຄະນະພັກ, ອຳນາດການປົກຄອງບ້ານ ຈຶ່ງໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍຕໍ່ກັບ ນັກສຶກສາ ປະລິນຍາຕີຂອງ ສມປຊ ແລະ ເພື່ອເປັນການສະແດງຄວາມຂອບໃຈ ແລະຄວາມດຸໝັ້ນ ອົດທົນ ຈຶ່ງໄດ້ມອບໃບຊົມເຊີຍໃຫ້ ນັກສຶກສາ ປະລິນຍາຕີ ຮຸ່ນທີ XXV ຫ້ອງ ກ ທັງໝົດ 52 ທ່ານ, ຍິງ 19 ທ່ານ.

ບັນນາທິການ: ປທ ບຸນປັນ ສຸມຸນທອງ
ຂ່າວ: ນ. ໄມວ່າງ ນສ ປຕ ຮຸ່ນທີ XXV ຫ້ອງ ກ