ໃນລະຫວ່າງ ວັນທີ 12-15ມີຖຸນາ 2022ຢູ່ທີ່ຫ້ອງການປົກຄອງແຕ່ລະບ້ານທັງ 7 ບ້ານ,  ໄດ້ຈັດພິທີສະຫຼຸບການລົງກໍ່ສ້າງຮາກຖານການເມືອງຂັ້ນບ້ານ ຢູ່ເມືອງທຸລະຄົມ ແຂວງວຽງຈັນ ຂອງນັກສຶກສາ ປະລິນຍາຕີ ຮຸ່ນທີ XXV ຫ້ອງ ຂ ໂດຍມີຄະນະພັກເມືອງທຸລະຄົມ, ອຳນາດການປົກຄອງບ້ານທັງ 7ບ້ານ, ອາຈານຊີ້ນຳ, ນັກສຶກສາ ແລະຕະຫຼອດຮອດພໍ່ແມ່ປະຊາຊົນ ເຂົ້າຮ່ວມຢ່າງພ້ອມພຽງ.

ແຕ່ລະໜ່ວຍໄດ້ຜ່ານບົດສະຫຼຸບລາຍງານການລົງກໍ່ສ້າງຮາກຖານການເມືອງ ຂອງນັກສຶກສາລະບົບປະລິນຍາຕີ ຮຸ່ນທີ XXV ຊຶ່ງໄດ້ແບ່ງການລົງກໍ່ສ້າງຮາກຖານໃນ 13 ບ້ານ ຂອງເມືອງທຸລະຄົມ ໃນໄລຍະ 45 ວັນ (ນັບທັງວັນເສົາ ແລະວັນອາທິດ) ນັບແຕ່ວັນທີ 03 ພຶດສະພາ ຫາ ວັນທີ 16 ມີຖຸນາ 2022. ຊຶ່ງເຫັນວ່ານັກສຶກສາໄດ້ເອົາໃຈໃສ່ຢ່າງຕັ້ງໜ້າປະກອບສ່ວນເຂົ້າໃນທຸກຂົງເຂດວຽກງານ ໂດຍສະເພາະແມ່ນປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍລາຍລະອຽດມີດັ່ງລຸ່ມນີ້;

ຜົນສຳເລັດໃນການເຄື່ອນໄຫວການລົງກໍ່ສ້າງຮາກຖານໃນໄລຍະ 45 ວັນ ຢູ່ທີ່ບ້ານນາເພີຍ

  1. ຄະນະນັກສຶກສາລົງກໍ່ສ້າງຮາກຖານການເມືອງ ຢູ່ບ້ານນາເພີຍ ແມ່ນໄດ້ຮັບການຊ່ວຍເຫຼືອ ແລະອຳນວຍຄວາມສະດວກທາງດ້ານທີ່ພັກ, ສະຖານທີ່ເຮັດວຽກ ແລະໄດ້ຮັບການຊ່ວຍເຫຼືອຈາກພໍ່ແມ່ປະຊາຊົນພາຍໃນບ້ານເຊັ່ນ: ເຂົ້າສານ, ຊີ້ນປາອາຫານ ແລະພຶດຜັກຕ່າງໆ.
  2. ນັກສຶກສາເອງກໍໄດ້ປະກອບສ່ວນທາງດ້ານເຫື່ອແຮງ ແລະວັດຖຸຈໍານວນໜຶ່ງເພື່ອເປັນຂອງຂວັນ, ຂອງທີ່ລະນຶກມອບໃຫ້ແກ່ບ້ານນາເພີຍ ເຊັ່ນ: ໄດ້ສ້າງຄຳຂັວນຂອງພັກ, ຂອງຊາດ, ລະບົບການຈັດຕັ້ງບ້ານ, ປ້າຍຊື່ຫ້ອງການບ້ານ ແລະຄຳຂັວນຕ່າງໆ ປະດັບປະດາຫ້ອງການບ້ານ, ມອບເຄື່ອງກິລາ ແລະອຸປະກອນການຮຽນໃຫ້ນ້ອງນັກຮຽນ, ຮ່ວມໂມທະນາທານນຳຄອບຄົວຂອງຜູ້ເສຍຊີວິດ ແລະປະກອບສ່ວນຊ່ວຍເຫຼືອບ້ານໃນພິທີສະຫຼຸບປິດການລົງກໍ່ສ້າງຮາກຖານການເມືອງ, ຊ່ວຍເສຍຄ່າໄຟຟ້າທີ່ນັກສືກສາພັກອາໃສໃນໄລະຍະ 45 ວັນ, ໄດ້ມອບເອກະສານບັນດານິຕິກຳຕ່າງໆ ເຊັນ: ປຶ້ມບົດສະຫຼຸບການເຄື່ອນໄຫວລົງກໍ່ສ້າງຮາກຖານການເມືອງ, ປຶ້ມຮ່າງບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ, ໜັ້ກແໜ້ນ, ກົດລະບຽບການຄຸ້ມຄອງບ້ານ, ຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານ, ຮ່າງບົດສະຫຼຸບການເຄື່ອນໄຫວວຽກງານສະຫະພັນແມ່ຍິງ, ຮ່າງບົດສະຫຼຸບການເຄື່ອນໄຫວວຽກງານຊາວໜຸ່ມ, ນັກສຶກສາໄດ້ມອບປຶ້ມວາລະສານຈຳນວນ 150 ຫົວ ແລະເຈວລ້າງມື ຈຳນວນ 30 ກ່ອງ ໃຫ້ບ້ານ,ເຄື່ອນໄຫວອອກແຮງງານອະນາໄມລວມຕາມເສັ້ນທາງຂອບເຂດບ້ານນາເພີຍ, ອ້ອມຂ້າງໂຮງຮຽນປະຖົມຂອງບ້ານໄດ້ 5 ຄັ້ງເຊິ່ງມີຈຳນວນພົນເຂົ້າຮ່ວມທັງໝົດ 245 ເທື່ອຄົນ, ຍິງ 96 ເທື່ອຄົນ, ທິມງານນັກສຶກສາໄດ້ຊ່ວຍປະຊາຊົນອອກແຮງງານທຳການຜະລິດເປັນຕົ້ນແມ່ນ: ປູກຕົ້ນໄມ້ຢາງພາລາ, ໄຖນາ, ປູກເຂົ້າ ແລະຍັງໄດ້ຊ່ວຍຄອບຄົວທຸກຍາກສ້ອມແປງເຮືອນຄົວທີ່ໄດ້ເປ່ເພ, ເລຂາພັກບ້ານ-ນາຍບ້ານ, ອາຈານຜູ້ຊີ້ນຳ, ນັກສຶກສາ, ຄູ ແລະນັກຮຽນປະຖົມບ້ານນາເພີຍ ຮ່ວມກັນປູກຕົ້ນໄມ້ ແລະອະນາໄມຂອບເຂດບໍລິເວນໂຮງຮຽນ ( ເນື່ອງໃນວັນປູກຕົ້ນ ໄມ້ແຫ່ງຊາດ ແລະວັນເດັກນ້ອຍສາກົນ ) ຈຳນວນ 30 ຕົ້ນ, ມີຜູ້ເຂົ້າຮ່ວມ 35 ຄົນ, ຍີງ 20 ຄົນ, ເລຂາພັກບ້ານ-ນາຍບ້ານ, ອາຈານຜູ້ຊີ້ນຳ, ນັກສຶກສາ, ໄດ້ລົງເຄື່ອນໄຫວແລກປ່ຽນຖອດຖອນບົດຮຽນຮ່ວມກັບບ້ານນາເງິນ ແລະສ້າງຂະບວນການກິລາ ( ເຕະກະຕໍ້ຫວາຍ ) ເພື່ອຮັດແໜ້ນຄວາມສາມັກຄີ ມີຜູ້ເຂົ້າຮ່ວມ 30 ຄົນ, ຍິງ 09 ຄົນ, ການຈັດຕັ້ງບ້ານ, ພ້ອມດ້ວຍອາຈານຊີ້ນໍາ ແລະທິມງານນັກສຶກສາ ໄດ້ໄປທັດສະນະສຶກສາ ທີ່ອ່າງນໍ້າງື່ມ ແລະທັດສະນະນຳສຶກສາຄອບຄົວຕົວແບບໃນການຜະລິດໄຫໜຶ້ງເຂົ້າ, ສ່ວນຖົວລຽນ, ໄດ້ຈັດພິທີສະຫຼຸບການລົງກໍ່ສ້າງຮາກຖານການເມືອງ ຂັ້ນບ້ານ ຂອງນັກສຶກສາ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໃນຄັ້ງວັນທີ 14/06/2022 ມີຜູ້ເຂົ້າຮ່ວມທັງໝົດ 36 ທ່ານ, ຍິງ 18 ທ່ານ ໃນນັ້ນມີຜູ້ໄດ້ຮັບໃບຊົມເຊີຍຈາກທ່ານເຈົ້າເມືອງໆ ທຸລະຄົມ ແຂວງວຽງຈັນ ຈຳນວນ 10 ທ່ານ ແລະໃບກຽດຕິຄຸນລວມໝູ່ຈາກບ້ານ 01 ໃບ, ໃບຍ້ອງຍໍໃຫ້ນັກທຸລະກິດ ຈຳນວນ 02 ໃບ.

ຜົນສຳເລັດໃນການເຄື່ອນໄຫວລົງກໍ່ສ້າງຮາກຖານໃນໄລຍະ 45 ວັນ ຢູ່ທີ່ບ້ານ ເກີນເໜືອ

  • ອົງການຈັດຕັ້ງບ້ານ, ພໍ່ແມ່ປະຊາຊົນໄດ້ປະກອບສ່ວນອໍານວຍຄວາມສະດວກດ້ານທີ່ພັກອາໄສໃຫ້ແກ່ນັກສຶກສາຂອງພວກເຮົາເປັນຕົ້ນແມ່ນ: ໄດ້ຈັດເຮືອນໃຫ້ນັກສຶກສາພັກເຊົາ1ຫຼັງ;  ນອກນັ້ນຍັງໄດ້ຕອບສະໜອງນ້ຳໃຊ້, ເຂົ້າສານ ແລະອາຫານການກິນຈຳນວນໜຶ່ງເຮັດໃຫ້ຄະນະນັກສຶກສາທີ່ລົງກໍ່ສ້າງຮາກຖານມີຄວາມສະດວກສະບາຍ.
  • ລົງພົບປະແລກປ່ຽນບົດຮຽນ ແລະສ້າງກິດຈະກຳຮ່ວມກັບບ້ານບໍ່, ບ້ານນາໝາກ 1 ຄັ້ງ ມີຄະນະພັກເມືອງ, ຄະນະພັກຮາກຖານກຸ່ມບ້ານ, ນາຍບ້ານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.
  • ລົງເກັບກຳຂໍ້ມູນວຽກງານເສດຖະກິດ ແລະຄອບຄົວຕົວແບບຈຳນວນ 1 ຄັ້ງ ມີນັກສຶກສາລົງເກັບກຳຂໍ້ມູນມີ 10 ຄົນ, ຍິງ 1 ຄົນ.
  • ເຂົ້າຮ່ວມພິທີມອບ-ຮັບໃບຢັ້ງຢືນໜ໋ວຍພັກປອດໃສ, ເຂັ້ມແຂງ, ຫນັກແໜ້ນ ຂອງໜ່ວຍພັກຮາກຖານວິທະຍາໄລຄູບ້ານເກິນປະຈຳປີ 2021 ຈຳນວນ 1 ຄັ້ງ.
  • ເຂົ້າຮ່ວມພິທີເປີດການສອບເສັງຈົບຊັ້ນ ປໍ5 ສົກຮຽນ 2021-2022 ກຸ່ມ 01 ເທດສະບານເມືອງທຸລະຄົມ ແຂວງວຽງຈັນ ຄັ້ງວັນທີ 9-10 ມີຖຸນາ 2022 ທີສູນສອບເສັັງໂຮຽຮຽນປະຖົມສີບຸນເຮືອງ.
  • ຊ່ວຍປະດັບປະດາຫ້ອງການບ້ານຕິດຮູບຜູ້ນຳພັກ-ລັດ ແລະໃບຍ້ອງຍໍໃສ່ຫ້ອງການບ້ານ 2 ຄັ້ງ.
  • ເຂົ້າຮ່ວມການສັກຢາປ້ອງກັນໂຄວິດ 19 ເຂັມ 2-3 ແລະສັກຢາຕ້ານມະເຮັງມົດລູກຢູ່ທີ່ໂຮງຮຽນມັດທະຍົມຕອນຕົ້ນບ້ານເກິນເໜືອຈຳນວນ 1 ຄັ້ງ.
  • ຊ່ວຍປັບປຸງໂຄງຮ່າງການຈັດຕັ້ງບ້ານເກິນເໜືອ 1 ຄັ້ງ.
  • ໄດ້ສ້ອມແປງໂທລະໂຄງໃຫ້ບ້ານ 2 ຄັ້ງ.
  • ເຂົ້າຮ່ວມຂະບວນການພິທີປິດ ແລະສະຫຼຸບຕີລາຄາ ບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ບ້ານເກິນເໜືອເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 70 ຄົນ, ຍິງ 26 ຄົນ.

ຜົນສຳເລັດໃນການເຄື່ອນໄຫວລົງກໍ່ສ້າງຮາກຖານໃນໄລຍະ 45 ວັນ ຢູ່ທີ່ບ້ານນາເງິນ

  • ໄດ້ສ້າງຂະບວນການອອກລວມ ລະຫວ່າງ ນັກສຶກສາກັບຄູ-ອາຈານ ແລະນັກຮຽນພ້ອມດ້ວຍພໍ່ແມ່ປະຊົນສ້ອມແປງຫຼັງຄາໂຮງຮຽນ ໄດ້ 01 ຄັ້ງ ມີຜູ້ເຂົ້າຮວມ 35 ຄົນ, ຍິງ 12 ຄົນ.
  • ສ້າງຂະບວນການ ເຮັດຫຼັງຄາຫ້ອງນ້ຳໂຮງຮຽນ ໄດ້ 01 ຄັ້ງຜູ້ເຂົ້າຮາວມ 14 ຄົນຍິງ05 ຄົນ.
  • ສ້າງກິດຈະກຳຮ່ວມອົງການຈັດຕັ້ງບ້ານ, ຄູ ແລະນ້ອງນ້ອຍນັກຮຽນປູກຕົ້ນໄມ້ເນື່ອງໃນໂອກາດວັນປູກຕົ້ນ ໄມ້ແຫ່ງຊາດ ແລະວັນເດັກນ້ອຍສາກົນມີຜູ້ເຂົ້າຮ່ວມ 65 ຄົນ, ຍິງ25ຄົນ.
  • ສ້າງຂະບວນການອະໄມຕາມເສັ້ນທາງຫຼວງຕາມບ້ານນາເງີນມີຜູ້ເຂົ້າຮວມ 79 ຄົນ ,ຍິງ 28 ຄົນ.
  • ເຂົ້າຮ່ວມກອງປະຊຸມຮ່ວມກະສິກຳເມືອງໃນການຊູກຍູ້ການປູກ, ການລຽ້ງຂອງພໍ່ແມ່ປະຊາຊົນ 01 ຄັ້ງມີຜູ້ເຂົ້າຮ່ວມ 79 ຄົນ,ຍິງ 30 ຄົນ.
  • ສ້າງກິດຈະກຳຂະບວນການກິລາກັບບ້ານ ແລະທີ່ດີນເມືອງມີຜູ້ເຂົ້າຮ່ວມ 557 ຄົນ , ຍິງ15 ຄົນ.
  • ເປີດກອງປະຊຸມແລກປຽ່ນບົດຮຽນກັບທີມງານນັກສຶກສາ ບ້ານນາເຜີຍ ພ້ອມດ້ວຍອຳນາດການປົກຄອງບ້ານທັງ 2 ບັານຄື: ບ້ານນາເຜີ່ຍ, ບ້ານນາເງີນ ມີຜູ້ເຂົ້າຮ່ວມ 27 ຄົນ, ຍີງ 08 ຄົນ.
  • ຈັດພິທີສະຫຼຸບປິດວຽກງານລົງກໍ່ສ້ານຮາກຖານການເມືອງ ມີຜູ້ເຂົ້າຮ່ວ 54 ຄົນ, ຍິງ 23 ຄົນ.
  • ໄດ້ຮັບໃບຍ້ອງກົມກອງລວມໝູ່ ຈຳນວນ 01 ໃບ, ບຸກຄົນ 06 ໃບ, ໄດຮັບໃບຊົມເຊີຍ ກົມກອງລວມໝູ່ 03 ໃບ, ບຸກຄົນ 10 ໃບ.

ຜົນສຳເລັດໃນການເຄື່ອນໄຫວລົງກໍ່ສ້າງຮາກຖານໃນໄລຍະ 45 ວັນ ຢູ່ທີ່ບ້ານ ນາໝາກ

  • ໄດ້ສ້າງຂະບວນການອອກແຮງງານອະນາໄມສະຖານທີ່ພັກເຊົາ, ຕົບຕ່າງພາຍໃນຫ້ອງການບ້ານບ່ອນເຮັດວຽກໄດ້ 02 ຄັ້ງ ແລະໄດ້ສ້າງໂຄງຮ່າງການຈັດຕັ້ງບ້ານໄດ້ສໍາເລັດ 1 ແຜ່ນ.
  • ສ້າງຂະບວນການອອກແຮງງານລວມ ລະຫວ່າງ ນັກສຶກສາຮ່ວມກັບພໍ່ແມ່ປະຊາຊົນ ອະນາໄມຕາມຂອບເຂດເສັ້ນທາງຫຼວງເລກທີ 10 ໃນຂອບເຂດທີ່ບ້ານຮັບຜິດຊອບໄດ້ 2 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 122 ເທື່ອຄົນ, ຍິງ 44 ເທື່ອຄົນ.
  • ກໍ່ຄານ ແລະເທຄານທັບກໍາແພງວັດ ຢູ່ຄຸ້ມໂພນສະຫວາດ ເຊິ່ງມີຄວາມຍາວ 84 ແມັດໄດ້ 5 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 82 ເທື່ອຄົນ, ຍິງ 30 ເທື່ອຄົນ.
  • ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະວັນເດັກນ້ອຍສາກົນທີມງານນັກສຶກສາຂອງພວກເຮົາກໍ່ໄດ້ຈັດກິດຈະກໍາ ແລະໄດ້ສ້າງຂະບວນການຮ່ວມກັບການຈັດຕັ້ງບ້ານ, ພະນັກງານຫ້ອງການສຶກສາ ທິການ ແລະກິລາ ແລະນ້ອງນ້ອຍນັກຮຽນ ເພື່ອຮັດແໜ້ນສ້າງຄວາມສາມະຄີ. ນອກຈາກນັ້ນ, ກໍ່ໄດ້ມອບອຸປະກອນການຮຽນເປັນຕົ້ນແມ່ນ: ປື້ມ, ບິກ, ສໍ ແລະເຂົ້າໜົມຈໍນວນໜຶ່ງໃຫ້ແກ່ນ້ອງນອ້ຍນັກຮຽນ ລວມມູນຄ່າ 500.000 ກີບ.
  • ໄດ້ຕອ້ນຮັບທ່ານ ປທ ນາງ ບຸນມີ ຈຸລະຈັກ ຮອງເລຂາພັກ, ຮອງຫົວໜ້າສະຖາບັນການເມືອງ-ການປົກແຫ່ງຊາດ ພ້ອມດ້ວຍຄະນະໃນການລົງມາຢຽ້ມຍາມນັກສຶກສາທີ່ລົງມາຝຶກງານ ຢູ່ບ້ານນາໝາກ, ເມືອງທຸລະຄົມ, ແຂວງວຽງຈັນ.
  • ໄດ້ລົງໄປແລກປຽ່ນບົດຮຽນ ແລະກິລາຮ່ວມກັນກັບນັກສຶກສາປະຈໍາຢູ່ ບ້ານບໍ່ ແລະບ້ານເກີນເໜືອ 1 ຄ້ັັງ, ທີມງານນັກສຶກສາລົງກໍ່ສ້າງຮາກຖານການເມືອງ ໄດ້ສົມທົບທຶນຊື້ເຄື່ອງໃຊ້ຫ້ອງການ ແລະປະກອບສ່ວນໃນມື້ປິດສະຫຼຸບໃນການລົງກໍ່ສ້າງຮາກຖານການເມືອງ ລວມມູນຄ່າ 1.600.000 ກີບ
  • ໄດ້ລົງໄປຊ່ວຍວຽກປະຊາຊົນ ເປັນຕົ້ນແມ່ນວຽກທໍາການຜະລິດໄດ້ ຈໍານວນ 4 ຄັ້ງ.
  • ບົດສະຫຼຸບບັ້ນດໍາເນີນລົງກໍ່ສ້າງຮາກຖານການເມືອງຂອງນັກສຶກສາໜ່ວຍ 6 ບ້ານນາໝາກເຊິ່ງຈັດຂຶ້ນໃນວັນທີ 13 ມິຖຸນາ 2022, ມີຜູ້ເຂົ້າຮ່ວມທັງໝົດ 209  ຄົນ, ຍິງ 131 ຄົນ.
  • ທີມງານລົງກໍ່ສ້າງຮາກຖານການເມືອງຂອງນັກສຶກສາ ໜ່ວຍ 6 ບ້ານນາໝາກ ຂອງພວກເຮົາໄດ້ຮັບໃບຊົມເຊີຍຈາກເຈົ້າເມືອງ ເມືອງທຸລະຄົມ ແຂວງວຽງຈັນ ລວມທັງໝົດ ຈໍານວນ 9 ຄົນ, ຍິງ 2 ຄົນ ແລະອາຈານຊີ້ນໍາ 1 ສະຫາຍ. ລວມທັງໝົດ 10 ໃບ.

ຜົນສໍາເລັດໃນການເຄື່ອນໄຫວລົງກໍ່ສ້າງຮາກຖານໃນໄລຍະ 45 ວັນ ຢູ່ບ້ານບໍ່

     – ໄດ້ເປີດກອງປະຊຸມປືກສາຫາລື ແລະສ້າງແຜນການເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ.

– ລົງເຄື່ອນໄຫວເກັບກໍາຂໍ້ມູນໃນແຕ່ລະຂົງເຂດວຽກງານໂດຍສະເພາະແມ່ນ 4 ກຸ່ມວຽກຄື: ກຸ່ມການເມືອງ, ກຸ່ມເສດຖະກິດ, ກຸ່ມວັດທະນະທຳ-ສັງຄົມ ແລະກຸ່ມ ປກສ – ປກຊ.

     – ສໍາ​ເລັດ​ເກັບ​ກຳ​ຂໍ້​ມູນພ້ອມ​ທັງສັງ​ລວມ​ສະຖິຕິ ​ແລະປະຊາກອນ​ບ້ານ ສົ່ງ​ໃຫ້​ຫ້ອງການ​ແຜນການ,ຫ້ອງການ​ສຶກສາ​ເມືອງ.

     – ລົງ​ເຄື່ອນ​​ໄຫວຊ່ວຍ​ວຽກຫົວໜ້າ​ກຸ່ມ (​ເລຂາຄະນະ​ພັກ​ຮາກ​ຖານ​ ​​ກຸ່ມ​ບ້ານບໍ່) ລົງທາ​ບທາມ​ກຳນົດ​ຕຳ​ແໜ່​ງ​ພະນັກງານ​ນຳພາ​-ຄຸ້ມ​ຄອງ​ຂັ້ນ​ບ້ານ ສຳ​ເລັດ ​ໃນ 4 ບ້ານ​ຄື: ບ້ານ​ເກີນ​ກາງ, ບ້ານ​ເກີນ​​ໃຕ້, ​ໂພນ​ແຮ່ ​ແລະບ້ານ​ບໍ່.

– ເຂົ້າຮ່ວມສ່ອງແສງລາຍ​ງານ​ປະຈຳ​ອາທິດ​ໃນການລົງກໍ່ສ້າງຮາກຖານການເມືອງຈໍານວນ 6 ຄັ້ງ.

–  ອົງການປົກຄອງບ້ານ ​ແລະພໍ່ແມ່ປະຊາຊົນໄດ້ປະກອບສ່ວນອໍານວຍຄວາມສະດວກດ້ານທີ່ພັກອາໄສໃຫ້ແກ່ນັກສຶກສາເປັນຕົ້ນແມ່ນ: ໄດ້ຈັດ​ໂຮງຮຽນອານຸບານ​ຂອງບ້ານໃຫ້ນັກສຶກສາພັກເຊົາ1ຫຼັງ ແລະນອກນັ້ນຍັງໄດ້ຕອບສະໜອງນ້ຳໃຊ້, ນ້ຳດື່ມ, ເຂົ້າສານ ແລະອາຫານການກິນຈຳນວນໜຶ່ງເຮັດໃຫ້ຄະນະນັກສຶກສາ ລົງກໍ່ສ້າງຮາກຖານພວກເຮົາມີຄວາມສະດວກ​ພໍ​ສົມຄວນ.

     – ຄະນະ​ຮັບຜິດຊອບ​ຊີ້​ນຳ​ພ້ອ​ມດ້ວຍ​ຄະນະ​ນັກ​ສຶກສາ​ລົງ​ກໍ່ສ້າງ​ຮາກ​ຖານ​ການ​ເມືອງໜ່ວຍ 07 ຮ່ວມ​ກັບ ອົງການ​ຈັດ​ຕັ້ງ​ບ້ານບໍ່ ​ໄດ້​ຕ້ອນຮັບ​ການ​ລົງ​ຊຸກຍູ້​ເຄື່ອນ​ໄຫວ​ວຽກ​ງານ ຂອງ​ທ່ານ ນາງ ບຸນ​ມີ​ຈຸນລະ​ຈັກ ຮອງ​ເລຂາ​ຄະນະ​ບໍລິຫານ​ງານ​ພັກ – ຮອງ​ຫົວໜ້າ​ສະ​ຖາ​ບັນ​ການ​ເມືອງ ​ແລະ​ ການ​ປົກຄອງ​ແຫ່ງ​ຊາດ​ພ້ອມ​ດ້ວຍ​ຄະນະ 1 ຄັ້ງ ມີ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ 25 ຄົນ.

     – ເຂົ້າ​ຮ່ວມ​ກອງ​ປະຊຸມປະ​ເມີນ​ຄອບຄົວ​ປ້ອງ​ກັນຊາ​ດ​ເຂັ້ມ​ແຂງທີ່​ຫ້ອງການ​ບ້ານ​ບໍ່ ​ໂດຍ​ການ​ລົງ​ເກັບ​ກໍາຂອງ​ຄະນະ​ພັກ-ຄະນະ​ບັນຊາ​ຂອງ​ກອງ​ບັນຊາ​ການທະຫານ​ເມືອງທຸລະຄົມ.

     – ລົງ​ທັດສະນະ​ສຶກສາ​ໂຮງງານ​ຜະລິດ​ເກືອກາ​ເພັດບ້ານ​ບໍ່ 1 ຄັ້ງຜູ້​ເຂົ້າ​ຮ່ວມ​ທັງ​ໝົດ 15 ຄົນ, ຍິງ 2 ຄົນ ຊຶ່ງ​ໄດ້​ຮັບ​ຟັງ​ການ​ລາຍ​ງານສະພາບ​ລວມ ​ຈາກ​ ທ່ານ ວົງ​ເພັດ​ ຄໍາ​ຜຸຍ ຫົວໜ້າ​ໂຮງງານ​ຜະລິດ​ເກືອ​ບ້ານ​ບໍ່ (ໂຮງງານ​ຜະລິດ​ເກືອ​ບ້ານ​ບໍ່ ​ໄດ້ຈົດ​ທະບຽນ ​ເລກ​ທີ່ກອຢ/ຜນ 9010017 ລົງ​ວັນ​ທີ່ 3/5/2019.

     – ໄດ້​ເປີດ​ກອງ​ປະຊຸມ,ຈັດ​ກິດຈະ​ກໍາ​ພົບ​ປະ​ແລກປ່ຽນ​ບົດຮຽນຮ່ວມ​ກັບຄະນະ​ລົງ​ກໍ່​ສ້າງ​ຮາກ​ຖານ​ການ​ເມືອງພາຍ​ໃນ 4 ບ້ານຄື : ບ້ານບໍ່, ບ້ານນາ​ໝາກ, ບ້ານເກີນ​ເໜືອ ​ແລະ​ບ້ານນາ​ເພີຍ.

     – ໄດ້​ສ້າງ​ຂະ​ບວນການ​ອອກ​ແຮງ​ງານລວມຮ່ວມ​ກັບ​ບ້ານຄື: ຖົມ​ທາງ​ເຂົ້າ​ຫາບ້ານ​ໄດ້ 2 ຄັ້ງ, ລວມຜູ້​ເຂົ້າ​ຮ່ວມທັງໝົດ137 ຄົນ.

     –  ສໍາເລັດ​ການ​ສັງ​ລວມຂໍ້​ມູນ ວຽກ​ງານ ກຸ່ມ​ການ​ເມືອງ, ກຸ່ມ​ເສດຖະກິດ, ກຸ່ມ​ວັດທະນາ​ທຳ​ສັງ​ຄົມ ​ແລະ ກຸ່ມວຽກ​​ ປກຊ-ປກສ.

     –  ເຂົ້າ​ຮ່ວມ​ກອງ​ປະຊຸມ​ນຳ​ຄະນະສະຫະພັນ​ແມ່ຍິງ​ບ້ານ ​ໂດຍ​ເຊື່ອມ​ຊຶມ​ເອກະສານວຽກ​ງານ​ແມ່ຍິງ 3 ດີພ້ອມ​ທັງໄດ້​ເກັບ​ກຳ​ຂໍ້​ມູນ​ສຳ​ເລັດ, ມີຜູ້​ເຂົ້າ​ຮ່ວມ​ທັງ​ໝົດ 52 ຄົນ.

     –   ສ້າງ​ຂະ​ບວນການ​ອອກ​ແຮງ​ງານ​ອານາ​ໄມ​ຫ້ອງການ​ບ້ານ,​ ເກັບ​ຂີ້​ເຫຍື້ອ​ຕາມ​ເສັ້ນທາງ​ຂອບ​ເຂດ​ບ້ານບໍ່ 3 ຄັ້ງຜູ້​ເຂົ້າ​ຮ່ວມ 197 ຄົນ, ຍິງ 59 ຄົນ.

     –  ສ້າງ​ຂະ​ບວນການສະ​ເຫຼີ​ມສະຫຼອງວັນ​ເດັກ​ນ້ອຍ​ສາກົນ ​ແລະວັນ​ປູກ​ຕົ້ນ​ໄມ້​ແຫ່ງ​ຊາດຮ່ວມ​ກັບ​ອົງການ​ຈັດ​ຕັ້ງ​ບ້ານ, ຄູ​-ອາຈານ ແລະນ້ອງ​ນ້ອຍ​ນັກຮຽນ ​.

     –   ເຂົ້າຮ່ວມພິທີປິດການລົງກໍ່ສ້າງຮາກຖານການເມືອງ, ຜ່ານບົດສະຫຼຸບບັ້ນດໍາເນີນລົງກໍ່ສ້າງຮາກຖານການເມືອງຂອງນັກສຶກສາໜ່ວຍ 7 ບ້ານບໍ່ ຊຶ່ງໄດ້ຈັດຂຶ້ນໃນວັນທີ 12 ມິຖຸນາ 2022 , ມີຜູ້ເຂົ້າຮ່ວມທັງໝົດ 68 ຄົນ, ຍິງ 23 ຄົນ ແລະໄດ້ຮັບໃບກຽດຕິຄຸນຈາກທ່ານເຈົ້າເມືອງໆທຸລະຄົມຈຳນວນ 10 ໃບ.

ຜົນສຳເລັດໃນການເຄື່ອນໄຫວລົງກໍ່ສ້າງຮາກຖານໃນໄລຍະ 45 ວັນ ຢູ່ທີ່ບ້ານ ໂພນໂຮງນຝ້າຍ

– ອົງການປົກຄອງບ້ານນາຝ້າຍໄດ້ສະໜອງສິ່ງເອື້ອອໍານວຍຄວາມສະດວກ ໃນການເຮັດວຽກໃຫ້ແກ່ນັກສຶກສາລົງກໍ່ສ້າງຮາກຖານການເມືອງເປັນຕົ້ນແມ່ນ: ທີ່ພັກອາໃສ, ພ້ອມຊ່ວຍເຫຼືອເຂົ້າສານຈໍານວນ 263 ກິໂລ ແລະໄດ້ເປີດໄດ້ເປີດກອງປະຊຸມຮ່ວມກັບອຳນາດ ການປົກຄອງບ້ານເພື່ອຮັບຟັງການລາຍງານ ແລະແລກປ່ຽນບົດຮຽນໃນການ ເຄື່ອນໄຫວວຽກງານຂອງແຕ່ລະໜ່ວຍງານຂອງບ້ານສຳເລັດຕາມແຜນການ.

– ສົມທົບກັບອໍານາດການປົກຄອງບ້ານ-ພໍ່ເເມ່ປະຊາຊົນສ້າງຂະບວນການອານາໄມລວມ, ເກັບຂີ້ເຫຍື້ອ, ຕັດຫຍ້າແຄມທາງຊອຍເຂົ້າບ້ານ ແລະທາງເລກ 10 ໃນໄລຍະເສັ້ນທາງຍາວກວ່າ 4ກມ; ສາມາດຈັດຕັ້ງປະຕິບັດໄດ້ 02 ຄັ້ງ, ມີຜູ້ເຂົ້າຮ່ວມ 137 ເທື່ອຄົນ, ຍິງ 79 ເທື່ອຄົນ.

  • ສົມທົບກັບພໍ່ເເມ່ປະຊາຊົນສ້ອມແປງທາງຊອຍຄອນກີດເຂົ້າຫ້ອງການທີ່ເປເພ່ ໄດ້ 01 ຄັ້ງ, ມີຜູ້ເຂົ້າຮ່ວມ 30 ຄົນ, ຍິງ 8 ຄົນ.
  • ໄດ້ເຂົ້າຮ່ວມຂະບວນການອອກແຮງງານຮ່ວມກັບກຸ່ມໂພນງາມນາຝ້າຍ ເພື່ອກະກຽມເຮັດບຸນຍົກຍອດຊໍ່ຟ້າ ແລະຊ່ວຍບ້ານຮັບແຂກໃນມື້ງານບຸນ ຢູ່ວັດຄຸ້ມດອນໂຮງຮຽນ.
  • ໄດ້ສ້າງກິດຈະກໍາຮ່ວມກັບການຈັດຕັ້ງບ້ານ, ນ້ອງນັກຮຽນ ເພື່ອຕ້ອນຮັບວັນປູກຕົ້ນໄມ້ແຫ່ງຊາດ ແລະວັນເດັກນ້ອຍສາກົນເຊັ່ນ: ນຳພານ້ອງນັກຮຽນອອກແຮງງານອານະໄມ, ຂອບເຂດເດີ່ນໂຮງຮຽນ ແລະປູກຕົ້ນໄມ້ ໄດ້ 01 ຄັ້ງ, ມີຜູ້ເຂົ້າຮ່ວມ 55 ຄົນ, ຍິງ 25 ຄົນ.
  • ຄະນະລົງກໍ່ສ້າງຮາກຖານການເມືອງ ໄດ້ສົມທົບກັບການຈັດຕັ້ງບ້ານລົງເກັບກໍາສະຖິຕິ 05 ໜ່ວຍງານໃຫຍ່ທີ່ປິ່ນອ້ອມ ແລະສະຖິຕິພົນລະເມືອງຂອງບ້ານ ສໍາເລັດຕາມເປົ້າໝາຍທີ່ວາງໄວ້.
  • ເຂົ້າຮ່ວມຂະບວນການສັກຢາປ້ອງກັນພະຍາດຕ່າງໆ ນໍາຫ້ອງການສາທາລະນະສຸກເມືອງ ລວມ 04 ຄັ້ງ.ຈໍານວນຄົນເຂົ້າຮ່ວມ 163 ເທື່ອຄົນ, ຍິງ 98 ເທື່ອຄົນ.
  • ລົງໄປແລກປ່ຽນບົດຮຽນກັບກຸ່ມຄະນະນັກສຶກສາບ້ານໂພນງາມ, ນາຝ້າຍໄດ້ 01 ຄັ້ງ, ພ້ອມດ້ວຍອາຈານຊີ້ນໍາ, ການຈັດຕັ້ງບ້ານ ແລະນັັກສຶກສາເຂົ້້າຮ່ວມ 32 ຄົນ, ຍິງ 5 ຄົນ.
  • ລົງໄປທັດສະນະສຶກສາຖອດຖອນບົດຮຽນນໍາກຸ່ມຜະລິດເປັນສີນຄ້າ ລວມ 06 ຄັ້ງ. ຈໍານວນ 75 ເທື່ອຄົນ.ຍິງ 12 ເທື່ອຄົນ, ເປັນຕົ້ນແມ່ນ: ກຸ່ມຖັກຟອຍ, ກຸ່ມປູກຜັກຂະແຍງ, ກຸ່ມລ້ຽງສັດໃຫ່ຍ (ປະເພດງົວ), ກຸ່ມລ້ຽງໄກ່ພັນໄຂ່ ແລະລ້ຽງປາ, ກຸ່ມຜະລິດແນວພັນເຂົ້າ, ກຸ່ມຜະລິດເຂົ້າເປັນສີນຄ້າ.

–    ເຂົ້າຮ່ວມພິທີປິດການລົງກໍ່ສ້າງຮາກຖານການເມືອ,  ຜ່ານບົດສະຫຼຸບບັ້ນດໍາເນີນລົງກໍ່ສ້າງຮາກຖານການເມືອງຂອງນັກສຶກສາ ຊຶ່ງຈັດຂຶ້ນໃນວັນທີ 12 ມິຖຸນາ2022   ມີຜູ້ເຂົ້າຮ່ວມທັງໝົດ68  ຄົນ, ຍິງ 28 ຄົນໄດ້ຮັບໃບກຽດຕິຄຸນຈາກທ່ານເຈົ້າເມືອງໆທຸລະຄົມຈຳນວນ11 ໃບ ແລະໃບຍ້ອງຍໍ້ນັກທຸລະກິດ ຈຳນວນ 2 ໃບ.

ຜົນສຳເລັດໃນການເຄື່ອນໄຫວລົງກໍ່ສ້າງຮາກຖານໃນໄລຍະ 45 ວັນ ຢູ່ທີ່ບ້ານ ໂພນງາມນາຝ້າຍ

  • ໄດ້ສົມທົບກັບອົງການປົກຄອງບ້ານນໍາພາ ພໍ່ແມ່ປະຊາຊົນສ້າງຂະບວນການອອກແຮງງານລວມ ເກັບຂີ້ເຫຍື້ອ ແລະຖາງຫຍ້າລຽບຕາມເສັ້ນທາງສາຍຫຼັກເລກ 10 ໃນຂອບເຂດຄຸ້ມບ້ານໂພນງາມ 1 ຄັ້ງ, ມີຈຳນວນພົນເຂົ້າຮ່ວມ 50 ຄົນ, ຍິງ 36 ຄົນ.
  • ໄດ້ສົມທົບກັບອົງການປົກຄອງບ້ານ ນໍາພາພໍ່ແມ່ປະຊາຊົນຄຸ້ມໂພນຂາມອອກແຮງງານລວມບ້ານເຊັ່ນ: ຖາງລຽບແຄມທາງ, ຕັດຫຍ້າ, ຂຸດຮ່ອງລະບາຍນໍ້າໜື່ງຈຸດຕາມເສັ້ນທາງພາຍໃນບ້ານ 1 ຄັ້ງ, ມີຈຳນວນພົນເຂົ້າຮ່ວມ 58 ຄົນ, ຍິງ 30 ຄົນ.
  • ໄດ້ສົມທົບກັບອົງການປົກຄອງບ້ານ ນໍາພາພໍ່ແມ່ປະຊາຊົນ ຄຸ້ມນາຊ່າງເຫຼັກອອກແຮງງານລວມບ້ານເຊັ່ນ: ອາ ນາໄມຖາງຫຍ້າ, ວາງທໍ່ຮ່ອງລະບາຍນໍ້າ ແລະຖົມດິນທາງເຂົ້າປ່າຊ້າໄດ້ 1 ຄັ້ງ, ມີຈຳນວນພົນເຂົ້າຮ່ວມ 48 ຄົນ, ຍິງ 25 ຄົນ.
  • ໄດ້ສົມທົບກັບອົງການປົກຄອງບ້ານ ແລະຄະນະທີມງານນັກສຶກສາ ບ້ານໂພນໂຮງ ນໍາພາພໍ່ແມ່ປະຊາຊົນຄຸ້ມດອນໂຮງຮຽນອອກແຮງງານລວມບ້ານເຊັ່ນ: ອານາໄມຖາງຫຍ້າ, ຂົນເອົາຫີນແຮ່ຖົມທາງເຂົ້າວັດບາງຈຸດ ແລະອານາໄມປະດັບປະດາເອ້ຍ້ອງພາຍໃນວັດ ເພື່ອກະກຽມເຮັດບຸນຜ້າປ່າສາມັກຄີ ແລະຍົກຍອດຊໍ່ຟ້າໄດ້ 1 ຄັ້ງ, ມີຈຳນວນພົນເຂົ້າຮ່ວມ 65 ຄົນ, ຍິງ 28 ຄົນ.
  • ໄດ້ສົມທົບກັບອົງການປົກຄອງບ້ານຊ່ວຍພໍ່ແມ່ປະຊາຊົນອອກແຮງງານລວມເທກັນເປື້ອນອ້ອມຂ້າງຫ້ອງການບ້ານ ໄດ້ 1 ຄັ້ງ, ຈຳນວນພົນເຂົ້າຮ່ວມ 45 ຄົນ, ຍິງ 18 ຄົນ.
  • ໄດ້ສົມທົບກັບອົງການປົກຄອງບ້ານ, ຄູ-ອາຈານ ແລະນ້ອງນ້ອຍນັກຮຽນ ຢູ່ໂຮງຮຽນປະຖົມສົມບູນຄຸ້ມບ້ານໂພນງາມສ້າງຂະບວນການອອກແຮງານອະນາໄມເກັບຂີ້ເຫຍື້ອ, ຕັດຫຍ້າ, ປູກຕົ້ນໄມ້ ເນື່ອງໃນໂອກາດວັນເດັກນ້ອຍສາກົນ ແລະວັນປູກຕົ້ນໄມ້ແຫ່ງຊາດ ຢູ່ພາຍໃນເດີ່ນໂຮງຮຽນກ່ອນປິດສົກຮຽນປະຈຳປີ; ຊຶ່ງມີຈຳນວນພົນເຂົ້າຮ່ວມທັງໝົດ 50 ຄົນ, ຍິງ 27 ຄົນ.
  • ໄດ້ຈັດແບ່ງອ້າຍນ້ອງນັກສຶກສາຈໍານວນໜື່ງ ໄປອອກແຮງງານຊ່ວຍນາຍຊ່າງກໍ່ກໍາແພງ ແລະໂບກກຳແພງວັດ ຄຸ້ມບ້ານໂພນງາມໄດ້ 3 ຄັ້ງ.
  • ໄດ້ຕ້ອນຮັບຄະນະການນໍາ ສມປຊ ທີ່ໄດ້ລົງມາເຄື່ອນໄຫວຊຸກຍູ້ວຽກງານ ຂອງນັກສຶກສາຢູ່ບ້ານໂພນງາມໄດ້ 1 ຄັ້ງ.
  • ໄດ້ຕ້ອນຮັບຄະນະກຸ່ມບ້ານ ທີ່ໄດ້ລົງມາເຄື່ອນໄຫວຊຸກຍູ້ວຽກງານ ຂອງນັກສຶກສາ ຢູ່ບ້ານໂພນງາມໄດ້ 2 ຄັ້ງ.
  • ອອກແຮງງານອະນາໄມລວມຕັດຫຍ້າຂອບເຂດຫ້ອງການບ້ານ​ ສະເພາະ​ນັກສື​ກສາໄດ້ 1  ຄັ້ງ.
  • ໄດ້ສົມທົບກັບອົງການປົກຄອງບ້ານຈັດກອງປະຊຸມ ແລກປ່ຽນຖອດຖອນບົດຮຽນ ການລົງກໍ່ສ້າງຮາກຖານການເມືອງ ລະຫວ່າງ ບ້ານໂພນງາມກັບບ້ານໂພນໂຮງ ຢູ່ວັດຄຸ້ມບ້ານໂພນງາມໄດ້ 1 ຄັ້ງ, ຊຶ່ງມີຈຳນວນພົນເຂົ້າຮ່ວມ 30 ຄົນ, ຍິງ 07 ຄົນ.
  • ຄະນະທີມງານນັກສຶກສາໄດ້ເຂົ້າຮ່ວມງານບຸນພະເວດ ຢູ່ວັດຄຸ້ມໂພນຂາມໄດ້ 1 ຄັ້ງ.
  • ຄະນະນັກສຶກສາເຂົ້າຮ່ວມກອງປະຊຸມ ປຶກສາຫາລືນຳອົງການປົກຄອງບ້ານ ກ່ຽວກັບການກະກຽມຈັດງານບຸນ ແລະພ້ອມທັງໄດ້ເຂົ້າຮ່ວມງານບຸນຜ້າປ່າສາມັກຄີ ແລະຍົກຍອດຊໍ່ຟ້າ ຢູ່ວັດຄຸ້ມດອນໂຮງຮຽນໄດ້ 1 ຄັ້ງ.
  • ນອກຈາກນັ້ນ; ຄະນະທີມງານນັກສຶກສາ ແລະອາຈານຊີ້ນຳກໍໄດ້ລົງໄປຢ້ຽມຢາມພົບປະສ້າງສັນຢູ່ເຮືອນຂອງບຸກຄົນເຊັ່ນ: ການຈັດຕັ້ງ ແລະເຮືອນພໍ່ແມ່ປະຊາຊົນພາຍໃນບ້ານ; ນອກຈາກນັ້ນຍັງໄດ້ແຕ່ງຕັ້ງນັກສຶກສາຈຳນວນໜື່ງໄປຊ່ວຍວຽກຂອງປະຊາຊົນເຊັ່ນ: ງານຂື້ນເຮືອນໃໝ່, ຊ່ວຍໄຖນາ, ແປງຂົວຂ້າມ, ອານາໄມເຮືອນຊານບ້ານຊ່ອງ ແລະ ອື່ນໆ.
  • ທີມງານນັກສຶກສາໄດ້ຮັບໃບຊົມເຊີຍ ຈາກທ່ານເຈົ້າເມືອງໆ ທຸລະຄົມ ຈຳນວນ 9 ຄົນ, ຍິງ 1 ຄົນ; ອາຈານຊີ້ນຳໄດ້ຮັບໃບຍ້ອງຍໍ ຈາກທ່ານເຈົ້າເມືອງ ໆ ທຸລະຄົມ ຈຳນວນ 1 ທ່ານ.

ຂ່າວ: ແສງເດືອນ ມິດທາພອນ ນສ ປຕ 25 ຫ້ອງ ຂ
ບັນນາທິການ: ປທ ບຸນປັນ ສຸມຸທອງ