ພິທີປິດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງລະບົບຊັ້ນກາງຮຸ່ນທີ XVII ສົກປີ 2020-2022 ໄດ້ຈັດຂຶ້ນໃນວັນທີ 17 ມິຖຸນາ 2022 ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງ ເປັນກຽດເຂົ້າຮ່ວມມີ ທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ, ມີຄະນະນຳໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ມີຫົວໜ້າ, ຮອງຫົວໜ້າພະແນກການ, ກົມກອງ, ລັດວິສາຫະກິດອ້ອມຂ້າງແຂວງພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະນັກສຶກສາລະບົບຊັ້ນກາງຮຸ່ນທີ XVII ແລະ XVIII ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ປອ. ສີສອນພັນ ບຸນສີ ກໍາມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊຍະບູລີ ໄດ້ສະຫຼຸບສັງລວມການຈັດຕັ້ງປະຕິບັດການຮຽນ-ການສອນທິດສະດີການເມືອງ ແລະ ການປົກຄອງ ຮຸ່ນທີ XVII; ມີຜູ້ເຂົ້າຮຽນທັງໝົດຈໍານວນ 48 ສະຫາຍ, ຍິງ 8 ສະຫາຍ; ໃນນັ້ນມາຈາກພະແນກການ, ກົມກອງ ອ້ອມຂ້າງແຂວງ 24 ສະຫາຍ, ຍິງ 4 ສະຫາຍ, ມາຈາກ 11 ເມືອງທົ່ວແຂວງ 24 ສະຫາຍ, ຍິງ 4 ສະຫາຍ. ຊຸດຮຽນ ນໍາໃຊ້ເວລາຮຽນ 15 ເດືອນ, ມີວິຊາຮຽນທັງໝົດ 28 ວິຊາ, ແບ່ງອອກເປັນ 3 ໝວດວິຊາຄື: ໝວດວິຊາ ຄວາມຮູ້ທົ່ວໄປ, ໝວດວິຊາເຕັກນິກທົ່ວໄປ ແລະໝວດວິຊາສະເພາະ, ໃຊ້ເວລາຮຽນໃນຫ້ອງ 1.327 ຊົ່ວໂມງເທົ່າກັບ 82,3 ໜ່ວຍກິດ, ແບ່ງອອກເປັນ 3 ພາກຮຽນ, ການປະເມີນຜົນການຮຽນແບ່ງອອກເປັນ 3 ຮູບການຄື: ສອບເສັງຂຽນແບບອັດຕະໄນ, ປາລະໄນ, ສອບເສັງດ້ວຍການສອບເສັງປາກເປົ່າ ແລະປ້ອງກັນບົດຈົບຊັ້ນ.

ຜ່ານການຈັດຕັ້ງປະຕິບັດການຮຽນ-ການສອນ ສາມາດສະຫຼຸບຜົນຂອງການສອບເສັງທຸກວິຊາ ແລະປ້ອງກັນ ບົດຈົບຊັ້ນໄດ້ 100%, ເກຼດ A ຄະແນນສະເລ່ຍ 4,0 ມີ 7 ສະຫາຍ ເທົ່າກັບ 14,89%, ເກຼດ B+ ສະເລ່ຍ 3,5 ມີ 34 ສະຫາຍເທົ່າກັບ 72,34%, ເກຼດ B ສະເລ່ຍ 3,0 ມີ 7 ສະຫາຍເທົ່າກັບ 14,89%. ຍ້ອນນັກສຶກສາໄດ້ເອົາໃຈ ໃສ່ຕໍ່ການສຶກສາຮໍ່າຮຽນ, ປະຕິບັດກົດລະບຽບຂອງໂຮງຮຽນໄດ້ດີ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງຈຶ່ງເຮັດໃຫ້ມີນັກສຶກ ສາຈໍານວນໜຶ່ງໄດ້ກາຍເປັນແບບຢ່າງ ແລະເປັນບຸກຄົນດີເດັ່ນຂອງຊຸດຮຽນ ຊຶ່ງສາມາດເລືອກເປັນຕົວເດັ່ນໄດ້ຮັບໃບ ຍ້ອງຍໍຂອງໂຮງຮຽນ ມີ 7 ສະຫາຍ, ຍິງ 1 ສະຫາຍ ແລະໃບຊົມເຊີຍ ມີ 13 ສະຫາຍ ແລະຍິງ ມີ 3 ສະຫາຍ.

ໃນໂອກາດດຽວກັນນີ້ ທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງ ແຂວງໄຊຍະບູລີ ໄດ້ ໃຫ້ກຽດມອບໃບປະກາສະນິຍະບັດ ໃຫ້ນັກສຶກສາທີ່ຮຽນຈົບຊຸດ ທິດສະດີການເມືອງ ແລະການປົກຄອງລະບົບຊັ້ນກາງຮຸ່ນທີ XVII ແລະທ່ານ ປອ. ສີສອນພັນ ບຸນສີ ໄດ້ຂຶ້ນມອບໃບຍ້ອງຍໍໃຫ້ນັກສຶກສາຮໍ່າຮຽນດີມີວິໄນ ຈໍານວນ 7 ສະຫາຍ, ຍິງ 1 ສະຫາຍ, ໃບຊົມເຊີຍຈໍານວນ 13 ສະຫາຍ, ຍິງ 3 ສະຫາຍ ແລະໃບສົມມະນາບຸນຄຸນຈໍານວນ 6 ສະຫາຍ.

ຂ່າວ: ອຸທິດ ເກດດົມລິ
ຮູບພາບ: ວັດທະນາ ພັນລັກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ