ເພື່ອເປັນການຊຸກຍູ້ ແລະອໍານວຍຄວາມສະດວກໃນການອອກແຮງງານ, ການປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມສະອາດງາມຕາຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໃນຕອນແລງ ຂອງວັນທີ 20 ມິຖຸນາ ທີ່ຊັ້ນ 2 ຕຶກ H, ທ່ານ ນາງ ລິຈັນ ສີສຸທໍາ ຄະນະນັກສຶກສາ ແຂວງອຸດົມໄຊ ໄດ້ອຸປະຖໍາຈັກຕັດຫຍ້າໃຫ້ຄະນະຮັບຜິດຊອບກິລາ-ສີລະປະວັນນະຄະດີ ສມປຊ ເປັນກຽດກ່າວຮັບໂດຍ: ທ່ານ ປທ ແສງຈັນ ຈັນທະສຸກ ຮອງຫົວໜ້າຄະນະກໍ່ສ້າງພັກ ແລະປະຫວັດສາດພັກ, ຫົວໜ້າກິລາ-ສີລະປະວັນນະຄະດີ ພ້ອມດ້ວຍຄະນະ ແລະຄູ-ອາຈານ ກ່າວຮັບຈັກຕັດຫຍ້າຈໍານວນ 2 ເຄື່ອງ ລວມມູນຄ່າ 3.000.000ກີບ.

ພ້ອມດຽວກັນນີ້. ເພື່ອເປັນການສະແດງຄວາມຊົມເຊີຍຕໍ່ຄະນະນັກສຶກສາ ແຂວງອຸດົມໄຊ. ທ່ານ ປທ ແສງຈັນ ຈັນທະສຸກ ກໍໄດ້ກ່າວຂອບໃຈນໍາຄະນະນັກສຶກສາ ແຂວງອຸດົມໄຊ ທີ່ມີນໍ້າໃຈຊ່ວຍອຸປະຖໍາຈັກຕັດຫຍ້າ ໃຫ້ແກ່ຄະນະຮັບຜິດຊອບກິລາ-ສີລະປະວັນນະຄະດີ ສມປຊ ແລະທ່ານຍັງໄດ້ກ່າວອີກຕື່ມວ່າຈະຊົມໃຊ້ເຄື່ອງໃຊ້ເຫຼົ່ານີ້ເຂົ້າໃນວຽກງານລວມ ຂອງ ສະຖາບັນ ພ້ອມທັງຈະຄຸ້ມຄອງ ແລະປົກປັກຮັກສາໃຫ້ດີທີ່ສຸດ.

   ຂ່າວ/ພາບໂດຍ: ນ. ທິດດາວອນ ດວງປະເສີດ
 ບັນນາທິການໂດຍ: ປທ ບຸນປັນ ສຸມູນທອງ