ຄະນະລັດທິສັງຄົມນິຍົມວິທະຍາສາດ ສມປຊ ສຳເລັດກອງປະຊຸມຮັບຮອງຕຳແໜ່ງວິຊາການຄູ ຂັ້ນຄະນະ
ໃນຕອນບ່າຍຂອງວັນສຸກ, ວັນທີ 31 ກໍລະກົດ 2026, ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຄະນະລັດທິສັງຄົມນິຍົມວິທະຍາສາດ ໄດ້ຈັດກອງປະຊຸມຮັບຮອງຕຳແໜ່ງວິຊາການຄູ ຂັ້ນຄະນະຢ່າງເປັນທາງການ. ພິທີດັ່ງກ່າວໄດ້ດຳເນີນໄປພາຍໃຕ້ການເປັນປະທານ ຂອງ ທ່ານ ປອ ຄຳໃບ ມາລາສິງ, ຄະນະປະຈຳພັກ, ຫົວໜ້າຄະນະລັດທິສັງຄົມນິຍົມວິທະຍາສາດ, ທັງເປັນປະທານສະພາວິທະຍາສາດ ຂອງຄະນະ. ກອງປະຊຸມຄັ້ງນີ້ເປັນການຜັນຂະຫຍາຍແນວທາງນະໂຍບາຍ ຂອງພັກ-ລັດ ໃນການກໍ່ສ້າງ ແລະ ພັດທະນາຖັນແຖວພະນັກ ງານ-ຄູອາຈານ ໃຫ້ມີມາດຖານວິຊາການສູງ, ສົມຄູ່ກັບການເປັນສູນກາງຄົ້ນຄວ້າ ແລະ…
ໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ ຈັດພິທີປ້ອງກັນບົດຈົບຂັ້ນທິດສະດີການເມືອງຂັ້ນກາງ ຮຸ່ນທີ VI
ໃນບັນຍາກາດອັນຟົດຟື້ນ ແລະ ເຕັມໄປດ້ວຍຄວາມໝາຍອັນເລິກເຊິ່ງທາງດ້ານການເມືອງ-ແນວຄິດ, ໃນວັນທີ 31 ກໍລະກົດ 2026 ຜ່ານມານີ້, ທີ່ໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ ໄດ້ຈັດ ພິທີປ້ອງກັນບົດຈົບຊັ້ນທິດສະດີການເມືອງຂັ້ນກາງ ຮຸ່ນທີ VI ຢ່າງເປັນທາງການ ຕາມຂໍ້ຕົກລົງອະນຸມັດ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ສະບັບເລກທີ 1076/ສມປຊ, ລົງວັນທີ 24 ກໍລະກົດ 2026. ໃນພິທີອັນມີຄວາມໝາຍສໍາຄັນນີ້ ຖືເປັນຂີດໝາຍບາດກ້າວອັນສຳຄັນໃນການປະຕິບັດວຽກງານກໍ່ສ້າງ…
ຄະນະນຳ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດ ແລະ ສືບຕໍ່ຮັດແໜ້ນການຮ່ວມມືດ້ານທິດສະດີການເມືອງ ທີ່ ສສ ຫວຽດນາມ
ໃນທ່າມກາງບັນຍາກາດແຫ່ງການເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ; ໃນວັນທີ 29 ກໍລະກົດ 2026 ທີ່ຜ່ານມານີ້, ຄະນະນຳ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ນຳໂດຍ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ…
ພິທີບັນຍາຍປາຖະກະຖາ ເນື່ອງໃນໂອກາດວັນລຸກຮືຂຶ້ນຕໍ່ສູ້ກູ້ຊາດ ແຫ່ງສາທາລະນະລັດ ກູບາ ຄົບຮອບ 73 ປີ (26/07/1953 – 26/07/2026 ແລະ ລະນຶກວັນເກີດຄົບຮອບ 100 ປີ ຂອງ ທ່ານ ຟີແດນ ກັສໂຕຼ ຣູສ ຢູ່ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ
ໃນຕອນເຊົ້າຂອງ ວັນທີ 28 ກໍລະກົດ 2026 ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດພິທີບັນຍາຍປາຖະກະຖາ ສະເຫຼີມສະຫຼອງເນື່ອໃນໂອກາດວັນລຸກຮື້ຂຶ້ນຕໍ່ສູ້ກູ້ຊາດ ແຫ່ງສາທາລະນະລັດ ກູບາ ຄົບຮອບ 73 ປີ (26/07/1953 – 26/07/2026 ແລະ ລະນຶກວັນເກີດຄົບຮອບ 100 ປີ ຂອງສະຫາຍ ຟີແດນ ກັສໂຕຼ ຣູສ ຜູ້ນຳປະຫວັດສາດຢ່າງສົມກຽດ. ໃຫ້ກຽດເຂົ້າຮ່ວມໃນພິທີຄັ້ງນີ້ ມີ…
