ໃນບັນຍາກາດອັນຟົດຟື້ນ ແລະ ເຕັມໄປດ້ວຍຄວາມໝາຍອັນເລິກເຊິ່ງທາງດ້ານການເມືອງ-ແນວຄິດ, ໃນວັນທີ 31 ກໍລະກົດ 2026 ຜ່ານມານີ້, ທີ່ໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ ໄດ້ຈັດ ພິທີປ້ອງກັນບົດຈົບຊັ້ນທິດສະດີການເມືອງຂັ້ນກາງ ຮຸ່ນທີ VI ຢ່າງເປັນທາງການ ຕາມຂໍ້ຕົກລົງອະນຸມັດ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ສະບັບເລກທີ 1076/ສມປຊ, ລົງວັນທີ 24 ກໍລະກົດ 2026.
ໃນພິທີອັນມີຄວາມໝາຍສໍາຄັນນີ້ ຖືເປັນຂີດໝາຍບາດກ້າວອັນສຳຄັນໃນການປະຕິບັດວຽກງານກໍ່ສ້າງ ແລະ ບຳລຸງສ້າງພະນັກງານ-ລັດຖະກອນ ຕາມທິດຍົກລະດັບຄຸນນະພາບທາງດ້ານທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ແລະ ແນວທາງນະໂຍບາຍຂອງພັກ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່. ການປ້ອງກັນບົດໃນຄັ້ງນີ້ ມີນັກສຶກສາທິດສະດີການເມືອງຂັ້ນກາງ ຮຸ່ນທີ VI ເຂົ້າຮ່ວມປ້ອງກັນທັງໝົດ 57 ສະຫາຍ, ຍິງ 22 ສະຫາຍ; ເຊິ່ງເປັນການສ່ອງແສງໃຫ້ເຫັນເຖິງຄວາມເອົາໃຈໃສ່ຢ່າງຕັ້ງໜ້າຂອງອົງຄະນະພັກ, ພ້ອມທັງຄວາມເອື້ອອໍານວຍຄວາມສະດວກໃນການຍົກລະດັບຄວາມຮູ້ຄວາມສາມາດທາງດ້ານການເມືອງການປົກຄອງໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງຮາກຖານ.




ການສຶກສາອົບຮົມທິດສະດີການເມືອງຂັ້ນກາງ ແມ່ນຂະບວນການຫຼໍ່ຫຼອມ ແລະ ບຳລຸງສ້າງ “ແກ່ນສານ” ທາງດ້ານການເມືອງ-ແນວຄິດ ໃຫ້ແກ່ພະນັກງານຫຼັກແຫຼ່ງ. ຜ່ານບົດຈົບຊັ້ນທີ່ນັກສຶກສາໄດ້ຄົ້ນຄວ້າ ແລະ ມາປ້ອງກັນຕໍ່ໜ້າຄະນະກຳມະການໃນ 4 ສາຍວິຊາສະເພາະ ຄື: ສາຍການເມືອງ, ສາຍເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ, ສາຍການປົກຄອງ ໄດ້ສະແດງໃຫ້ເຫັນເຖິງການເຊື່ອມຊຶມທິດສະດີປະຕິວັດເຂົ້າສູ່ການຈັດຕັ້ງປະຕິບັດຕົວຈິງຢູ່ຮາກຖານທ້ອງຖິ່ນ.
ຄວາມສຳເລັດຂອງພິທີປ້ອງກັນບົດໃນຄັ້ງນີ້ ໄດ້ຮັບການຊີ້ນຳຢ່າງໃກ້ຊິດຈາກການນຳຂັ້ນສູງ ໂດຍມີ ທ່ານ ທະວີໄຊ ເໝົາຊົມພູ ຮອງເລຂາຄະນະພັກນະຄອນຫຼວງວຽງຈັນ ເປັນປະທານຄະນະປະທານປ້ອງກັນບົດ, ພ້ອມດ້ວຍ ທ່ານ ປອ ສຸພາວະດີ ຫຼ້າຄໍາສາຍ ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ສມປຊ ແລະ ທ່ານ ນ. ວຽງພອນ ແກ້ວຄູນສີ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ ເປັນຄະນະປະທານ.
ນອກຈາກນີ້, ຍັງມີການແຕ່ງຕັ້ງຄະນະກຳມະການຜູ້ຊ່ຽວຊານ, ອາຈານ ຈາກ ສມປຊ ແລະ ໂຮງຮຽນການ ເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ ເພື່ອຕີລາຄາ ແລະ ປະກອບຄຳເຫັນຢ່າງເລິກເຊິ່ງ, ເຊິ່ງສະແດງໃຫ້ເຫັນເຖິງມາດຕະຖານທາງວິຊາການ ແລະ ຄວາມເຂັ້ມງວດທາງດ້ານລະບຽບຫຼັກການຂອງພັກ.
ໂດຍລວມແລ້ວ, ພິທີປ້ອງກັນບົດຈົບຊັ້ນທິດສະດີການເມືອງຂັ້ນກາງ ຮຸ່ນທີ VI ໄດ້ສິ້ນສຸດລົງດ້ວຍຜົນສຳເລັດອັນຈົບງາມ, ເປັນການເພີ່ມກຳລັງແຮງ ແລະ ບຸກຄະລາກອນທີ່ມີຄຸນນະພາບສູງ ໃຫ້ແກ່ລະບົບການປົກຄອງຢູ່ຮາກຖານ ເຊິ່ງຈະເປັນກຳລັງແຮງອັນສຳຄັນໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກໃຫ້ປະກົດຜົນເປັນຈິງໃນທົ່ວນະຄອນຫຼວງວຽງຈັນ.
ຂ່າວ ຕາອັອດ ແສນທະວີສຸກ
ຮູບພາບ ແສງອາລຸນ ຂັນເງິນ
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ
