ໃນຕອນບ່າຍຂອງວັນສຸກ, ວັນທີ 31 ກໍລະກົດ 2026, ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຄະນະລັດທິສັງຄົມນິຍົມວິທະຍາສາດ ໄດ້ຈັດກອງປະຊຸມຮັບຮອງຕຳແໜ່ງວິຊາການຄູ ຂັ້ນຄະນະຢ່າງເປັນທາງການ. ພິທີດັ່ງກ່າວໄດ້ດຳເນີນໄປພາຍໃຕ້ການເປັນປະທານ ຂອງ ທ່ານ ປອ ຄຳໃບ ມາລາສິງ, ຄະນະປະຈຳພັກ, ຫົວໜ້າຄະນະລັດທິສັງຄົມນິຍົມວິທະຍາສາດ, ທັງເປັນປະທານສະພາວິທະຍາສາດ ຂອງຄະນະ. ກອງປະຊຸມຄັ້ງນີ້ເປັນການຜັນຂະຫຍາຍແນວທາງນະໂຍບາຍ ຂອງພັກ-ລັດ ໃນການກໍ່ສ້າງ ແລະ ພັດທະນາຖັນແຖວພະນັກ ງານ-ຄູອາຈານ ໃຫ້ມີມາດຖານວິຊາການສູງ, ສົມຄູ່ກັບການເປັນສູນກາງຄົ້ນຄວ້າ ແລະ ກໍ່ສ້າງທິດສະດີການເມືອງ-ການປົກຄອງຂອງຊາດ.

ກອງປະຊຸມໃນຄັ້ງນີ້ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ, ໂດຍມີບັນດາທ່ານຜູ້ຊົງຄຸນວຸດທິ ແລະ ສະມາຊິກສະພາວິທະຍາສາດ ຈຳນວນ 9 ທ່ານ ເຊິ່ງເປັນຜູ້ຊ່ຽວຊານຈາກວິທະຍາຄານການເມືອງປ້ອງກັນຄວາມສະຫງົບ, ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ແລະ ພາຍໃນ ສມປຊ ໃຫ້ກຽດເຂົ້າຮ່ວມ. ພ້ອມກັນນັ້ນ, ຍັງມີຜູ້ຕາງໜ້າຈາກກົມຄຸ້ມຄອງການຄົ້ນຄວ້າວິທະ ຍາສາດ, ກົມຄຸ້ມຄອງການຮຽນ-ການສອນ, ກົມກວດກາ, ຕະຫຼອດຮອດພະນັກງານ, ຄູ-ອາຈານ ພາຍໃນຄະນະເຂົ້າຮ່ວມຢ່າງພ້ອມພຽງ.

ການຈັດກອງປະຊຸມແມ່ນປະຕິບັດຕາມຂໍ້ຕົກລົງ ຂອງປະທານສະພາວິທະຍາສາດ ສມປຊ ວ່າດ້ວຍການອະນຸມັດເປີດກອງປະຊຸມຮັບຮອງຕຳແໜ່ງວິຊາການຄູ ຂອງຄະນະລັດທິສັງຄົມນິຍົມວິທະຍາສາດ ສະບັບເລກທີ 100/ສວ, ລົງວັນທີ 28 ກໍລະກົດ 2026.

ນອກຈາກນີ້, ຍັງອີງຕາມດຳລັດວ່າດ້ວຍຕຳແໜ່ງວິຊາການຄູ ຢູ່ສະຖາບັນການສຶກສາຊັ້ນສູງ ເລກທີ 03/ລບ (03/ນຍ), ລົງວັນທີ 10 ມັງກອນ 2020 ຂອງລັດຖະບານ ແລະ ໜັງສືແນະນຳ ຂອງກະຊວງສຶກສາທິການ ແລະ ກິລາ ເລກທີ 1054/ສສກ, ລົງວັນທີ 04 ທັນວາ 2020.

ໃນກອງປະຊຸມ, ທ່ານ  ອຸທິດ ສອນທອງສີ ໃນນາມກອງເລຂາສະພາວິທະຍາສາດ ໄດ້ຜ່ານມາດຖານເງື່ອນໄຂ ແລະ ສະເໜີປະຫວັດ-ຜົນງານທາງດ້ານວິຊາການໂດຍຫຍໍ້ ຂອງພະນັກງານຄູ-ອາຈານ ຈຳນວນ 3 ທ່ານ (ຍິງ 1 ທ່ານ) ທີ່ສະເໜີຂໍຕຳແໜ່ງວິຊາການຄູໃນສາຂາລັດທິສັງຄົມນິຍົມວິທະຍາສາດ ເຊິ່ງປະກອບມີ:

  1. ທ່ານ ປອ ນ. ດາວອນ ບຸດທະນຸວົງ ສະເໜີຂໍຕຳແໜ່ງວິຊາການຄູ ຂັ້ນ “ອາຈານ”
  2. ທ່ານ ປອ ພອນວິໄລ ພົມວຽງໄຊ ສະເໜີຂໍຕຳແໜ່ງວິຊາການຄູ ຂັ້ນ “ອາຈານ”
  3. ທ່ານ ຖາວອນ ພົມມະຈະລິນ ສະເໜີຂໍຕຳແໜ່ງວິຊາການຄູ ຂັ້ນ “ຜູ້ຊ່ວຍອາຈານ”

ທັງ 3 ທ່ານລ້ວນແຕ່ເປັນຜູ້ທີ່ມີຜົນງານພົ້ນເດັ່ນໃນການຂຶ້ນຫ້ອງສິດສອນ, ການຄົ້ນຄວ້າວິທະຍາສາດທາງດ້ານທິດສະດີ-ພຶດຕິກຳ, ການຂຽນ, ແປ ແລະ ຮຽບຮຽງປຶ້ມແບບຮຽນໃນລະບົບຕ່າງໆ ເພື່ອຮັບໃຊ້ຂະບວນການຮຽນ-ການສອນ ແລະ ປະກອບສ່ວນຄົ້ນຄວ້າແນວທາງນະໂຍບາຍ ຂອງພັກ-ລັດ.

ບັນດາທ່ານຜູ້ຊົງຄຸນວຸດທິທັງ 9 ທ່ານ ໄດ້ຕັ້ງຄຳຖາມເຈາະຈີ້ມ ແລະ ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາດ້ວຍຄວາມຮັບຜິດຊອບສູງ, ກ່ອນຈະດຳເນີນການລົງປະຊາມະຕິຮັບຮອງຜົນງານ ໂດຍການໃຫ້ຄະແນນຕາມແບບຟອມທີ 5 (ແບ່ງອອກເປັນ 5 ດ້ານ) ເພື່ອຮັບປະກັນຄວາມຖືກຕ້ອງ, ພາວະວິໄສ ແລະ ສອດຄ່ອງຕາມຫຼັກ ການວິທະຍາສາດ.

ໃນບົດຄຳເຫັນໂອກາດເປັນປະທານກອງປະຊຸມ, ທ່ານ ປອ ຄຳໃບ ມາລາສິງ ໄດ້ເນັ້ນໜັກວ່າ: ການພິຈາລະນາຮັບຮອງຕຳແໜ່ງວິຊາການຄູໃນຄັ້ງນີ້ ເປັນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ ໃນການກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ. ມັນແມ່ນການຢັ້ງຢືນເຖິງຄວາມຮູ້, ຄວາມສາ ມາດ, ຄຸນສົມບັດສິນທຳປະຕິວັດ ແລະ ຜົນງານການຂຶ້ນຫ້ອງສິດສອນ, ການຄົ້ນຄວ້າວິທະຍາສາດທາງທິດສະດີ-ພຶດຕິກຳ, ການຂຽນ ແລະ ຮຽບຮຽງປຶ້ມແບບຮຽນ ເພື່ອຕອບສະໜອງໜ້າທີ່ການເມືອງ ຂອງ ສມປຊ ໃນຖານະເປັນສູນກາງຄົ້ນຄວ້າ ແລະ ກໍ່ສ້າງທິດສະດີການເມືອງ-ການປົກຄອງ ຂອງຊາດ.

ກອງປະຊຸມໄດ້ດຳເນີນໄປເປັນເວລາເຄິ່ງວັນ ແລະ ສຳເລັດຜົນຢ່າງຈົບງາມ. ສຳລັບຂັ້ນຕອນຕໍ່ໄປ, ຜົນການຮັບຮອງໃນຂັ້ນຄະນະຄັ້ງນີ້ ຈະຖືກນຳສະເໜີຕໍ່ສະພາວິທະຍາສາດຂັ້ນສະຖາບັນ (ສມປຊ) ເພື່ອພິຈາລະນາຮັບຮອງ, ກ່ອນຈະນຳສະເໜີຕໍ່ກະຊວງສຶກສາທິການ ແລະ ກິລາ ເພື່ອພິຈາລະນາອະນຸມັດເປັນຂັ້ນສຸດທ້າຍ.

                                             ຂ່າວ ຕາອັອດ ແສນທະວີສຸກ
ຮູບພາບ: ຖາວອນ ພົມມະຈະລິນ
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ

ຂ່າວອື່ນໆ