ໃນຕອນເຊົ້າຂອງ ວັນທີ 28 ກໍລະກົດ 2026 ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດພິທີບັນຍາຍປາຖະກະຖາ ສະເຫຼີມສະຫຼອງເນື່ອໃນໂອກາດວັນລຸກຮື້ຂຶ້ນຕໍ່ສູ້ກູ້ຊາດ ແຫ່ງສາທາລະນະລັດ ກູບາ ຄົບຮອບ 73 ປີ (26/07/1953 – 26/07/2026 ແລະ ລະນຶກວັນເກີດຄົບຮອບ 100 ປີ ຂອງສະຫາຍ ຟີແດນ ກັສໂຕຼ ຣູສ ຜູ້ນຳປະຫວັດສາດຢ່າງສົມກຽດ.
ໃຫ້ກຽດເຂົ້າຮ່ວມໃນພິທີຄັ້ງນີ້ ມີ ສະຫາຍ ນາງ ແອນນາ ວີອານ ວັນເດສ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງສາທາລະນະລັດ ກູບາ ປະຈໍາ ສປປ ລາວ, ມີ ທ່ານ ປອ ຄໍາໃບ ມາລາສິງ ຄະນະປະຈໍາພັກ, ຫົວໜ້າຄະນະລັດທິສັງຄົມນິຍົມວິທະຍາສາດ (ສມປຊ), ມີ ທ່ານ ສຈ ປອ ຈະເລີນ ເຢຍປາວເຮີ ປະທານສະມາຄົມມິດຕະພາບລາວ-ກູບາ, ຕະຫຼອດຮອດບັນດາຫົວໜ້າກົມ, ຮອງກົມ, ຄູ-ອາຈານ, ແຂກທີ່ມີກຽດ ແລະ ນັກສຶກສາ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມຢ່າງພ້ອມພຽງ.



ພິທີດັ່ງກ່າວ ໄດ້ທົບທວນຄືນຕະຫຼອດໄລຍະເວລາ 73 ປີຜ່ານມາ ພາຍໃຕ້ການຊີ້ນຳນຳພາ ອັນສະຫຼາດສ່ອງໃສ ຂອງ ທ່ານ ຟີແດນ ກັສໂຕຣ ຣູສ, ຜູ້ນຳກູບາ ທີ່ໄດ້ສ້າງເສັ້ນທາງປະຫວັດສາດອັນອົງອາດກ້າຫານ ແລະ ເດັດດ່ຽວໜຽວແໜ້ນ ເພື່ອປົກປ້ອງເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ.
ໃນໂອກາດນີ້, ທ່ານ ນາງ ແອນນາ ວີອານ ວັນເດສ ໄດ້ບັນຍາຍພິເສດພາຍໃຕ້ຫົວຂໍ້: “ສະພາບການ ແລະ ຍຸດທະສາດການຮັບມືກັບສິ່ງທ້າທາຍ ຂອງສາທາລະນະລັດ ກູບາ”. ເຊິ່ງທ່ານໄດ້ເນັ້ນໜັກເຖິງການສືບຕໍ່ ມໍລະດົກແນວຄິດ ຂອງ ທ່ານ ຟີແດນ ກັສໂຕຣ ຣູສ ຜ່ານຍຸດທະສາດການຕໍ່ຕ້ານແບບສ້າງສັນ ຂອງພັກ ແລະ ລັດຖະບານກູບາ ໃນການຜັນຂະຫຍາຍການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມ.
ການຮັບມືກັບສິ່ງທ້າທາຍ ແລະ ຂໍ້ຈຳກັດຕ່າງໆ ຜ່ານການສົ່ງເສີມໂຄງການພະລັງງານທົດແທນ (ພະລັງງານແສງຕາເວັນ, ລົມ ແລະ ຊີວະມວນ), ການຊຸກຍູ້ອະທິປະໄຕດ້ານສະບຽງອາຫານ, ການກຸ້ມຕົນເອງໃນລະດັບທ້ອງຖິ່ນ ພ້ອມທັງຮັກສາຄຸນຄ່າແຫ່ງມະນຸດສະທຳ ແລະ ຄວາມສາມັກຄີສາກົນ.
ໃນພິທີ ທ່ານ ສຈ ປອ ຈະເລີນ ເຢຍປາວເຮີ ປະທານສະມາຄົມມິດຕະພາບລາວ-ກູບາ ໄດ້ມີຄຳເຫັນເນັ້ນໜັກການເສີມສ້າງຄວາມສຳພັນມິດຕະພາບ ແລະ ຄວາມສາມັກຄີອັນເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.

ໃນຕອນທ້າຍຂອງພິທີ, ທ່ານ ປອ ຄຳໃບ ມາລາສິງ ໄດ້ຕາງໜ້າໃຫ້ຄະນະນຳ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຂຶ້ນມອບກະຕ່າຜະລິດຕະພັນລາວ ອັນສວຍສົດງົດງາມ ໃຫ້ແດ່ ທ່ານ ນາງ ແອນນາ ວີອານວັນເດສ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງສາທາລະນະລັດ ກູບາ ປະຈໍາ ສປປ ລາວ ເພື່ອເປັນທີ່ລະນຶກ, ພ້ອມທັງສະແດງຄວາມຂອບໃຈ ແລະ ອວຍພອນໄຊໃຫ້ສາຍພົວພັນຮ່ວມມື ລາວ-ກູບາ ຈົ່ງໝັ້ນຄົງຍາວນານຕະຫຼອດໄປ.




ຂ່າວ ສຸກສະຫວັດ ເພັດພູທອນ
ຮູບພາບ ລຳພູນ ຖຸນໄຊຍາ
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ
