ໃນທ່າມກາງບັນຍາກາດແຫ່ງການເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ; ໃນວັນທີ 29 ກໍລະກົດ 2026 ທີ່ຜ່ານມານີ້, ຄະນະນຳ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ນຳໂດຍ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ ໄດ້ເດີນທາງເຄື່ອນໄຫວຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສໍາມະນາວິທະຍາສາດ ທີ່ ສສ ຫວຽດນາມ ຢ່າງເປັນທາງການ.

         ການເດີນທາງເຄື່ອນໄຫວໃນຄັ້ງນີ້, ຄະນະນຳ ສມປຊ ໄດ້ເຂົ້າຮ່ວມກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ພາຍໃຕ້ຫົວຂໍ້: ລະບົບການພັດທະນາຂອງຫວຽດນາມໃນສັງກາດໃໝ່: ກໍານົດຍຸດທະສາດ ແລະ ການເລືອກເຟັ້ນນະໂຍບາຍ ຢູ່ ສສ ຫວຽດນາມ. ກອງປະຊຸມສຳມະນາດັ່ງກ່າວ ມີຄວາມໝາຍຄວາມສຳຄັນຍຸດທະສາດຢ່າງເລິກເຊິ່ງ ໃນການຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳຕົວຈິງ ກ່ຽວກັບການສ້າງສາພັດທະນາປະເທດຊາດຕາມທິດສັງຄົມນິຍົມ. ບົດຮຽນຈາກການກຳນົດຍຸດທະສາດ ແລະ ການເລືອກເຟັ້ນນະໂຍບາຍມະຫາພາກ ຂອງພັກກອມມູນິດຫວຽດນາມ ໃນຍຸກສະໄໝໃໝ່ (ສັງກາດໃໝ່) ທີ່ເຕັມໄປດ້ວຍກາລະໂອກາດ ແລະ ສິ່ງທ້າທາຍຈາກສະພາບແວດລ້ອມ ຂອງພາກພື້ນ ແລະ ສາກົນ ຖືເປັນແຫຼ່ງຂໍ້ມູນ ແລະ ບົດຮຽນອັນລ້ຳຄ່າສຳລັບ ສປປ ລາວ. ຜົນຂອງກອງປະຊຸມຄັ້ງນີ້ ຈະເປັນການປະກອບສ່ວນອັນສຳຄັນໃຫ້ແກ່ ສມປຊ ໃນການນຳມາໝູນໃຊ້ເຂົ້າໃນວຽກງານການຄົ້ນຄວ້າ, ການສິດສອນ ແລະ ການສະໜອງຂໍ້ມູນທາງດ້ານທິດສະດີການເມືອງ-ການປົກຄອງ ໃຫ້ແກ່ສູນກາງພັກປະຊາຊົນ ປະຕິວັດລາວ ເພື່ອປະກອບສ່ວນເຂົ້າໃນການວາງແນວທາງນະໂຍບາຍໃນໄລຍະໃໝ່ ໃຫ້ສອດຄ່ອງກັບຈຸດພິເສດຂອງປະເທດຢ່າງມີວິທະຍາສາດ.

         ນອກຈາກການເຂົ້າຮ່ວມກອງປະຊຸມສຳມະນາແລ້ວ, ໃນໂອກາດດຽວກັນນີ້ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ພ້ອມດ້ວຍຄະນະ ຍັງໄດ້ເຄື່ອນໄຫວພົບປະເຮັດວຽກຮ່ວມກັບ ການນຳ ຂອງສະຖາບັນດິດວິທະຍາສາດສັງຄົມຫວຽດນາມ ໃຫ້ກຽດຕ້ອນຮັບໃນການການພົບປະ ຂອງ ທ່ານ ສຈ ປອ ເລ ວັນ ເລິຍ ກຳມະການສູນກາງພັກ, ປະທານສະຖາບັນ ບັນດິດວິທະຍາສາດສັງຄົມຫວຽດນາມ, ຮອງປະທານສະພາທິດສະດີສູນກາງພັກ, ຮອງປະທານຄະນະກໍາມະການນະໂຍບາຍ, ຍຸດທະສາດສູນກາງພັກ. ການພົບປະ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງຄວາມເຂົ້າອົກເຂົ້າໃຈ ແລະ ເປັນເອກະພາບກັນສູງ. ສອງຝ່າຍໄດ້ແລກປ່ຽນຄຳຄິດຄຳເຫັນກ່ຽວກັບທິດທາງການຮ່ວມມືທາງດ້ານການຄົ້ນຄວ້າວິທະຍາສາດສັງຄົມ ເຊິ່ງເປັນພື້ນຖານສຳຄັນໃຫ້ແກ່ການປົກປັກຮັກສາ ແລະ ເສີມຂະຫຍາຍອຸດົມການສັງຄົມນິຍົມ. ການຮ່ວມມືກັນລະຫວ່າງສອງສະຖາບັນ ຈະເປັນການເພີ່ມທະວີກຳລັງແຮງທາງດ້ານສະຕິປັນຍາ ເພື່ອຕອບໂຕ້ກັບບັນດາທັດສະນະທີ່ຜິດເຂວ ແລະ ປົກປ້ອງພື້ນຖານແນວຄິດຂອງພັກ ໃນເງື່ອນໄຂໂລກາພິວັດ.

         ພ້ອມກັນນັ້ນ, ໃນວັນດຽວກັນ ໄດ້ສືບຕໍ່ເຂົ້າພົບປະ ທ່ານ ຮສ ປອ ຫງວຽນ ຊຸຍ ບັກ ຮອງຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ. ການພົບປະຄັ້ງນີ້ ເປັນການຢັ້ງຢືນຄືນອີກວາລະໜຶ່ງເຖິງສາຍພົວພັນສອງສະຖາບັນທິດສະດີການເມືອງຂັ້ນສູງສຸດຂອງສອງປະເທດ. ສອງຝ່າຍໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ, ພ້ອມທັງປຶກສາຫາລື ກ່ຽວກັບທິດທາງແຜນການໃນຕໍ່ໜ້າ ໂດຍສະເພາະແມ່ນການສືບຕໍ່ຊຸກຍູ້ການຮ່ວມມືໃນວຽກງານການກໍ່ສ້າງພັກ, ການບຳລຸງຍົກລະດັບພະນັກງານຂັ້ນນຳພາ-ຄຸ້ມຄອງ, ການແລກປ່ຽນຄະນະຜູ້ແທນ, ການຄົ້ນຄວ້າວິທະຍາສາດຮ່ວມກັນ ແລະ ການແປເອກະສານທາງດ້ານທິດສະດີ ເພື່ອຮັບໃຊ້ໃຫ້ແກ່ໜ້າທີ່ການເມືອງຂອງແຕ່ລະຝ່າຍໃນໄລຍະໃໝ່.

         ຜົນສຳເລັດຂອງການເດີນທາງເຂົ້າຮ່ວມກອງປະຊຸມສຳມະນາ ແລະ ການພົບປະເຮັດວຽກຂອງຄະນະນຳ ສມປຊ ໃນຄັ້ງນີ້ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ພ້ອມທັງເປັນການຍົກສູງບົດບາດ ຂອງ ສມປຊ ໃນການເປັນເສນາທິການທາງດ້ານທິດສະດີ ແລະ ພຶດຕິກຳອັນແຫຼມຄົມ ໃຫ້ແກ່ພັກ-ລັດ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ.
——————————————————

ຂ່າວ ຕາອັອດ ແສນທະວີສຸກ

ຮູບພາບ ຄຳຫຼ້າ ທອງພະຈັນ

ບັນນາທິການ: ວຽງສະຫວັນ ຈັນທະວິໄຊ

ຂ່າວອື່ນໆ