ນັກສຶກສາປະລິນຍາໂທຮຸ່ນທີ XXI ຫ້ອງ ຂ, ສາຂາ ກໍ່ສ້າງພັກ ລົງເຄື່ອນໄຫວທັດສະນະສຶກສາ ແລະ ຖອດຖອນບົດຮຽນຕົວຈິງ
ເພື່ອເປັນການເຊື່ອມໂຍງພາກທິດສະດີທີ່ໄດ້ຮຽນມາໃນຫ້ອງຮຽນ ສູ່ການປະຕິບັດຕົວຈິງ ແລະ ເພື່ອຍົກສູງຄວາມຮັບຮູ້ດ້ານປະຫວັດສາດການເມືອງ, ຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກິດຈະກຳລົງທັດສະນະສຶກສາ ແລະ ຖອດຖອນບົດຮຽນ ໃຫ້ແກ່ນັກສຶກສາສາຂາກໍ່ສ້າງພັກ ຈຳນວນ 18 ທ່ານ ໃນວັນທີ 19 ມິຖຸນາ 2026 ໂດຍການຊີ້ນຳນຳພາໂດຍ ທ່ານ ປທ ແສງຈັນ ຈັນທະສຸກ ຮອງຫົວໜ້າຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ. ການລົງເຄື່ອນໄຫວໃນຄັ້ງນີ້,…
