ຄະນະປັດຊະຍາ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດຊຸດຝຶກອົບຮົມ ຫົວຂໍ້ “ວັດທະນະທໍາກັບການພັດທະນາເສດຖະກິດ-ສັງຄົມ” ໃຫ້ແກ່ຄູ-ອາຈານ
ໃນຕອນເຊົ້າຂອງວັນທີ 31 ສິງຫາ 2026, ຢູ່ທີ່ຫ້ອງປະຊຸມຂອງໂຮງແຮມ ມະນີພອນ, ແຂວງອຸດົມໄຊ, ຄະນະປັດຊະຍາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດຕັ້ງພິທີເປີດຊຸດຝຶກອົບຮົມວິຊາການ ພາຍໃຕ້ຫົວຂໍ້: “ວັດທະນະທໍາກັບການພັດທະນາເສດຖະກິດ-ສັງຄົມ” ໃຫ້ຄູອາຈານ ສມປຊ ແລະ ໂຮງຮຽນການເມືອງ ແລະ ການປົກຄອງ ພາກເໜືອ. ພິທີດັ່ງກ່າວ ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ປອ. ສາຍຄໍາ ມູນມະນີວົງ, ຄະນະບໍລິຫານງານພັກ, ຫົວໜ້າຄະນະປັດຊະຍາ…
