ຂ່າວຫຼ້າສຸດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດພິທີປິດຊຸດຮຽນທິດສະດີການເມືອງ ຂັ້ນກາງ 06 ເດືອນ ຮຸ່ນທີ IV ຄະນະລັດທິສັງຄົມນິຍົມວິທະຍາສາດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລກປ່ຽນບົດຮຽນ ກັບຄະນະລັດທິ ວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ ຄະນະຜູ້ແທນຈາກສະຖາບັນການສຶກສາຕໍ່ເນື່ອງ ມະຫາໄລກະສິກຳ ແຂວງຢຸນນານ ສປ ຈີນ ມາຢ້ຽມຢາມສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ການຝຶກອົບຮົມວຽກງານສະກັດກັ້ນ ແລະຕ້ານອັກຄີໄພ ໃຫ້ພະນັກງານ, ຄູ-ອາຈານ ແລະນັກສຶກສາ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພິທີເປີດຊຸດຮຽນທິດສະດີການເມືອງ ລະບົບຂັ້ນຕົ້ນ ​ຮຸ່ນ​ທີ VI ໃຫ້ແກ່ພະນັກງານຫຼັກແຫຼ່ງ ຢູ່ແຂວງຫຼວງນໍ້າທາ

ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ສະຫຼຸບ ວຽກງານພົວພັນຕ່າງປະເທດໃນໄລຍະ 5 ປີ

ວຽກງານພົວພັນຕ່າງປະເທດ ຂອງສະ​ຖາ​ບັນ​ການ​ເມືອງ ​ແລະການ​ປົກຄອງ​ແຫ່ງ​ຊາດ ​​ແມ່ນຍຶດໝັ້ນແນວທາງການຕ່າງປະເທດ ຂອງພັກປະຊາຊົນປະຕິວັດລາວ ຢ່າງສັນຕິພາບ, ເອກະລາດ, ມິດຕະພາບ ແລະການຮ່ວມມື ຢ່າງສະເໝີຕົ້ນສະເໝີປາຍ, ເປັນເຈົ້າການໃນການເຊື່ອມໂຍງກັບພາກພື້ນ ແລະສາກົນ ບົນພື້ນຖານເຄົາລົບເຊິ່ງກັນ ແລະກັນຕ່າງຝ່າຍຕ່າງມີຜົນປະໂຫຍດ. ໃນໄລຍະຜ່ານມາ ສະຖາບັນ​ການເມືອງ ແລະການປົກຄອງແຫ່ງຊາດ ມີການພົວພັນແລກປ່ຽນຄະນະຜູ້ແທນກັບສະຖາບັນການເມືອງ ແຫ່ງຊາດ ໂຮ່ຈີມິນ ສສ ຫວຽດນາມ, ສະຖາບັນການເມືອງເຂດ I ສສ ຫວຽດນາມ ແລະສະຖາບັນດິດວິທະຍາສາດ-ສັງຄົມ ແຫ່ງຊາດຫວຽດນາມ; ພົວພັນແລກປ່ຽນຄະນະຜູ້ແທນກັບໂຮງຮຽນພັກສູນກາງຂອງພັກກອມມູນິດຈີນ, ໂຮງຮຽນພັກແຂວງຢູນນານ…

ສະຖາບັນການເມືອງ ແລ ະການປົກຄອງແຫ່ງຊາດ ເຊື່ອມຊຶມ 6 ເອກະສານສໍາຄັນ ຂອງພັກ-ລັດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມ 6 ເອກະສານສໍາຄັນ ຂອງພັກ-ລັດ ໃນວັນທີ 10 ສິງຫາ 2021 ເຊິ່ງປະກອບມີ: 1). ມະຕິ ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່, 2). ມະຕິວ່າດ້ວຍການເພີ່ມທະວີ ການນຳພາຂອງພັກ ຕໍ່ວຽກງານວັດທະນະທໍາ ໃນໄລຍະໃໝ່, 3). ວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ ( 01 ກໍລະກົດ 1921-01 ກໍລະກົດ…

ເມືອງແປກແຂວງຊຽງຂວາງ ເປີດຊຸດຮຽນ ທິດສະດີການເມືອງ ແລະການປົກຄອງແຂວງ ລະບົບກໍ່ສ້າງຊັ້ນຕົ້ນ ຮຸ່ນທີີ VII

ໃນວັນທີ 11 ສິງຫາ 2021 ຢູ່ທີ່ສະໂມສອນເມືອງແປກ ແຂວງຊຽງຂວາງ ໄດ້ຈັດພິທີເປີດຊຸດຮຽນລະບົບຊັ້ນຕົ້ນຂຶ້ນ ພາຍໃຕ້ການເປັນປະທານຮວ່ມ ຂອງ ທ່ານ ໜໍບີ ຫາຕົງປາວ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ-ພະນັກງານ, ທ່ານ ຄຳຜຸຍ ໂນລາ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ, ມີທ່ານ ສິນທະວົງ ພິມມະວົງ ຮອງເລຂາພັກເມືອງ ປະທານກວດກາພັກເມືອງແປກ, ມີບັນດາຜູ້ຕາງໜ້າຈາກບັນດາຫ້ອງການ, ມີພະນັກງານ, ຄູ-ອາຈານ ແລະນັກສຶກສາຮຸ່ນເຂົ້່າຮ່ວມທັງໜົດ 55…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຊົມເຊີຍ ກະຊວງເຕັກໂນໂລຊີ ແລະການສື່ສານ ທີ່ໄດ້ໃຫ້ການອຸປະຖຳທາງດ້ານວັດຖຸອຸປະກອນການເຊື່ອມຕໍ່ສັນຍານເນັດ

ໃນວັນທີ 5 ສິງຫາ 2021 ທີ່ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ເຊິ່ງທາງຫ້ອງການສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ມອບໃບຊົມເຊີຍໃຫ້ ທ່ານ ປອ ສົມໄພວັນ ແສງສຸລິຍາ ຮອງຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ ຕາງໜ້າກະຊວງເຕັກໂນໂລຊີ ແລະການສື່ສານ ທີ່ໄດ້ໃຫ້ການອຸປະຖຳທາງດ້ານວັດຖຸອຸປະກອນ ເຊື່ອມຕໍ່ສັນຍານອິນເຕີເນັດ ເພື່ອຮັບໃຊ້ເຄືອຂ່າຍຂອງພັກ-ລັດ ລວມເປັນມູນຄ່າ 41.936.400 ກີບເພື່ອອຳນວຍຄວາມສະດວກ ໃຫ້ກັບຄະນະພັກ, ຄະນະນໍາ, ພະນັກງານ, ຄູ-ອາຈານ ພາຍໃນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ…