ພິທີເປີດຊຸດຮຽນຂັ້ນກາງ ຮຸ່ນທີ III ແລະຂັ້ນຕົ້ນ ຮຸ່ນທີ III ໃຫ້ແກ່ພະນັກງານນໍາພາ-ຄຸ້ມຄອງຢູ່ຂັ້ນເມືອງ, ພະແນກການຂອງແຂວງສະຫວັນນະເຂດແມ່ນດຳເນີນໄປພາຍໃຕ້ບັນຍາກາດທີ່ທົ່ວພັກ, ທົ່ວກໍາລັງປະກອບອາວຸດແລະທົ່ວປວງຊົນລາວບັນດາເຜົ່າພວມອອກແຮງແຂ່ງຂັນການຈັດຕັ້ງຜັນຂະຫຍາຍມະຕິກອງປະໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ IX, ໂດຍສະເພາະຢູ່ແຂວງສະຫວັນນະເຂດພວມອອກແຮງແຂ່ງຂັນໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງໃຫ້ເຂົ້າສູ່ລວງເລິກ.

       ໃນພິທີດັ່ງກ່າວ, ຈັດຂຶ້ນໃນວັນທີ 1 ກັນຍາ 2023 ທີ່ສະໂມສອນ ໂຮງຮຽນການ​ເມືອງ ແລະການ​ປົກຄອງ​ແຂວງສະຫວັນນະເຂດ ໃຫ້ກຽດເປັນປະທານຮ່ວມໂດຍ: ທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈຳພັກ, ຮອງຫົວໜ້າ ສມປຊ ແລະສະຫາຍ ລໍາທອງ ຂອບສີລາວົງ ຄະນະປະຈໍາພັກແຂວງ, ປະທານກວດກາພັກ-ລັດແຂວງ, ມີທ່ານ ພູເຂົາ ສີຫາວົງ ເລຂາຄະນະພັກຮາກຖານ, ຫົວໜ້າ​ໂຮງຮຽນການ​ເມືອງ ແລະ ການ​ປົກຄອງ​ແຂວງ ພ້ອມ​ດ້ວຍ​ຄະນະ​ ແລະພະນັກງານ, ຄູ-​ອາຈານເຂົ້າຮ່ວມຢ່າງພ້ອມພຽງ.

       ຊຸດຮຽນທິດສະດີຂັ້ນກາງມີນັກສຶກສາຈໍານວນ 45 ທ່ານ, ຍິງ 10 ທ່ານ ຈະໃຊ້ເວລາ 6ເດືອນ, ສຳລັບລະບົບຂັ້ນຕົ້ນມີນັກສຶກສາຈຳນວນ 42 ທ່ານ, ຍິງ 16 ທ່ານ ໃຊ້ເວລາ 3 ເດືອນ, ຊຶ່ງໃນ 2 ລະບົບດັ່ງກ່າວ, ຈະໄດ້ຮຽນຮູ້ທິດ​ສະ​ດີ​ມາກ-​ເລ​ນິນ​ ແລະ​ແນວ​ຄິດ​​ ໄກສອນ ພົມວິຫານ ​ເພື່ອ​ໃຫ້​ເປັນ​ຫຼັກມູນທິດສະດີ ​ໃນ​ການ​ນຳ​ໄປ​ສົມ​ທຽບ​ທິດ​ສະ​ດີ ​ແລະ​ພຶດຕິ​ກຳ​ໃຫ້ຖືກຕ້ອງ ນຳ​ໄປ​ໝູນໃຊ້​ເຂົ້າ​ໃນ​ຊີວິດ​ຕົວ​ຈິງ ພ້ອມທັງ​ໝູນ​ໃຊ້​ເຂົ້າ​ໃນ​ໜ້າ​ທີ່​ວຽກ​ງານ ຂອງ​ຕົນ​ໃຫ້​ໄດ້​ຮັບ​ຜົນ​ດີກ​ວ່າ​ເກົ່າ ແລະ​ເພື່ອ​ເຫັນ​ໄດ້ຄວາມສຳຄັນໃນການພັດທະນາຊັບພະຍາກອນມະນຸດ ແລະບຸກທະລຸທາງດ້ານຈິນຕະນາ ການອັນໃໝ່, ສ້າງແນວຄວາມຄິດໃຫ້ເປັນລະບົບ, ​ມີ​ຄວາມ​ເປັນ​ເອກະ​ພາບ​ຕໍ່​ແນວທາງ​ນະ​ໂຍບາຍຂອງ​ພັກ, ​ເສີມ​ຂະຫຍາຍ​ຄວາມ​ສາມັກຄີ​ທັງ​ພາຍ​ໃນ ​ແລະ​ພາຍ​ນອກ, ​ເຮັດ​ວຽກ​ມີແບບ​ແຜນ, ມີ​ຫຼັກການ ​ແລະ​ເບິ່ງບັນຫາແບບສັດຈະ​ວິພາກ ແລະພ້ອມ​ກັນ​ຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່​ການ​ເມືອງຂອງ​ພັກ​ໃຫ້​ບັນລຸ​ຜົນ​ເປັນ​ຈິງ.

       ທິດສະດີຂັ້ນກາງ ແລະຂັ້ນຕົ້ນປະກອບມີ 7 ກຸ່ມວິຊາຄື: ກຸ່ມວິຊາປັດຊະຍາມາກ-ເລນິນ, ກຸ່ມວິຊາເສດຖະສາດການເມືອງມາກ-ເລນິນ, ກຸ່ມວິຊາລັດທິສັງຄົມນິຍົມວິທະຍາສາດ, ກຸ່ມວິຊາແນວຄິດ ໄກສອນ ພົມວິຫານ, ກຸ່ມວິຊາພື້ນຖານການຄຸ້ມຄອງບໍລິຫານລັດ, ກຸ່ມວິຊາປະຫວັດສາດພັກ ແລະກໍ່ສ້າງພັກ ແລະກຸ່ມວິຊາຫົວຂໍ້ລາຍງານເພີ່ມ.

       ໃນຕອນທ້າຍພິທີ ທ່ານ ປອ ດາວສະຫວັນ ເຄືອມີໄຊ ໄດ້ໂອ້ລົມຕໍ່ກັບຊຸດຮຽນທິດສະດີທັງ 2 ລະບົບດັ່ງກ່າວ, ເພື່ອໃຫ້ມີຄວາມຮັບຮູ້ເຖິງການຮຽນຢ່າງເຂັ້ມງວດ, ອ່ານໃຫ້ເລິກ, ຄົ້ນຄວ້າໃຫ້ແທດເຖິງ, ມີຄວາມມັກຮັກໃນການອ່ານ-ໃນການຄົ້ນຄວ້າ, ຮຽນດ້ວຍຄວາມຮັບຜິດຊອບ ທັງຮຽນທິດສະດີທັງຄົ້ນຄວ້າພຶດຕິກຳ, ເອົາທິດສະດີເຍືອງໃສ່ພຶດຕິກຳ, ໄປແກ້ບັນຫາທີ່ຕັ້ງຂຶ້ນໃນພຶດຕິກຳຕົວຈິງ; ເພີ່ມທະວີການຮຽນດ້ວຍຕົນເອງໃຫ້ຫຼາຍຂຶ້ນຄຽງຄູ່ກັບສົນທະນາແລກປ່ຽນກັບອາຈານເພື່ອຄວາມສຳເລັດໃນການຮຽນການສອນຢ່າງມີປະສິດທິພາບ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ