ໃນຕອນເຊົ້າ ວັນທີ 04 ກັນຍາ 2023 ທີ່ສະໂມສອນໃຫຍ່ແຂວງອັດຕະປື, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີເປີດກອງປະຊຸມຖອດຖອນບົດຮຽນ ລະບົບໂຮງຮຽນພັກທົ່ວປະເທດ ໃຫ້ກຽດເປັນປະທານໂດຍ: ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃຫ້ກຽດເຂົ້າຮ່ວມກອງປະຊຸມໂດຍ: ສະຫາຍ ເລັດ ໄຊຍະພອນ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອັດຕະປື, ມີສະຫາຍໃນຄະນະປະຈໍາພັກ, ຄະນະອໍານວຍການ ສມປຊ, ມີຜູ້ຕາງໜ້າຈາກຫ້ອງການ, ກົມ, ຄະນະຕ່າງໆ, ສູນຕ່າງໆຂອງ ສມປຊ ແລະຜູ້ຕາງໜ້າຈາກໂຮງຮຽນການເມືອງ ແລະ ການປົກຄອງນະ ຄອນຫຼວງວຽງຈັນ ແລະບັນດາໂຮງຮຽນການເມືອງ ແລະ ການປົກຄອງແຂວງທົ່ວປະເທດເຂົ້າຮ່ວມຢ່າງພ້ອມພຽງ.

ພິທີໄດ້ເລີ່ມແຕ່ເວລາ 7 ໂມງ 30 ນາທີ ບັນດາຜູ້ແທນກອງປະຊຸມທັງໝົດໄດ້ເຕົ້າໂຮມກັນ ຢູ່ອະນຸສາວະລີປະທານ ໄກສອນ ພົມວິຫານ ເພື່ອວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນປະທານໄກສອນ ພົມວິຫານ. ຈາກນັ້ນ, ຜູ້ແທນກອງປະຊຸມທັງໝົດກໍໄດ້ພ້ອມກັນເຂົ້າຮ່ວມປະຊຸມ ເພື່ອດຳເນີນກອງປະຊຸມຕາມວາລະ.

ສະຫາຍ ປທ ສີຈັນ ສູນດາລາ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ສມປຊ ໄດ້ຂຶ້ນກ່າວຈຸດປະສົງຂອງກອງປະຊຸມ ແລະນໍາສະເໜີຜູ້ເຂົ້າຮ່ວມຕໍ່ກອງປະຊຸມ.

ສະຫາຍ ເລັດ ໄຊຍະພອນ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອັດຕະປື ໄດ້ຂຶ້ນລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໃຫ້ຜູ້ແທນກອງປະຊຸມຮັບຊາບ ໂດຍໄດ້ຍົກໃຫ້ເຫັນສະພາບຈຸດພິເສດຂອງແຂວງອັດຕະປື, ສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງແຕ່ລະໄລຍະ ເຊິ່ງມີທັງສິ່ງທີ່ເອື້ອອໍານວຍ ແລະສິ່ງທ້າທາຍທົດສອບຕ່າງໆນາໆ ແຕ່ດ້ວຍຄວາມເອົາໃຈໃສ່ຢ່າງໃກ້ຊິດ ແລະໃຫ້ທິດຊີ້ນໍາຂອງສູນກາງພັກບວກກັບຄວາມສາມັກຄີເອກະພາບພາຍໃນອົງຄະນະພັກແຂວງ ແລະທົ່ວປວງຊົນພາຍໃນແຂວງ ຈຶ່ງເຮັດໃຫ້ແຂວງອັດຕະປື ມີທ່າ ແຮງ ແລະມີຄວາມໜັກແໜ້ນໃນທົ່ວສັງຄົມ ທີ່ເປັນເງື່ອນໄຂໃນການສືບຕໍ່ສ້າງສາພັດທະນາແຂວງໃຫ້ມີຄວາມຈະເລີນກ້າວໜ້າຕະຫຼອດໄປ.

ສະຫາຍ ປທ ບຸນປອນ ອ່ອນໄຊວຽງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງອັດຕະປື ໄດ້ຂຶ້ນກ່າວຕ້ອນຮັບຜູ້ແທນກອງປະຊຸມທີ່ໄດ້ເດີນທາງມາຈາກນະຄອນຫຼວງວຽງຈັນ ແລະບັນດາແຂວງໃນທົ່ວປະເທດ ເຊິ່ງໄດ້ຍົກໃຫ້ເຫັນຄວາມຕັ້ງໃຈຂອງຄະນະອໍານວຍການ ແລະພະນັກງານ, ຄູ-ອາຈານທົ່ວໂຮງຮຽນການເມືອງ ແລະການປົກຄອງແຂວງອັດຕະປື ໃນການເປັນເຈົ້າພາບສະຖານທີ່ຈັດກອງປະຊຸມໃນຄັ້ງນີ້ ໂດຍໄດ້ຫ້າງຫາກະກຽມຄວາມພ້ອມທຸກດ້ານໃນການຈັດກອງປະຊຸມຄັ້ງນີ້ ແລະຕິດຕາມການເດີນທາງມາແຂວງອັດຕະປື ຂອງບັນດາຜູ້ແທນກອງປະຊຸມຈາກນະຄອນຫຼວງວຽງຈັນ ແລະບັນດາແຂວງໃນຂອບເຂດທົ່ວປະເທດຢ່າງຈົດຈໍ່ ແລະກ່າວຍິນດີຕ້ອນຮັບຜູ້ແທນກອງປະຊຸມທີ່ເດີນທາງຈາກທົ່ວປະເທດ.

ສະຫາຍ ປອ ນາງ ໄກສອນ ຈັນສີນາ ກໍາມະການຄະນະພັກ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ສມປຊ, ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ຢູ່ໂຮງຮຽນພັກໃນທົ່ວປະເທດປະຈໍາສົກຮຽນ 2022-2023, ເຊິ່ງໃນທົ່ວປະເທດມີໂຮງຮຽນພັກທັງໝົດ 18 ແຫ່ງ, ທີ່ຕັ້ງຢູ່ໃນບັນດາແຂວງ ແລະນະຄອນຫຼວງ (ບໍ່ນັບໃນລະບົບຮຽນຂອງກໍາລັງ ປກຊ-ປກສ), ເຊິ່ງໃນ 1 ປີທີ່ຜ່ານມາ ໄດ້ມີຜົນສໍາເລັດ ເຊິ່ງມີບາງເນື້ອໃນດັ່ງນີ້:

1). ການປະຕິບັດຫຼັກສູດ

ສົກປີ 2022-2023 ທົ່ວລະບົບໂຮງຮຽນພັກໃນທົ່ວປະເທດໄດ້ຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນໃນລະບົບອະນຸປະລິນຍາ, ລະບົບຊັ້ນກາງ, ລະບົບຊັ້ນຕົ້ນ, ລະບົບ 45 ວັນ ແລະລະບົບ 10 ວັນໃຫ້ເລຂາພັກບ້ານ ແລະ ຄະນະພັກບ້ານ, ລະບົບທິດສະດີການເມືອງຂັ້ນຕົ້ນ ແລະຂັ້ນກາງມີ​ທັງ​ໝົດ 222 ຊຸດ​ຮຽນ, ມີ​ຜູ້​ເຂົ້າ​ຮຽນ​ທັງ​ໝົດ 11.429 ຄົນ, ຍິງ 2.733 ຄົນ ລາຍ​ລະອຽດດັ່ງນີ້:

+ ລະບົບອະນຸປະລິນຍາ: ມີທັງ​ໝົດ 6 ຊຸດ ມີ​ຜູ້​ເຂົ້າ​ຮຽນທັງ​ໝົດ 367 ຄົນ, ຍິງ 85 ຄົນ, ​ສໍາລັບລະບົບອະນຸປະລິນຍາແມ່ນສຳເລັດໝົດທັງ 5 ໂຮງຮຽນ.

+ລະບົບຊັ້ນກາງ: ມີທັງໝົດ 26 ຊຸດ, ມີ​ຜູ້​ເຂົ້າ​ຮຽນທັງ​ໝົດ 1.481 ຄົນ, ຍິງ 346 ຄົນ, ຮຽນ​ສໍາ​ເລັດ 19 ຊຸດ, ມີ​ຜູ້​ສໍາເລັດທັງ​ໝົດ 1.104 ຄົນ, ຍິງ 272 ຄົນ, ຍັງສືບ​ຕໍ່​ດຳ​ເນີນ​ການຮຽນ ມີ​ຢູ່ 7 ຊຸດ, ມີ​ຜູ້​ເຂົ້າ​ຮຽນ​ທັງ​ໝົດ 377 ຄົນ, ຍິງ 272 ຄົນ.

+ ລະບົບຊັ້ນຕົ້ນ: ມີ 50 ຊຸດ, ມີ​ຜູ້​ເຂົ້າ​ຮຽນທັງ​ໝົດ 2.701 ຄົນ, ຍິງ 748 ຄົນ, ຮຽນ​ສໍາ​ເລັດ 36 ຊຸດ ມີ​ຜູ້ສໍາເລັດທັງ​ໝົດ 1.980 ຄົນ, ຍິງ 566 ຄົນ, ຍັງສືບ​ຕໍ່​ດຳ​ເນີນ​ການຮຽນ ມີ​ຢູ່ 14 ຊຸດ, ມີ​ຜູ້​ເຂົ້າ​ຮຽນ​ທັງ​ໝົດ 721 ຄົນ, ຍິງ 182 ຄົນ. ຖ້າ​ທຽບ​ໃສ່​ສົກປີ​ຜ່ານ​ມາ​ເຫັນວ່າດ້ານຈຳນວນແມ່ນຫຼຸດລົງ 77 ຊຸດ, ຈໍານວນຄົນຫຼຸດລົງ 865 ຄົນ, ຍິງ 299 ຄົນ.

+ ລະບົບ​ເຝິກອົບຮົມໄລຍະສັ້ນ 45 ວັນ: ມີ 32 ຊຸດ, ມີ​ຜູ້​ເຂົ້າ​ຮຽນທັງ​ໝົດ 1.701 ຄົນ, ຍິງ 554 ຄົນ; ຮຽນ​ສໍາ​ເລັດ 28 ຊຸດ, ມີ​ຜູ້​ສໍາເລັດທັງ​ໝົດ 1.507 ຄົນ, ຍິງ 495 ຄົນ; ຍັງສືບ​ຕໍ່​ດຳ​ເນີນ​ການຮຽນ ມີ​ຢູ່ 4 ຊຸດ, ມີ​ຜູ້​ເຂົ້າ​ຮຽນ​ທັງ​ໝົດ 194 ຄົນ, ຍິງ 59 ຄົນ.

+ ລະບົບ 10 ວັນ ເລຂາພັກບ້ານ ແລະຄະນະພັກບ້ານ. ສາມາດເປີດຊຸດເຝິກອົບຮົມໄດ້ 73 ຊຸດ, ມີ​ຜູ້​ເຂົ້າ​ຮຽນທັງ​ໝົດ 3.358 ຄົນ, ຍິງ 473 ຄົນ; ຮຽນ​ສໍາ​ເລັດ 70 ຊຸດ, ມີ​ຜູ້​ສໍາເລັດທັງ​ໝົດ 3.241 ຄົນ, ຍິງ 456 ຄົນ.

+ ລະບົບ ທິດສະດີການເມືອງຂັ້ນຕົ້ນ: ມີ 17 ຊຸດ, ມີ​ຜູ້​ເຂົ້າ​ຮຽນທັງ​ໝົດ 885 ຄົນ, ຍິງ 317 ຄົນ, ຮຽນ​ສໍາ​ເລັດ 11 ຊຸດ; ມີ​ຜູ້ສໍາເລັດທັງ​ໝົດ 568 ຄົນ, ຍິງ 180 ຄົນ, ຍັງສືບ​ຕໍ່​ດຳ​ເນີນ​ການຮຽນມີ​ຢູ່ 6 ຊຸດ, ມີ​ຜູ້​ເຂົ້າ​ຮຽນ​ທັງ​ໝົດ 317 ຄົນ, ຍິງ 137 ຄົນ.

+ ລະບົບທິດສະດີການເມືອງຂັ້ນກາງ: ມີ 18 ຊຸດ, ມີ​ຜູ້​ເຂົ້າ​ຮຽນທັງ​ໝົດ 936 ຄົນ, ຍິງ 210 ຄົນ, ຮຽນ​ສໍາ​ເລັດ 3 ຊຸດ; ມີ​ຜູ້​ສຳເລັດການ​ຮຽນທັງ​ໝົດ 182 ຄົນ, ຍິງ 33 ຄົນ, ຍັງສືບ​ຕໍ່​ດຳ​ເນີນ​ການຮຽນມີ​ຢູ່ 15 ຊຸດຮຽນ, ມີ​ຜູ້​ສືບຕໍ່ເຂົ້າ​ຮຽນ​ທັງ​ໝົດ 754 ຄົນ, ຍິງ 177 ຄົນ.

2). ວຽກງານຄົ້ນຄວ້າວິທະຍາສາດ.

ໃນສົກປີ 2022-2023 ການຄົ້ນຄວ້າວິທະຍາສາດ ລວມທັງໝົດ 4 ຫົວຂໍ້ໃຫຍ່ 47 ຫົວຂໍ້ຍ່ອຍ (ແລະ 4 ບົດປະກອບຄໍາເຫັນ).

3). ການກໍ່ສ້າງ ແລະບໍາລຸງຄູ.

ພະນັກງານ, ຄູ-ອາຈານໄປຍົກລະດັບ​ໃນ​ສົກ​ປີ 2022-2023 ມີທັງໝົດ 46 ຄົນ, ຍິງ 17 ຄົນ ທຽບໃສ່ປີຜ່ານມາແມ່ນ (ຫຼຸດລົງ 14 ຄົນ, ຍິງຫຼຸດລົງ 3 ຄົນ) ​ໃນ​ນັ້ນ, ປະລິນຍາເອກ 05 ຄົນ, ຍິງ 02 ຄົນ, (ເພີ່ມຂຶ້ນ 1 ຄົນ, ຍິງເພີມຂຶ້ນ 1 ຄົນ), ປະລິນຍາໂທ 28 ຄົນ, ຍິງ 9 ຄົນ (ເພີ່ມຂຶ້ນ 4 ຄົນ, ຍິງເພີ່ມຂຶ້ນ 2 ຄົນ), ປະລິນຍາຕີ 5 ຄົນ, ຍິງ 3 ຄົນ (ຫຼຸດລົງ 12 ຄົນ, ຍິງເທົ່າເກົ່າ) ຊັ້ນສູງ 1 ຄົນ (ຫຼຸດລົງ 7 ຄົນ), ຊັ້ນກາງ 04 ຄົນ, ຍິງ 02 ຄົນ (ເທົ່າເກົ່າ) ແລະ ຊັ້ນຕົ້ນ 1 ຄົນ, (ຫຼຸດລົງ 1 ຄົນ).

3). ການສະໜອງປື້ມຕໍາລາໃຫ້ລະບົບຮຽນ.

ໃນສົກຮຽນນີ້ສາມາດສະໜອງປຶ້ມໄດ້ຈຳນວນ 8.874 ຫົວ; ປື້ມແບບຮຽນທິດສະດີການເມືອງຂັ້ນຕົ້ນ 4.808 ຫົວ; ປື້ມແບບຮຽນທິດສະດີການເມືອງຂັ້ນກາງ 4.066 ຫົວ; ຈັດສົ່ງວາລະສານທິດສະດີການເມືອງ-ການປົກຄອງໄດ້ຈໍານວນທັງໝົດ 4.046 ຫົວ.

ທິດທາງ ແລະແຜນການປະຈໍາສົກຮຽນ 2023-2024.

1). ສືບຕໍ່ຍົກລະດັບທາງດ້ານແນວຄິດການເມືອງໃຫ້ແກ່ພະນັກງານ, ຄູ-ອາຈານ ແລະນັກສຶກສາ ດ້ວຍການເພີ່ມທະວີຈັດຕັ້ງເຜີຍແຜ່, ຄົ້ນຄວ້າເຊື່ອມຊືມແນວທາງ, ແຜນນະໂຍບາຍພັກ, ຂໍ້ກຳນົດ, ກົດໝາຍທີ່ພັກ ແລະລັດວາງອອກ.

2). ສືບຕໍ່ຈັດຕັ້ງຄຸ້ມຄອງຫຼັກສູດການຮຽນ-ການສອນໃຫ້ມີຄຸນນະພາບ, ສູ້ຊົນຈັດຕັ້ງການຮຽນ-ການສອນລະບົບຊັ້ນກາງທີ່ພວມດຳເນີນໃຫ້ມີຜົນສໍາເລັດຕາມແຜນການຂອງຫຼັກສູດ.

3). ຍົກສູງປະສິດທິຜົນໃນການຄົ້ນຄວ້າວິທະຍາສາດ ໂດຍສຸມໃສ່ສ້າງຄວາມເຂັ້ມແຂງໃຫ້ສະພາຄູ ຂອງແຕ່ລະໂຮງຮຽນ, ຍົກສູງຂີດຄວາມສາມາດໃຫ້ສະມາຊິກໃນສະພາຄູ ໃນການຄົ້ນຄວ້າວິທະຍາສາດ ເພື່ອແນໃສ່ເຮັດໃຫ້ການຄົ້ນຄວ້າວິທະຍາສາດ ຢູ່ໂຮງຮຽນມີປະລິມານເພີ່ມຂຶ້ນ.

4). ຈັດຕັ້ງບໍາລຸງ, ກໍ່ສ້າງພະນັກງານ, ຄູ-ອາຈານ. ສືບຕໍ່ຊຸກຍູ້ການຍົກລະດັບຄວາມຮູ້, ຄວາມສາມາດໃຫ້ພະນັກງານ, ຄູ-ອາຈານ ໃຫ້ຫຼາຍຂຶ້ນບົນພື້ນຖານການເຝິກອົບຮົມທັງພາຍໃນ ແລະຕ່າງປະເທດ.

5). ສູມໃສ່ການຈັດຕັ້ງປະຕິບັດໂຮງຮຽນພັດທະນາ ຕາມຂໍ້ກໍານົດວ່າດ້ວຍມາດຕະຖານໂຮງຮຽນພັດທະນາທີ່ມີຄຸນນະພາບໄດ້ດ້ວຍ 3 ປະເພດຄື: ປະເພດ 1 ແມ່ນໂຮງຮຽນທີ່ສາມາດປະຕິບັດໄດ້ 12 ມາດຕະຖານ; ປະເພດ 2 ແມ່ນໂຮງຮຽນທີ່ສາມາດປະຕິບັດໄດ້ 9 ມາດຕະຖານ ແລະປະເພດ 3 ແມ່ນໂຮງຮຽນທີ່ສາມາດປະຕິບັດໄດ້ 7 ມາດຕະຖານ ເພື່ອນຳມາຄົ້ນຄວ້າ ແລະຕົກລົງຍ້ອງຍໍຜົນງານດີເດັ່ນໃນການຈັດຕັ້ງຂໍ້ກຳນົດວ່າດ້ວຍມາດຕະຖານໂຮງຮຽນພັດທະນາທີ່ມີຄຸນນະພາບ.

6). ຍົກສູງປະສິດທິຜົນການຮ່ວມມືກັບຕ່າງປະເທດໂດຍສືບຕໍ່ເພີ່ມທະວີການພົວພັນຮ່ວມມືຢ່າງແໜ້ນແຟ້ນກັບບັນດາໂຮງຮຽນແຂວງແຮກສ່ຽວໂດຍສະເພາະແມ່ນ ສສ ຫວຽດນາມ, ກັບ ສປ ຈີນໃນການກໍ່ສ້າງພະນັກງານ, ແລກປ່ຽນຂໍ້ມູນຂ່າວສານ ແລະການຄົ້ນຄວ້າວິທະຍາສາດ.

ຫຼັງຈາກນັ້ນ, ບັນດາຜູ້ແທນກອງປະຊຸມໄດ້ສືບຕໍ່ປະກອບຄໍາເຫັນບົດສະຫຼຸບ ແລະຄໍາຖາມເຈາະຈິ້ມຂອງທ່ານປະທານແບບກົງໄປກົງມາ.

ກອງປະຊຸມຄັ້ງນີ້ຈະດຳເນີນໄປເປັນເວລາ 5 ວັນ (ຕັ້ງແຕ່ວັນທີ 04-08 ກັນຍາ 2023) ຈຶ່ງຈະສໍາເລັດ.

ຂ່າວ/ພາບ: ຄອນສະຫວັນ ແສນຍານຸພາບ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ