ໃນວັນທີ 29 ສິງຫາ 2023 ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເປີດພິທີເຝິກອົບຮົມ ພາສາອັງກິດລະດັບພື້ນຖານ ໃຫ້ພະນັກງານ, ຄູ-ອາຈານ ຈຳນວນ 18 ທ່ານ, ຍິງ 11 ທ່ານ ໄລຍະ 6 ເດືອນ, ການເຝິກອົບຮົມຄັ້ງນີ້ ແມ່ນການຮ່ວມມືລະຫວ່າງ ສມປຊ ກັບ ສະຖາບັນລາວ-ອົດສະຕຣາລີ. ໃນພິທີໃຫ້ກຽດການເປັນປະທານໂດຍ: ທ່ານ ປທ ນ. ພອນໄຊ ລາດຊະວົງ ຄະນະບໍລິຫານງານພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ແລະທ່ານ ນ. ເອມມິລີ ເຊີຣອງ ຫົວໜ້າສະຖາບັນລາວ-ອົດສະຕຣາລີ, ມີທ່ານ ດຣ ນ. ເທຼຊີ ດອນຮິວ ຊ່ຽວຊານຜູ້ອອກແບບ ແລະປັບປຸງປື້ມພາສາອັງກິດ ພ້ອມດ້ວຍຄະນະ ແລະຕາງໜ້າເຂົ້າຮ່ວມທຸກພາກສ່ວນກ່ຽວຂ້ອງພາຍໃນ ສມປຊ ຢ່າງພ້ອມພຽງ.

        

ພິທີດັ່ງກ່າວ, ທ່ານ ນ. ເອມມີລີ ເຊີຣອງ ໄດ້ໃຫ້ຂໍ້ມູນກ່ຽວກັບພິທີວ່າ: ເພື່ອປະຕິບັດການພັດທະນາຊັບພະຍາກອນມະນຸດ ໃນຍຸກເຊື່ອມໂຍງ ເວົ້າລວມ, ເວົ້າສະເພາະ ກໍ່ແມ່ນການພັດທະນາ, ຍົກລະດັບຄວາມຮູ້ຄວາມສາມາດ ໃນແຕ່ລະຂົງເຂດ ນັ້ນແມ່ນຄວາມຈໍາເປັນພາວະວິໄສ ເປັນຕົ້ນແມ່ນຄວາມຮູ້ດ້ານພາສາຕ່າງປະເທດ ເພື່ອຕິດຕໍ່ປະສານງານ, ການພົວພັນ ແລະແລກປ່ຽນບົດຮຽນກັບບັນດາປະເທດເພື່ອນມິດສາກົນ. ໃນນັ້ນ, ພາສາອັງກິດ ແມ່ນພາສາໜຶ່ງທີ່ມີຄວາມສໍາຄັນ ແລະມີຄວາມຈໍາ ເພື່ອໃຫ້ພະນັກງານ, ຄູ-ອາຈານ ສມປຊ ໄດ້ສື່ສານແລກປ່ຽນບົດຮຽນ ແລະການຄົ້ນຄວ້າວິທະຍາສາດໃນຂົງເຂດຕ່າງໆທີ່ເປັນພາສາອັງກິດ ເພື່ອຖອດຖອນເອົາບົດຮຽນ ມາໝູນໃຊ້ຕໍ່ໜ້າທີ່ວຽກງານ.

            ເພື່ອເປັນການໃຫ້ທິດຊີ້ນຳ ແລະການຈັດຕັ້ງການຮຽນ-ການສອນໃຫ້ດຳເນີນໄປຕາມຈຸດປະສົງ-ເປົ້າໝາຍນັ້ນ ທ່ານ ປທ ນ. ພອນໄຊ ລາດຊະວົງ ໄດ້ສະແດງຄວາມຍິນດີ ແລະຍ້ອງຍໍຊົມເຊີຍ ຕໍ່ກັບພາກສ່ວນກ່ຽວຂ້ອງທີ່ໄດ້ນຳສົ່ງພະນັກງານ, ຄູ-ອາຈານ ເຂົ້າເຝິກອົບຮົມພາສາອັງກິດ ເພື່ອພັດທະນາ ແລະຍົກລະດັບຄວາມຮູ້ທາງດ້ານພາສາຕ່າງປະເທດໃຫ້ແກ່ ຄູ-ອາຈານ ເຊິ່ງຈະຕອບສະໜອງໄດ້ຄວາມຮຽກຮ້ອງການທີ່ຈໍາເປັນໃນການສື່ສານ, ແລກປ່ຽນບົດຮຽນທາງດ້ານການຄົ້ນຄວ້າວິທະຍາສາດການເມືອງ ແລະ ການປົກຄອງ ກັບບັນດາປະເທດທີ່ຕິດພັນກັບວຽກງານຂອງ ສມປຊ ໃຫ້ມີຄວາມເລິກເຊິ່ງແໜ້ນແຟ້ນຍິ່ງຂືຶ້ນ.

         ຫຼັງຈາກພິທີສຳເລັດໃນການເປີດ, ຄະນະຮັບຜິດຊອບເຝິກອົບຮົມ ໄດ້ເລີ່ມເປີດການເຝິກອົບຮົມໂດຍການຂຶ້ນຫ້ອງສິດສອນ ຂອງ ທ່ານ ເດວິດ ວູດ, ອາຈານສອນ ປະຈໍາຢູ່ ສະຖາບັນລາວ-ອົດສະຕຣາລີ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ