ໃນລະຫວ່າງວັນທີ 30-31 ສິງຫາ 2023 ຢູ່ທີ່ໂຮງຮຽນການເມືອງ-ການປົກຄອງແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ 2 ຫົວຂໍ້ຄື: “ການສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານວຽກງານພະນັກງານ ຢຸ່ແຂວງບໍລິຄຳໄຊ” ແລະຫົວຂໍ້: “ສົ່ງເສີມການຜະລິດກະສິກຳ ທີ່ເປັນທ່າແຮງທາງດ້ານເສດຖະກິດ ຢູ່ບັນດາແຂວງພາກກາງ” ພາຍໃຕ້ການເປັນປະທານຮ່ວມໂດຍ: ທ່ານ ປອ ດາວສະຫັວນ ເຄືອມີໄຊ ຄະນະປະຈຳພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງປະທານສະພາວິທະຍາສາດ ແລະທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ມີບັນດາຄະນະປະຈຳພັກແຂວງ, ຕາງໜ້າໂຮງຮຽນການເມືອງ-ການປົກຄອງແຂວງພາກກາງ, ຄູ-ອາຈານ ແລະຕາງໜ້າພະແນກການ, ຂະແໜງການທີ່ກຽ້ວຂ້ອງເຂົ້າຮ່ວມ.

         ທ່ານ ວັນໄຊ ເງຍຈັນທະສອນ ຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງບໍລິຄຳໄຊ ໄດ້ສະເໜີບົດນໍາທັງ 2 ຫົວຂໍ້ ຊື່ງເນື້ອໃນໄດ້ສ່ອງແສງໃຫ້ເຫັນເຖິງຄວາມຈຳເປັນຕ້ອງສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານ ໃນວຽກງານພະນັກງານ, ສ່ອງແສງໃຫ້ເຫັນເຖິງຄວາມຖືກຕ້ອງ ຂອງແນວທາງຂອງພັກ, ນະໂຍບາຍຂອງລັດ ຕ້ອງໃຫ້ມີການຫັນປ່ຽນໃນວຽກງານພະນັກງານ, ນອກນັ້ນ, ໄດ້ສ່ອງແສງໃຫ້ເຫັນເຖິງຜົນສຳເລັດອັນມີຊີວິດຊີວາ ດ້ວຍຫຼາຍຕົວແບບຕ່າງກັນ ໃນການສົ່ງເສີມການຜະລິດກະສິກຳ ທີ່ເປັນທ່າແຮງທາງດ້ານເສດຖະກິດ ຢູ່ບັນດາແຂວງພາກກາງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ ແລະແກ້ໄຂຄວາມທຸກຍາກຂອງປະຊາຊົນ.

         ຫຼັງຈາກຮັບຟັງການນຳສະເໜີບົດນຳ, ກອງປະຊຸມສໍາມະນາວິທະຍາສາດ ທັງ 2 ຫົວຂໍ້ດັ່ງກ່າວ, ໄດ້ດຳເນີນດ້ວຍບັນຍາກາດຟົດຟື້ນ, ມີເນື້ອໃນອຸດົມສົມບູນ ແລະມີຄວາມຮັບຜິດຊອບສູງ ຂອງບັນດານັກວິທະຍາສາດທີ່ໄດ້ສຸມຈິດສຸມໃຈຮັບຟັງ ແລະພ້ອມກັນປະກອບຄໍາຄິດ-ຄໍາເຫັນ, ສົນທະນາແລກປ່ຽນບົດຮຽນ ແຕ່ລະບັນຫາດ້ວຍຄວາມຈິງໃຈ ແລະກົງໄປກົງມາ ເຊິ່ງເນື້ອໃນໄດ້ສ່ອງແສງໃຫ້ເຫັນເຖິງຜົນສຳເລັດໃນວຽກງານພະນັກງານ ຢູ່ແຂວງບໍລິຄຳໄຊ ແລະກໍເປັນບົດຮຽນອັນມີຊີວິດ ທີ່ຕ້ອງໄດ້ສືບຕໍ່ສຶກສາຄົ້ນຄວ້າ ໝູນໃຊ້ເຂົ້າໃນວຽກງານຕົວຈິງ ແລະກອງປະຊຸມໄດ້ຮັບຮູ້ ແລະຢັ້ງຢືນເຖິງບົດບາດຄວາມສຳຄັນຂອງ “ການສ້າງການຫັນປ່ຽນຢ່າງແຂງ ແຮງ, ເລິກເຊິ່ງ, ຮອບດ້ານ ວຽກງານພະນັກງານ ຢຸ່ແຂວງບໍລິຄຳໄຊ” ບັນດາບົດວິທະຍາສາດທັງ 8 ບົດ ແລະຄໍາເຫັນຂອງບັນດາສະຫາຍຜູ້ແທນ ກໍ່ລ້ວນແລ້ວແຕ່ຊີ້ໃຫ້ເຫັນເຖິງຄວາມຈຳເປັນຕ້ອງສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານໃນວຽກງານພະນັກງານ, ສ່ອງແສງໃຫ້ເຫັນເຖິງຄວາມຖືກຕ້ອງຂອງແນວທາງຂອງພັກ, ນະໂຍບາຍຂອງລັດ ຕ້ອງໃຫ້ມີການຫັນປ່ຽນໃນວຽກງານພະນັກງານ.

         ນອກນັ້ນ, ກອງປະຊຸມໄດ້ຮັບຮູ້ ແລະຢັ້ງຢືນທາງດ້ານທິດສະດີກ່ຽວກັບ ການພັດທະນາທາງດ້ານກະສິກຳ ເພື່ອຮັບປະກັນຄວາມໝັ້ນຄົງທາງດ້ານສະບ່ຽງອາຫານ, ການຜະລິດສິນຄ້າທີ່ມີທ່າແຮງໃນແຕ່ລະຂົງເຂດ ແລະການພັດທະນາສິນຄ້າກະສິກຳສະອາດປອດໄພ; ເຊິ່ງການພັດທະນາກະສິກຳທີ່ເປັນທ່າແຮງ ຂອງແຕ່ລະຂົງເຂດ ຕ້ອງໄດ້ຮັບການເລືອກເພັ້ນ, ຈັດສັນ ແລະສົ່ງເສີ່ມຈາກພາກລັດ, ພາກທຸລະກິດ, ຜູ້ປະກອບການ ແລະປະຊາຊົນຜູ້ຜະລິດຢ່າງເປັນລະບົບຄົບຊຸດ. ຄຽງຄູ່ກັນນັ້ນ, ກອງປະຊຸມໄດ້ມີຄວາມເຫັນດີຕໍ່ກັບວິທີການສົ່ງເສີມການຜະລິດກະສິກຳເປັນສິນຄ້າ, ການລ້ຽງສັດເປັນສິນຄ້າ, ການຜະລິດພຶດຜັກປອດສານຜິດ ແລະການຜະລິດກະສິກຳອິນຊີ.

         ຕອນທ້າຍກອງປະຊຸມ ທ່ານ ປອ ດາວສະຫວັນ ເຄືອມີໄຊ ໄດ້ໂອ້ລົມກອງປະຊຸມສຳມະນາວິທະຍາສາດໃນ 2 ຫົວຂໍ້ວ່າ:

ຫົວຂໍ້: 1. ກອງປະຊຸມໄດ້ຢັ້ງຢືນຜົນສຳເລັດໃນພຶດຕິກຳອັນມີຊີວິດຊີວາ ແຫ່ງການປ່ຽນແປງໃໝ່ຢ່າງແຂງແຮງ, ເລິກເຊິ່ງ ແລະຮອບດ້ານ ກ່ຽວກັບວຽກງານພະນັກງານ ຢູ່ແຂວງບໍລິຄໍາໄຊ, ໂດຍມີຂໍ້ມູນທີ່ເປັນບ່ອນອີງທີ່ຊັດເຈນ, ໄດ້ກຳນົດຂອບເຂດດ້ານກາລະ, ເທສະໃນແຕ່ລະວຽກລະອຽດ, ກອງປະຊຸມໄດ້ຕີລາຄາວ່າ: ພະນັກງານເປັນປັດໄຈຕັດສິນເຖິງຜົນສຳເລັດ ຫຼື ປະລາໄຊຂອງທຸກໆ ການຈັດຕັ້ງ, ບັນຫາພະນັກງານເປັນບັນຫາສຳຄັນ, ພະນັກງານເປັນທັງກຳລັງແຮງ, ເປັນຜູ້ຕັດສິນຊີ້ຂາດຜົນສໍາເລັດ ແລະຄວາມລົ້ມເຫຼວ ຂອງວຽກງານ.

         ບົນພື້ນຖານດັ່ງກ່າວນັ້ນ, ແຂວງບໍລິຄຳໄຊ ຕ້ອງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ແລະມີຜົນສຳເລັດໃນລະດັບອັນແນ່ນອນການສ້າງການຫັນປ່ຽນຢ່າງແຂງແຮງ, ຮອບດ້ານໃນວຽກງານພະນັກງານ, ເປັນຕົ້ນແມ່ນການສ້າງການຫັນປ່ຽນທາງດ້ານຈິນຕະການການ ຂອງພະນັກງານ, ຈັນຍາບັນຂອງພະນັກງານ, ການສ້າງແຜນກໍານົດພະນັກງານ, ການກໍ່ສ້າງບໍາລຸງ-ພະນັກງານ, ການເລືອກເຟັ້ນ, ສັບຊ້ອນ, ບັນຈຸພະນັກງານ, ບັນຫາການຄຸ້ມຄອງພະນັກງານ, ວຽກງານນະໂຍບາຍພະນັກງານ ແລະວຽກງານຕິດຕາມກວດກາປະເມີນຜົນພະນັກງານ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະໜັກແໜ້ນ, ປະກອບສ່ວນຈັດຕັງປະຕິບັດມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ, ກໍຄືແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ.

ຫົວຂໍ້ທີ: 2. ບົນພື້ນຖານຜົນສຳເລັດທາງດ້ານທິດສະດີ, ພຶດຕິກຳ ແລະຂໍ້ຄົງຄ້າງ ທີ່ນັກວິທະຍາສາດ ຕີລາຄາການການສົ່ງເສີ່ມການຜະລິດກະສິກຳທີ່ເປັນທ່າແຮງ ແລະຍຶນຍົງຂອງບັນດາແຂວງພາກກາງ ທີ່ກ່າວມາຂ້າງເທິງນັ້ນ. ກອງປະຊຸມໄດ້ມີຂໍ້ສະເໜີດັ່ງນີ້:

ໜຶ່ງ, ການສົງເສີ່ມການຜະລິດກະສິກຳເປັນສິນຄ້າ ມີຄວາມຈຳເປັນຕ້ອງໄດ້ຫັນເປັນຈຸດສຸມເສດຖະກິດ ໄປຕາມທິດການຜະລິດເງື່ອນໄຂ ຂອງຄວາມຕ້ອງການຂອງຕະຫຼາດ; ໝາຍຄວາມວ່າ ຈຳເປັນຕ້ອງມີການສຶກສາສຳຫຼວດຕົວຈິງ ຂອງຄວາມຕ້ອງການຂອງຜະລິດຕະພັນກະສິກຳໃນແຕ່ລະຂົງເຂດ ພື້ນທີ່ ບໍ່ແມ່ນສ້າງ ແລະສົ່ງເສີ່ມການຜະລິດຕາມຄວາມອາດສາມາດຂອງຫົວໜ່ວຍການຜະລິດ;

ສອງ, ມີການກຳນົດພື້ນທີ່ຍຸດທະສາດ ແລະແບ່ງຄວາມຮັບຜິດຊອບຂອງການຜະລິດກະສິກຳແຕ່ລະຜະລິດຕະພັນກະສິກຳທີ່ເປັນທ່າແຮງ, ມີເງື່ອນໄຂເໝາະສົມກ່ວາ; ພ້ອມນັ້ນ ກໍມີການຄຸ້ມຄອງຢ່າງລວມສູນຕໍ່ກັບການຈັດແບ່ງຄວາມຮັບຜິດຊອບຂອງການຜະລິດກະສິກຳເປັນສິນຄ້າແຕ່ລະປະເພດ.

ສາມ, ການສົ່ງເສີ່ມການຜະລິດກະສິກຳເປັນສິນຄ້າ ຍັງມີຄວາມຈຳເປັນຕ້ອງໄດ້ໝູນໃຊ້ເຕັກໂນໂລຊີ, ເຕັກນິກວິທະຍາສາດ ແລະກົນຈັກທີ່ທັນສະໄໝ ຢ່າງມີຫົວຄິດປະດິດສ້າງ ເພື່ອຫັນໄປສູ່ການຜະລິດກະສິກຳອຸດສາຫະກຳ ທີ່ມີການຜະລິດກຳສິກຳ ເພື່ອປ້ອນວັດຖຸດິບໃຫ້ແກ່ອຸດສາຫະກຳປຸງແຕ່ງ ທີ່ມີຄວາມຕ້ອງການຫຼາຍ ແລະຕໍ່ເນື່ອງຕໍ່ກັບຜະລິດຕະພັນກະສິກຳ;

       ສີ່, ກົນໄກປະສານງານທີ່ມີປະສິດຕິພາບ ຂອງບັນດາໜ່ວຍງານພາກລັດ, ຫົວໜ່ວຍທຸລະກິດຜູ້ບໍລິໂພກຊົມໃຊ້ ແລະຫົວໜ່ວຍການຜະລິດກະສິກຳ ຍັງມີຄວາມຈຳເປັນພາວະວິໄສ ຕໍ່ກັບການສົ່ງເສີ່ມການຜະລິດກະສິກຳທີ່ມີຄຸນນະພາບ ແລະຍຶນຍົງ ທຸກພາກສ່ວນທີ່ກ່ຽວຂ້ອງ ມີຄວາມຈຳເປັນຕ້ອງເຮັດວຽກຮ່ວມກັນຢ່າງກົມກຽວ, ໜັກແໜ້ນ ແລະເຂັ້ມແຂງ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ຄຳຫຼ້າ ທອງພະຈັນ
ບັນນາທິການ: ປທ ບຸນປັນ ສຸມຸນທອງ