ຂ່າວຫຼ້າສຸດ

ຄະນະບໍລິຫານງານພັກແຂວງຫຼວງພະບາງ ຕ້ອນຮັບຄະນະເລຂາທິການສູນກາງພັກ

ໃນວັນທີ 23 ຕຸລາ 2026 ຢູ່ຫ້ອງຮັບແຂກ ຫ້ອງວ່າການແຂວງຫຼວງພະບາງ, ສະຫາຍ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ ພ້ອມຄະນະ ໄດ້ຕ້ອນຮັບການເຂົ້າພົບ ຂອງສະຫາຍ ປອ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມຄະນະ.ໃນໂອກາດນີ້ ສະຫາຍ ຄຳຫຼ້າ ລຽນປະດິດ ໄດ້ກ່າວຕ້ອນຮັບຄະນະຢ່າງອົບອຸ່ນ ພ້ອມລາຍງານສະ ພາບລວມຂອງແຂວງ, ຈຸດພິເສດດ້ານພູມສັນຖານ, ວັດທະນະທຳ, ຮີດຄອງປະເພນີ…

ພິທີປິດຊຸດຝຶກອົບຮົມ ຫົວຂໍ້ສະເພາະ ສໍາລັບເລຂາພັກເມືອງ ທົ່ວປະເທດ ຊຸດທີ IX

ໃນຕອນແລງວັນທີ 23 ຕຸລາ 2026, ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ມີພິທີປິດຊຸດຝຶກອົບຮົມຫົວຂໍ້ສະເພາະ ສໍາລັບເລຂາພັກເມືອງ ໃນຂອບເຂດທົ່ວປະເທດ ຊຸດທີ IX (ໄລຍະ 10 ວັນ, ວັນທີ 12-23 ຕຸລາ 2026) ຢ່າງເປັນທາງການ. ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວໂອ້ລົມປິດຊຸດອົບຮົມຂອງ ທ່ານ ນາງ ສີໃສ ລືເດດມູນສອນ, ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ,…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນສະຖາບັນກໍ່ສ້າງພະນັກງານປາຍເຊີ້ກວາງຊີ ສປ ຈີນ ເສີມຂະຫຍາຍການຮ່ວມມືດ້ານການສຶກສາອົບຮົມ ແລະ ການພັດທະນາພະນັກງານ

ໃນວັນທີ 21 ຕຸລາ 2026, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຕ້ອນຮັບຄະນະຜູ້ແທນຈາກສະຖາບັນກໍ່ສ້າງພະນັກງານປາຍເຊີ້ ເຂດປົກຄອງຕົນເອງຊົນເຜົ່າກວາງຊີ ສາທາລະນະລັດປະຊາຊົນຈີນ, ນໍາໂດຍ ທ່ານ ຫຼີວຈ້ຽນ ຮອງຫົວໜ້າສະຖາບັນກໍ່ສ້າງພະນັກງານປາຍເຊີ້ກວາງຊີ ສປ ຈີນ ພ້ອມຄະນະ, ໃນໂອກາດເດີນທາງມາເຄື່ອນໄຫວວຽກງານຢູ່ ສປປ ລາວ. ໃຫ້ການຕ້ອນຮັບໂດຍ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ກຳມະການສໍາຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ…

ໜ່ວຍພັກຮາກຖານ ຄະນະປັດຊະຍາ-ຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ

ໃນຕອນເຊົ້າວັນທີ 16 ຕຸລາ 2026 ນີ້, ໜ່ວຍພັກຮາກຖານ ຄະນະປັດຊະຍາ-ຄະນະກໍ່ສ້າງພັກ ແລະ ປະ ຫວັດສາດພັກ ໄດ້ຈັດພິທີປະກາດມະຕິອະນຸມັດຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ຢ່າງເປັນທາງການ. ພິທີດັ່ງກ່າວ ໄດ້ຈັດຂຶ້ນດ້ວຍບັນຍາກາດອັນສະຫງ່າຜ່າເຜີຍ, ເຂັ້ມງວດ ແລະ ເຕັມໄປດ້ວຍຄວາມໝາຍຄວາມສຳຄັນທາງການເມືອງ-ແນວຄິດ. ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ສະຫາຍ ປອ ຄຳໃບ ມາລາສິງ ຄະນະປະຈຳພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ; ມີບັນດາສະຫາຍຕາງໜ້າຈາກກົມຈັດຕັ້ງ, ຄະນະພັກຮາກຖານ,…