ຂ່າວຫຼ້າສຸດ

ກະຊວງຍຸຕິທຳ ມອບປຶ້ມກົດໝາຍໃຫ້ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ເຂົ້າພະແນກຫໍສະໝຸດ ເພື່ອເພີ່ມທະວີການສ້າງລັດແຫ່ງກົດໝາຍ ແລະຍົກສູງສະຕິເຄົາລົບລະບຽບກົດໝາຍ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງຈັດພິທີປ້ອງກັນບົດຈົບຂັ້ນ ໃຫ້ນັກສຶກສາທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ສະ​ຫາຍ ຫງວຽນ ມິງ ​ເຕິມ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ເຕັມແຫ່ງ ​ສ​ສ​ ຫວຽດ​ນາມ ພ້ອມ​ດ້ວຍ​ຄະ​ນະເດີນ​ທາງ​ມາ​ຢ້ຽມຢາມ​ ແລະ​ເຮັດ​ວຽກ​ຢູ່ໂຮງ​ຮຽນ​ການ​ເມືອງ ແລະ ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​​ບູ​ລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນໂຮງຮຽນພັກ ແຂວງກຸ້ຍໂຈ ສປ ຈີນ ເພື່ອແລກປ່ຽນບົດຮຽນ ແລະ ປຶກສາຫາລືແຜນການຮ່ວມມື ດ້ານການກໍ່ສ້າງພະນັກງານ-ສະມາຊິກພັກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ວິທະຍຸໂທລະພາບສູນກາງຈີນ CMG ປະຈຳລາວຮ່ວມຍົກລະດັບການຮຽນຮູ້ຜ່ານທັດສະນະ “ໂລກທັງໃບຄືຄອບຄົວດຽວ” ຜ່ານຮູບເງົາສາລະຄະດີ 8K “ຢູ່ນອກປ່ອງຢ້ຽມແມ່ນດາວເຄາະສີຟ້າ”

ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ຈັດພິທີປ້ອງກັນບົດປະເມີນຈົບຂັ້ນທິດສະດີການເມືອງຂັ້ນຕົ້ນ

ໂດຍປະຕິບັດຕາມຂໍ້ຕົກລົງ ຂອງໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ວ່າດ້ວຍການແຕ່ງ ຕັ້ງຄະນະກຳມະການປ້ອງກັນບົດປະເມີນຄວາມຮັບຮູ້ຈົບຂັ້ນ ສໍາລັບຊຸດຮຽນທິດສະດີການເມືອງຂັ້ນຕົ້ນຮຸ່ນທີ III ເມືອງແປກ ຢູ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ, ເລກທີ 260/ຄປພຂ, ຊຽງຂວາງ, ລົງວັນທີ 09 ກັນ ຍາ 2025. ໃນຕອນເຊົ້າວັນທີ 12 ກັນຍາ 2025 ຢູ່ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ໄດ້ຈັດພິທີປ້ອງກັນບົດປະເມີນຄວາມຮັບຮູ້ຈົບຂັ້ນຕົ້ນທິດສະດີການເມືອງ ຮຸ່ນທີ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຊື່ອມຊຶມເອກະສານສຳຄັນຂອງພັກ ແລະມອບ-ຮັບບັດສະມາຊິກພັກ

ໃນຕອນເຊົ້າຂອງວັນທີ 11 ກັນຍາ 2025, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດຕັ້ງພິທີປາຖະກະຖາວັນລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 34 ປີ (15 ສິງຫາ 1991-15 ສິງຫາ 2025) ແລະວັນຍຶດອຳນາດ 23 ສິງຫາ ຄົບຮອບ 80 ປີ ແລະຄົບຮອບ 50 ປີ (23 ສິງຫາ…

ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍ​າ​ສາດພາຍ​ໃຕ້ ​ຫົວ​ຂໍ້ ເສີມຂະຫຍາຍບົດບາດວັດທະນະທຳ ເຂົ້າໃນການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ຢູ່ບັນດາແຂວງພາກກາງ-ພາກໃຕ້

ໃນວັນທີ 5 ກັນຍາ 2025 ທີ່ສະໂມສອນໂຮງ ຮຽນການເມືອງ ແລະ ການປົກຄອງແຂວງຈຳປາສັກ ຊຶ່ງເຕັມໄປ​ດ້ວຍບັນຍາ​ກາດ​ອັນຄືກຄື່ນ, ບົນຈິດໃຈແລກປ່ຽນວິ ທະຍາສາດ, ກົງໄປກົງມາ ແລະມີຄວາມຮັບຜິດຊອບສູງນັ້ນ. ຊື່ງມັນໄດ້ສ່ອງ​​ແສງ​ໃຫ້ເຫັນ​​ເຖິງ​ບັນຫາຕ່າງໆ ເປັນຕົ້ນແມ່ນ: ທາງດ້ານທິດສະດີ ແລະພຶດຕິກຳທີ່ກ່ຽວ​ກັບການ​ເສີມຂະຫຍາຍບົດ​ບາດ, ວັດ​ທະ​ນະ​ທຳ ເຂົ້າໃນການສ້າງເສດຖະ ກິດເອກະລາດເປັນເຈົ້າຕົນເອງ ທີ່​ມີ​ຕໍ່​​ການ​ພັດ​ທະ​ນາ ແລະພາ​ລະ​ກິດ​ປ່ຽນ​ແປງໃໝ່​ຂອງ​ປະ​ເທດ​ເຮົາ. ໃຫ້ກຽດເປັນປະ ໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ,…

ຊຸດຝຶກອົບຮົມຄູການເມືອງ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຊຸດທີ II ທັດສະນະສຶກສາ ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ

ເພື່ອເປັນການປະຕິບັດຕາມຫຼັດສູດ ຂອງຊຸດຝຶກອົບຮົມຄູການເມືອງ ຊຸດທີ 2 ຈຳນວນ 44 ທ່ານ, ຍິງ 19 ທ່ານ ໄປທັດສະນະສຶກສາ ຢູ່ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ໃນວັນທີ 4 ກັນຍາ 2025 ເຊຶ່ງນຳພາຄະນະນັກສຶກສາໂດຍ: ທ່ານ ປທ ນາງ ກິ່ງໄຜ່ ພະສະຫວັນໄຊ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ທ່ານ ພັອ ຄໍາແວ່ນ ສີຫາລາດ…

ຂ່າວອື່ນໆ