ໃນວັນທີ 5 ກັນຍາ 2025 ທີ່ສະໂມສອນໂຮງ ຮຽນການເມືອງ ແລະ ການປົກຄອງແຂວງຈຳປາສັກ ຊຶ່ງເຕັມໄປດ້ວຍບັນຍາກາດອັນຄືກຄື່ນ, ບົນຈິດໃຈແລກປ່ຽນວິ ທະຍາສາດ, ກົງໄປກົງມາ ແລະມີຄວາມຮັບຜິດຊອບສູງນັ້ນ. ຊື່ງມັນໄດ້ສ່ອງແສງໃຫ້ເຫັນເຖິງບັນຫາຕ່າງໆ ເປັນຕົ້ນແມ່ນ: ທາງດ້ານທິດສະດີ ແລະພຶດຕິກຳທີ່ກ່ຽວກັບການເສີມຂະຫຍາຍບົດບາດ, ວັດທະນະທຳ ເຂົ້າໃນການສ້າງເສດຖະ ກິດເອກະລາດເປັນເຈົ້າຕົນເອງ ທີ່ມີຕໍ່ການພັດທະນາ ແລະພາລະກິດປ່ຽນແປງໃໝ່ຂອງປະເທດເຮົາ. ໃຫ້ກຽດເປັນປະ ໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການ ເມືອງ ແລະ ການປົກຄອງແຫ່ງຊາດ, ມີທ່ານ ປທ ສົມສັກ ເສົາວະລັດ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຈຳປາສັກ, ພ້ອມດ້ວຍຄະນະພັກ, ມີຄະນະນຳໂຮງຮຽນກາເມືອງ ແລະການປົກຄອງ 6 ແຂວງພາກກາງ ແລະພາກໃຕ້.




ກອງປະຊຸມສຳມະນາວິທະຍາສາດຄັ້ງນີ້ ໄດ້ຮັບຟັງບົດປະກອບຄໍາຄິດຄຳເຫັນຈາກນັກຄົ້ນຄວ້າຂອງ 6ສະຖາບັນໂດຍມີບົດວິທະຍາສາດຈຳນວນ 6 ບົດຄື:
1. ຂຸດຄົ້ນທ່າແຮງວັດທະນະທຳທີ່ເປັນວັດຖຸເຂົ້າໃນການພັດທະນາເສດຖະກິດ ຢູ່ແຂວງຈຳປາສັກ;
2. ສົ່ງເສີມການມີສ່ວນຮ່ວມ ຂອງປະຊາຊົນ ໃນການອະນຸລັກວັດຖະນະທຳ ຢູ່ແຂວງເຊກອງ;
3. ຂຸດຄົ້ນທ່າແຮງວັດທະນະທຳ ທີ່ບໍ່ເປັນວັດຖຸ ເຂົ້າໃນການພັດທະນາເສດຖະກິດ ຢູ່ແຂວງອັດຕະປື;
4. ເສີມຂະຫຍາຍທ່າແຮງວັດທະນະທຳ ທີ່ບໍ່ເປັນວັດຖຸເຂົ້າໃນການພັດທະນາເສດຖະກິດ ຢູ່ແຂວງສາລະວັນ;
5. ພັດທະນາການທ່ອງທ່ຽວຕິດພັນກັບການອະນຸລັກວັດທະນະທຳ ຢູ່ແຂວງຄຳມ່ວນ;
6. ພັດທະນາເສດຖະກິດ ຕິດພັນກັບການອະນຸລັກວັດທະນະທຳ ຢູ່ແຂວງສະຫວັນນະເຂດ.
ນອກຈາກນັ້ນ, ບັນດານັກວິທະຍາສາດ ແລະແຂກເຂົ້າຮ່ວມກອງປະຊຸມ ຍັງໄດ້ສຸມສະຕິປັນຍາໃນການປະ ກອບຄຳຄິດຄຳເຫັນ, ສົນທະນາກັນ, ແລກປ່ຽນບົດຮຽນໃນແຕ່ລະບັນຫາດ້ວຍຄວາມຈິງໃຈ ແລະກົງໄປກົງມາຊື່ງສ້າງຄວາມກະຈ່າງແຈ້ງທັງໃນແງ່ທິດສະດີວິທະຍາສາດ ແລະພຶດຕິກຳອັນເລິກເຊິ່ງ, ມີຄວາມໝາຍສໍາຄັນ ແລະສອດຄ່ອງກັບສະພາບການຕົວຈິງໃນປັດຈຸບັນ.
ໃນຕອນທ້າຍ ປະທານກອງປະຊຸມໄດ້ໃຫ້ຄຳເຫັນວ່າ:
1). ການເສີມຂະຫຍາຍບົດບາດວັດທະນະທໍາ ເຂົ້າໃນການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ຢູ່ບັນດາແຂວງພາກກາງ-ພາກໃຕ້ ຕ້ອງເລີ່ມຈາກການນໍາພາ-ຊີ້ນໍາ ຈາກອົງການປົກຄອງແຂວງຄະນະພັກ, ຄະນະນໍາ, ພະແນກການອ້ອມຂ້າງແຂວງ ຕໍ່ວຽກງານສົ່ງເສີມບົດບາດວັດທະນະທໍາ ໃຫ້ຕິດພັນກັບການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໂດຍການສະໜອງທຶນເຂົ້າໃສ່ວຽກງານສົ່ງເສີມວັດທະນະທໍາ ໃຫ້ກາຍເປັນຂະແໜງເສດຖະກິດໃໝ່, ສ້າງວຽກເຮັດງງານທໍາ ແລະ ສາມາດສ້າງລາຍຮັບກັບທີ່ໃຫ້ແກ່ປະຊາຊົນ.
2). ການເສີມຂະຫຍາຍບົດບາດວັດທະນະທໍາ ເຂົ້າໃນການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ຢູ່ບັນດາແຂວງພາກກາງ-ພາກໃຕ້ ຕ້ອງໄດ້ເພີ່ມທະວີພັດທະນາບຸກຄະລາກອນ ໃນຂະແໜງ ວັດທະ ນະທໍາ ເພື່ອສືບສານມໍລະດົກທາງດ້ານວັດທະນະທໍາໃຫ້ຍືນຍົງ, ສົ່ງເສີມດ້ານການບໍລິການ, ສົ່ງເສີມໃຫ້ທຸກຄົນມີສ່ວນຮ່ວມທັງພາກລັດ ແລະ ພາກເອກະຊົນ, ທັງພາຍໃນ ແລະຕ່າງປະເທດ.
3). ເພື່ອເສີມຂະຫຍາຍບົດບາດ ຂອງວັດທະນະທໍາ ຕາມທິດສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຕ້ອງຖືສໍາຄັນວຽກງານການເມືອງແນວຄິດ ຕາມທິດໃຫ້ປະຊາຊົນມີສ່ວນຮ່ວມ ໂດຍການປູກຈິດສໍານຶກ ໃນການອະນຸລັກຮັກສາວັດທະນະທໍາທີ່ເປັນວັດຖຸ ແລະ ບໍ່ເປັນວັດຖຸ, ມໍລະດົກທາງດ້ານວັດຖຸ ແລະ ຈິດໃຈ ໂດຍການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການສົ່ງເສີມ, ດ້ວຍການໂຄສະນາທາງສື່ອອນລາຍ ແລະ ເວັບໄຊຕ່າງໆ ເພື່ອເຜີຍແຜ່ວັດທະນະທໍາ ຂອງລາວອອກສູ່ສາກົນ, ຕາມທິດສ້າງວຽກເຮັດງານທໍາ, ສ້າງລາຍຮັບທີ່ແທ້ຈິງໃຫ້ແກ່ປະຊາຊົນ; ໃນເມື່ອຊຸມຊົນມີລາຍຮັບ ກໍຈະເກີດມີຄວາມຮັກ, ຫວງແຫນ ກັບມາອະນຸລັກທຳມະຊາດ, ວັດທະນະທຳ ແລະ ຮີດຄອງປະເພນີ, ເກີດມີຄວາມສາມັກຄີຮ່ວມແຮງຮ່ວມໃຈ ພ້ອມກັນອະນຸລັກ ແລະ ຮັກສາວັດທະນະທຳ ແລະ ສິ່ງແວດລ້ອມ ໃຫ້ກັບມາມີຊີວິດຊີວາ ເພື່ອເປັນທ່າແຮງໃນການດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຊົມນັບມື້ນັບເພີ່ມຂຶ້ນເລື້ອຍໆ.
4). ໝາກຜົນ ຂອງການສໍາມະນາ ແມ່ນຕ້ອງໄດ້ຈັດຕັ້ງຜັນຂະຫຍາຍ ເຂົ້າໃນຫຼັກສູດການຮຽນ-ການສອນ ແລະ ຖອດຖອນບົດຮຽນ ໃຫ້ແກ່ຂະແໜງການທີ່ກ່ຽວຂ້ອງ ໃນແຕ່ລະແຂວງໃຫ້ເກີດຜົນປະໂຫຍດສູງສຸດ.



ຂ່າວ/ພາບ: ໂຮງຮຽນການເມືອງ ແລະ ການປົກຄອງແຂວງຈຳປາສັກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ
