ໃນຕອນເຊົ້າຂອງວັນທີ 11 ກັນຍາ 2025, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດຕັ້ງພິທີປາຖະກະຖາວັນລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 34 ປີ (15 ສິງຫາ 1991-15 ສິງຫາ 2025) ແລະວັນຍຶດອຳນາດ 23 ສິງຫາ ຄົບຮອບ 80 ປີ ແລະຄົບຮອບ 50 ປີ (23 ສິງຫາ 1945 ແລະ 23 ສິງຫາ 1975), ໂດຍການເປັນປະທານ ແລະ ປາຖະກະຖາໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ ພ້ອມດ້ວຍຄະນະພັກ, ຄະນະນຳ, ຂັ້ນກົມ, ຄະນະຕ່າງໆ, ສູນຕ່າງໆ ແລະນັກສຶກສາເຂົ້າຮ່ວມກັນຢ່າງພ້ອມພຽງ.

ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ ໄດ້ໃຫ້ກຽດເຜີຍແຜ່ເອກະສານສຳຄັນຂອງພັກດັ່ງນີ້:


1). ປາຖະກະຖາວັນລັດຖະທຳມະນູນ ແຫ່ງຊາດ ຄົບຮອບ 34 ປີ, ລັດຖະທຳມະນູນ ແມ່ນກົດໝາຍພື້ນຖານຂອງຊາດ ທີ່ກຳນົດບັນຫາໃຫຍ່, ຫຼັກການໃຫຍ່ກ່ຽວກັບລະບອບການເມືອງ, ລະບອບເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ, ລະບົບການຈັດຕັ້ງ, ອໍານາດແຫ່ງລັດ (ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ສະພາປະຊາຊົນທ້ອງຖິ່ນ, ອົງການປົກຄອງທ້ອງຖິ່ນ, ສານປະຊາຊົນ, ອົງການໄອຍະການປະຊາຊົນ, ການກວດກາລັດ ແລະການກວດສອບແຫ່ງລັດ), ພາສາ, ອັກສອນ, ເຄື່ອງໝາຍຊາດ, ທຸງຊາດ, ເພງຊາດ, ວັນຊາດ, ສະກຸນເງິນ ແລະນະຄອນຫຼວງ; ນອກນັ້ນ, ຍັງໄດ້ຍົກໃຫ້ເຫັນໃນຕະຫຼອດໄລຍະ 34 ປິ ຕີລາຄາດ້ານດີການຈັດຕັ້ງປະຕິບັດລັດຖະທຳມະນູນແຫ່ງ ສປປ ລາວ;
2). ປາຖະກະຖາ ວັນຍຶດອຳນາດ 23 ສິງຫາຄົບຮອບ 80 ແລະ ຄົບຮອບ 50 ປີ (23 ສິງຫາ 1945 ແລະ 23 ສິງຫາ 1975), ພາຍຫຼັງ ພັກປະຊາຊົນ ປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 22 ມີນາ 1955 ໄດ້ນໍາພາປະຊາຊົນລາວ ບັນດາເຜົ່າດໍາເນີນ ການຕໍ່ສູ້ຕ້ານອາເມລິກາ ທີ່ມີຄວາມດຸເດືອດຂ້ຽວຂາດ ແລະຫຍຸ້ງຍາກລໍາບາກຂອງການປະຕິວັດໃນປະເທດເຮົາ, ແຕ່ພວກເຮົາກໍ່ສາມາດຍາດໄດ້ໄຊຊະນະຢ່າງພິລະອາດຫານ ແລະສະຫງ່າຜ່າເຜີຍໃນຫຼາຍບັ້ນຮົບ, ຈົນມາຮອດ ວັນທີ 23 ສິງຫາ 1975 ຊາວນະຄອນຫຼວງວຽງຈັນ ຫຼາຍໝື່ນຄົນໄດ້ໂຮມຊຸມນຸມເພື່ອຕ້ອນຮັບການປະກາດສ້າງຕັ້ງອໍານາດການປົກຄອງປະຕິວັດ, ເຊິ່ງໄດ້ຢັ້ງຢືນວ່າລະບົບການປົກຄອງປະຕິວັດ ທັງໝົດແຕ່ຂັ້ນແຂວງ, ນະຄອນຫຼວງ ລົງຮອດຮາກຖານໄດ້ຮັບການສ້າງຕັ້ງຂຶ້ນ;
3). ເຜີຍແຜ່ເອກະສານ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ຄະນະບໍລິຫານງານສູນກາງພັກ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະໃຫ້ທິດຊີ້ນໍາ ຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານເງິນຕາໃນ 6 ເດືອນຕົ້ນປີ 2025; ຕີລາຄາຜົນການດໍາເນີນກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງ, ນະຄອນຫຼວງ, ບັນດາຮາກຖານພັກອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ; ພິເສດໄດ້ປຶກສາຫາລື ແລະ ມີຄວາມເຫັນຊີ້ນໍາຕໍ່ບັນດາຮ່າງເອກະສານທີ່ຈະນໍາລາຍງານຕໍ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກຢ່າງເປັນລະບົບ, ອັນໄດ້ສ່ອງແສງໃຫ້ເຫັນເຖິງ ຄວາມຮັບຜິດຊອບຂອງຄະນະບໍລິຫານງານສູນກາງພັກ, ສະແດງເຖິງຄວາມມີຊີວິດຊີວາຂອງການເສີມຂະຫຍາຍປະຊາທິປະໄຕ, ສະຕິປັນຍາລວມໝູ່ຢູ່ພາຍໃນພັກ ໃນການບູລະນະແນວທາງການເມືອງ ແລະແນວທາງການຈັດຕັ້ງຂອງພັກເຮົາໃຫ້ຖືກຕ້ອງ, ແທດເໝາະ, ສອດຄ່ອງ, ຮັດກຸມ ແລະສົມບູນຂຶ້ນຢ່າງຕໍ່ເນື່ອງ;
4). ປາຖະກະຖາ ວັນຊາດຫວຽດນາມ ຄົບຮອບ 80 ປີ (2/09/1945-2/9/2025), ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ດ້ວຍແນວຄິດອັນເປັນອຳມະຕະທີ່ວ່າ “ບໍ່ມີສິ່ງໃດທີ່ປະເສີດເລີດລໍ້າເໜືອກວ່າ ເອກະລາດ ແລະ ອິດສະຫຼະພາບ”, ທົ່ວປວງຊົນທັງຊາດຫວຽດນາມ ໄດ້ສາມັກຄີເປັນຈິດໜຶ່ງໃຈດຽວ, ຮ່ວມກັບນຳ້ໃຈສາມັກຄີ ສາກົນອັນບໍລິສຸດຜຸດຜ່ອງ ນໍາເອົາການປະຕິວັດຂອງຫວຽດນາມ ຈາກໄຊຊະນະນີິ້ສູ່ໄຊຊະນະອື່ນ, ປະຕິບັດສຳເລັດພາລະກິດປົດປ່ອຍຊາດ ແລະທ້ອນໂຮມປະເທດຊາດເປັນເອກະພາບ ແລະພວມປະຕິບັດພາລະກິດປ່ຽນແປງໃໝ່ສຳເລັດຜົນ, ກ້າວໄປສູ່ສັງຄົມນິຍົມຢ່າງໜັກແໜ້ນ. ເຖິງວ່າພື້ນຖານເສດຖະກິດທົ່ວພາກພື້ນຍັງຫຼ້າຫັຼງ, ຫວຽດນາມ ໄດ້ບືນຕົວເຮັດໃຫ້ພື້ນຖານເສດຖະກິດ ຂຶ້ນເປັນອັນດັບທີ 32 ຂອງໂລກ, ຢູ່ໃນກຸ່ມ 20 ພື້ນຖານເສດຖະກິດແຖວໜ້າດ້ານການຄ້າ ແລະການດຶງດູດການລົງທຶນຈາກຕ່າງປະເທດ, ເປັນຕ່ອງໂສ້ອັນສໍາຄັນ ຂອງ 17 ສັນຍາການຄ້າເສລີ (FTA) ເຊື່ອມຈອດກັບ 60 ພື້ນຖານເສດຖະກິດຫຼັກໆໃນພາກພື້ນ ແລະ ທົ່ວໂລກ. ພ້ອມນີ້, ຫວຽດນາມ ຍັງໄດ້ສ້າງຕັ້ງສາຍພົວພັນທາງການທູດກັບ 194 ປະເທດໃນໂລກໃນນັ້ນ, ມີບັນດາສະມາຊິກຖາວອນຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດບັນດາປະເທດໃຫຍ່ທັງໝົດ ແລະແມ່ນສະມາຊິກທີ່ຕັ້ງໜ້າຂອງ 70 ກວ່າອົງການຈັດຕັ້ງໃນພາກພື້ນ ແລະສາກົນ.



















ໃນພິທີ, ໄດ້ມອບບັດສະມາຊິກພັກໃຫ້ ສະມາຊິກພັກທີ່ຄົບມາດຖານເງື່ອນໄຂ ຈຳນວນ 40 ສະຫາຍ, ຍິງ 13 ສະຫາຍຄື:
1. ໜ່ວຍພັກຮາກຖານກົມຄຸ້ມຄອງການຮຽນ-ການສອນ ແລະ ກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດຈໍານວນ 14 ສະຫາຍ, ຍິງ 5 ສະຫາຍ;
2. ໜ່ວຍພັກຮາກຖານສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ແລະ ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ຈໍານວນ 9 ສະຫາຍ, ຍິງ 5 ສະຫາຍ;
3. ນັກຄົ້ນຄວ້າປະລິນຍາໂທ ຮຸ່ນທີ XIX ຫ້ອງ ຂ ຈຳນວນ 6 ສະຫາຍ, ຍິງ 1 ສະຫາຍ;
4. ນັກຄົ້ນຄວ້າປະລິນຍາໂທ ຮຸ່ນທີ XX ຫ້ອງ ຂ ຈຳນວນ 11 ສະຫາຍ, ຍິງ 2 ສະຫາຍ.
ວາລະທ້າຍກອງປະຊຸມ, ປະທານໄດ້ໂອ້ລົມກ່ຽວກັບການປາຖະກະຖາໃນຄັ້ງນີ້ ແມ່ນເປັນການນໍາພາສຶກສາອົບ ຮົມການເມືອງ-ແນວຄິດ ແລະ ປູກຈິດສໍານຶກ ໃຫ້ສະມາຊິກພັກ, ພະນັກງານ, ຄຸ-ອາຈານໄດ້ຮັບຮູ້, ເຂົ້າໃຈ, ເຊື່ອມຊຶມ ຕໍ່ເຫດການປະຫວັດສາດທີ່ສໍາຄັນຂອງຊາດ ເພື່ອພ້ອມກັນເສີມຂະຫຍາຍມູນເຊື້ອອັນດີງາມ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ຈົງຮັກພັກດີຕໍ່ພັກ-ລັດ ກຽມພ້ອມເຮັດສຳເລັດທຸກໜ້າທີ່ວຽກງານ ທີ່ໄດ້ຮັບການມອບໝາຍ ແລະສໍາລັບສະມາຊິກພັກທີ່ໄດ້ຮັບບັດສະມາຊິກພັກ ຈົ່ງພ້ອມກັນເອົາໃຈ ໃສ່ຢ່າງຕັ້ງໜ້າສຶກສາຄົ້ນຄວ້າ, ເຊື່ອມຊຶມ ແລະກຳແໜ້ນແນວທາງນະໂຍບາຍປ່ຽນແປງໃໝ່ຂອງພັກ ແລະປະກອບສ່ວນຢ່າງຕັ້ງໜ້າ ໃນການຜັນຂະຫຍາຍເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວເຂົ້າໃນໜ້າທີ່ການເມືອງ ແລະວຽກງານຂອງຕົນດ້ວຍຈິດໃຈ ບຸກທະລຸຢ່າງແຂງແຮງ ເຮັດໃຫ້ມີຜົນສຳເລັດຢ່າງຕັ້ງໜ້າ.
ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ
