ໂດຍປະຕິບັດຕາມຂໍ້ຕົກລົງ ຂອງໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ວ່າດ້ວຍການແຕ່ງ ຕັ້ງຄະນະກຳມະການປ້ອງກັນບົດປະເມີນຄວາມຮັບຮູ້ຈົບຂັ້ນ ສໍາລັບຊຸດຮຽນທິດສະດີການເມືອງຂັ້ນຕົ້ນຮຸ່ນທີ III ເມືອງແປກ ຢູ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ, ເລກທີ 260/ຄປພຂ, ຊຽງຂວາງ, ລົງວັນທີ 09 ກັນ ຍາ 2025.

ໃນຕອນເຊົ້າວັນທີ 12 ກັນຍາ 2025 ຢູ່ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ໄດ້ຈັດພິທີປ້ອງກັນບົດປະເມີນຄວາມຮັບຮູ້ຈົບຂັ້ນຕົ້ນທິດສະດີການເມືອງ ຮຸ່ນທີ III ເມືອງແປກ ໃຫ້ກຽດເປັນປະທານໂດຍ: ທ່ານ ສີວອນ ບຸດດາຈັນ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ, ມີຄະນະກຳມະການປ້ອງກັນບົດ, ມີພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມທັງໝົດ 108 ທ່ານ, ຍິງ 43 ທ່ານ, ໃນພິທີຄະນະຮັບຜິດຊອບໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການປ້ອງກັນບົດປະເມີນຄວາມຮັບຮູ້ຈົບຂັ້ນ ສໍາລັບຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນ III ເມືອງແປກ ເຊິ່ງທາງໂຮງຮຽນໄດ້ແບ່ງອອກເປັນກຸ່ມ. ຈາກນັ້ນ, ໄດ້ຮັບຟັງການຜ່ານບົດລາຍງານສະພາບການຮຽ-ການສອນ ເຊິ່ງຊຸດຮຽນແມ່ນໄດ້ດໍາເນີນການຮຽນ-ການສອນ ແຕ່ວັນທີ່ 01 ກໍລະກົດ 2025ເປັນຕົ້ນມາ ຈົນຮອດປັດຈຸບັນແມ່ນດໍາເນີນການຮຽນ-ການສອນສໍາເລັດລວມມີ 11ວິຊາຮຽນຄື: ປັດຊະຍາມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ລັດທິສັງຄົມນິຍົມວິທະຍາສາດການ ເມືອງວິທະຍາ, ສັງຄົມສາດ, ການຄຸ້ມຄອງບໍລິຫານລັດ, ເຕັກນິກບໍລິຫານລັດ, ທິດສະດີລັດ ແລະກົດໝາຍ, ເສດຖະສາດການເມືອງມາກ-ເລນິນ, ກໍ່ສ້າງພັກ ແລະ ປະຫວັດສາດພັກ.


ໃນຕອນທ້າຍພິທີ ທ່ານປະທານໄດ້ມີຄໍາເຫັນໂອ້ລົມກ່ອນອື່ນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງພະ ນັກງານ, ຄູ-ອາຈານ, ຄະນະຮັບຜິດຊອບຊຸດຮຽນ ແລະນັກສຶກສາ ທີ່ໄດ້ພ້ອມກັນສໍາເລັດໃນການຮໍ່າຮຽນ, ມີຄວາມຮັບ ຜິດຊອບສູງ, ຕັ້ງໃຈສິດສອນ ແລະຂຶ້ນຫ້ອງສິດສອນ ນໍາເອົາຄວາມຮູ້, ຄວາມສາມາດ ເພື່ອນໍາໃຊ້ເຂົ້າໃນການຂຽນບົດເກັບກ່ຽວຈົບຂັ້ນ ໂດຍສະເພາະແມ່ນຮູ້ນໍາໃຊ້ວິທີວິທະຍາ, ວິທີວັດຖຸນິຍົມສັດຈະວິພາກ ຂອງທິດສະດີມາກ-ເລນິນ, ວິທີການສະຫຼຸບສັງລວມ, ຕີລາຄາສົມທຽບຕ່າງໆ ເຂົ້າໃນພຶດຕິກຳຕົວຈິງ ທີ່ເປັນບັນຫາຕັ້ງຂຶ້ນຢູ່ໃນກົມກອງທ້ອງຖີ່ນ ຂອງຕົນ ແລະສັງຄົມ. ໃນໄລຍະຜ່ານມາ ກໍ່ຄືປັດຈຸບັນ ເພື່ອຊອກຫາທິດທາງ ແລະພ້ອມກັນແກ້ໄຂບັນຫາຕ່າງໆ ໃນຕໍ່ໜ້າໃຫ້ເກີດປະໂຫຍກສູງສຸດ. ເພື່ອເຮັດໃຫ້ພິທີປ້ອງກັນບົດປະເມີນຄວາມຮັບຮູ້ຈົບຂັ້ນ ສໍາລັບຊຸດຮຽນທິດສະດີການເມືອງຂັ້ນຕົ້ນໃຫ້ນັກສຶກສາ ຮຸ່ນທີ III ເມືອງແປກ ມີຄວາມໝາຍຄວາມສໍາຄັນເລິກເຊິ່ງ ແລະ ບັນລຸສໍາເລັດຕາມຄາດໝາຍພິທີດັ່ງ ກ່າວໄດ້ດໍາເນີນເປັນເວລາ ໜຶ່ງວັນ ແລະປະສົບຜົນສໍາເລັດຢ່າງຈົບງາມ.
ພາບ-ຂ່າວ ນາງ ຄໍາເພັດ ບຸນນະຈັນ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງ
ບັນນາທິການ: ປທ ບຸນປັນ ສຸມຸນທອງ
