ເພື່ອເປັນການປະຕິບັດຕາມຫຼັດສູດ ຂອງຊຸດຝຶກອົບຮົມຄູການເມືອງ ຊຸດທີ 2 ຈຳນວນ 44 ທ່ານ, ຍິງ 19 ທ່ານ ໄປທັດສະນະສຶກສາ ຢູ່ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ໃນວັນທີ 4 ກັນຍາ 2025 ເຊຶ່ງນຳພາຄະນະນັກສຶກສາໂດຍ: ທ່ານ ປທ ນາງ ກິ່ງໄຜ່ ພະສະຫວັນໄຊ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.

ທ່ານ ພັອ ຄໍາແວ່ນ ສີຫາລາດ ຮອງຫົວໜ້າອໍານວຍການວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ໄດ້ໃຫ້ການຕ້ອນຮັບ ແລະລາຍງານສະພາບຈຸດພິເສດຂອງວິທະຍາຄານ, ເຊຶ່ງເປັນໂຮງຮຽນທິດສະດີຊັ້ນສູງ ປກສ ໃນເມື່ອກ່ອນ ແລະໄດ້ຮັບການສ້າງຕັ້ງວິທະຍາຄານການເມືອງປ້ອງກັນຄວາມສະຫງົບຂຶ້ນ. ສະນັ້ນ, ເພື່ອເປັນການຍົກລະດັບຄວາມຮູ້ທາງດ້ານທິດສະດີການເມືອງ ຂອງກຳລັງປ້ອງກັນຄວາມສະຫງົບໃຫ້ສູງຂຶ້ນໃນສະເພາະໜ້າ, ຍາວນານ ແລະມີຄວາມຈຳເປັນທີ່ຈະຕ້ອງໄດ້ຍົກລະດັບໃນການກໍ່ສ້າງລະບົບພື້ນຖານໂຄງລ່າງຂອງວິທະຍາຄານ., ວິທະຍາຄານການເມືອງ ປກສ ມີພາລະບົດບາດເປັນເສນາທິການໃຫ້ ກະຊວງປ້ອງກັນຄວາມສະຫງົບ ໃນການຈັດຕັ້ງຜັນຂະຫຍາຍນໍາເອົາທິດສະດີມາກ-ເລນິນ, ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະລະບຽບຂອງກໍາລັງປ້ອງກັນຄວາມສະຫງົບ, ກຳນົດແຜນຍຸດທະສາດ, ແຜນການການຊີ້ນໍາບັນຊາ, ຄຸ້ມຄອງ, ຕິດຕາມກວດກາ, ປັບປຸງ ແລະພັດທະນາຫຼັກສູດການຮຽນການສອນ, ຫັດແອບຍຸດທະວິທີ, ສິລະປະຍຸດໃນຂົງເຂດວຽກງານເຫຼົ່າວິຊາສະເພາະການເມືອງປ້ອງກັນຄວາມສະຫງົບ ໃນການບຳລຸງ, ກໍ່ສ້າງ, ຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານທິດສະດີການເມືອງ ແລະ ວິຊາສະເພາະແນໃສ່ເຮັດໃຫ້ກຳລັງປ້ອງກັນຄວາມສະຫງົບ ມີຄວາມຮັບປະກັນດ້ານໜ້າທີ່ການເມືອງຂອງຕົນ, ມີຄວາມເຕີບໃຫຍ່ເຂັ້ມແຂງ ແລະທັນສະໄໝເທື່ອລະກ້າວ.

ໃນຕອນທ້າຍພິທີທ່ານ ປທ ນາງ ກິ່ງໄຜ່ ພະສະຫວັນໄຊ ໄດ້ຕາງໜ້າໃຫ້ຊຸດຝຶກອົບຮົມຄູການເມືອງ ແລະ ການປົກຄອງ ສະແດງຄວາມຂອບໃຈ ຕໍ່ກັບ ທ່ານ ພັອ ຄໍາແວ່ນ ສີຫາລາດ ທີ່ໄດ້ໃຫ້ການຕ້ອນຮັບນຳພາທັດສະນະເຮັດໃຫ້ຊຸດຝຶກອົບຮົມມີຄວາມເຂົ້າໃຈ ແລະເຫັນໄດ້ບົດບາດສຳຄັນຂອງວິທະຍາຄານການເມືອງປ້ອງກັນຄວາມສະຫງົບທີ່ໄດ້ ນໍາເອົາທິດສະດີມາກ-ເລນິນ, ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະລະບຽບການຕ່າງໆມາຈັດຕັ້ງຜັນຂະ ຫຍາຍຢູ່ກອງກໍາລັງປ້ອງກັນຄວາມສະຫງົບຢ່າງສໍາເລັດຜົນ.


ຂ່າວ: ປທ ຕາອັອດ ແສນທະວີສຸກ
ພາບ: ຫ້ອງຮຽນ ຄູການເມືອງ ຊຸດທີ 2
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ