ສະຖາບັນຂົງຈືໄດ້ຮັບການສ້າງຕັ້ງເປັນເວລາ 13 ປີເປັນຕົ້ນມາ ໄດ້ເຮັດໜ້າທີ່ໃນການພັດທະນາການຮຽນ-ການສອນພາສາຈີນ, ມາຮອດປັດຈຸບັນສາມາດສ້າງບຸກຄະລາກອນທີ່ມີຄວາມຮູ້ທາງດ້ານພາສາຈີນຫຼາຍກວ່າ 4 ໝື່ນກວ່າຄົນ, ສະຖາບັນຂົງຈືຖືເປັນເວທີແຫ່ງການແລກປ່ຽນວັດທະນະທໍາ, ການສຶກສາຂອງສອງປະເທດລາວ-ຈີນ ຊື່ງນັບແຕ່ວັນທີ 12 ມີນາ 2014 ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ສະຖາບັນຂົງຈື, ມະຫາວິທະຍາໄລແຫ່ງຊາດ ໄດ້ເປີດຊຸດເຝິກອົບຮົມຄັ້ງທໍາອິດ ມາເຖິງປັດຈຸບັນ ສະຖາບັນຂົງຈືໄດ້ສົ່ງອາຈານຜູ້ທີ່ມີປະສົບການໃນການສິດສອນຢູ່ ສມປຊ ແລະມີພະນັກງານ, ຄູ-ອາຈານ ຂອງ ສມປຊ ເຂົ້າຮຽນຈໍານວນຫຼາຍ ນັ້ນກໍ່ຄືຜົນສໍາເລັດທີ່ຍາດມາໄດ້.

ສະນັ້ນ, ໃນຕອນເຊົ້າຂອງວັນທີ 20 ກັນຍາ 2023 ທີ່ຫ້ອງປະຊຸມຊັ້ນ 5 ຕຶກສູນຂໍ້ມູນຂ່າວສານ ການເມືອງ ແລະ ການປົກຄອງ, ສະຖາບັນຂົງຈື ໄດ້ສືບຕໍ່ໃນການຍົກລະດັບພາສາຈີນໃຫ້ຖັນແຖວພະນັກງານ, ຄູ-ອາຈານ ສມປຊ ຈຳນວນ 31 ທ່ານ, ຍິງ 12 ທ່ານ ເພື່ອເປັນການພັດທະນາຄວາມຮູ້ທາງດ້ານພາສາຈີນ ແລະສຶບຕໍ່ການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ລາວ-ຈີນ ເປັນຕົ້ນແມ່ນການ​ຮ່ວມ​ມື ແລະແລກປ່ຽນ​ດ້ານ​ວັດທະນະທຳ ​ແລະການ​ສຶກສາ​ ລະຫວ່າງ ​ສອງ​ປະ​ເທດ​ໃຫ້​ບັນລຸ​ໝາກຜົນ​ຢ່າງ​ຕັ້ງໜ້າ​.

ໃນພິທີໃຫ້ກຽດເປັນປະທານໂດຍ: ທ່ານ ປທ ບຸນໜາ ສີຫາລາດ ຮອງຫົວໜ້າຫ້ອງການ ແລະທ່ານ ໂຫຼວໝິງ ຜູ້ອໍານວຍການສະຖາບັນຂົງຈື, ມີຕາງໜ້າກົມ, ຄະນະຕ່າງໆ ແລະສູນຕ່າງໆ ຕະຫຼອດຮອດພະນັກງານ, ຄູ-ອາຈານທີ່ກ່ຽວຂ້ອງ.

ການສືບຕໍ່ຄັ້ງນີ້, ສະຖາບັນຂົງຈືໄດ້ນຳສົ່ງ ອາຈານ ຈຽວໂປ ເປັນອາຈານສອນພາສາຈີນ ມາປະຈຳຢູ່ ສມປຊ ຊຶ່ງເປັນເງື່ອນໄຂໜຶ່ງໃນການສ້າງສິ່ງອຳນວຍຄວາມສະດວກຕໍ່ກັບການຮຽນ-ການສອນ ຕໍ່ກັບຜູ້ທີ່ເຂົ້າຮຽນ ແລະຍັງເປັນການແລກປ່ຽນດ້ານພາສາດ້ວຍກັນຕະຫຼອດຮອດດ້ານວັດທະນະທຳ, ຄຽງຄູ່ກັນນັ້ນ, ຄະນະປະທານ ສະຖາບັນຂົງຈື ແລະສມປຊ ໄດ້ເໜັ້ນໜັກຕໍ່ກັບການຮຽນພາສາ ຈີນ ຄັ້ງນີ້ວ່າ: ຜ່ານການຮ່ວມມືທີ່ຜ່ານມາທັງສອງຝ່າຍໄດ້ເອົາໃຈໃສ່ວຽກງານການຮຽນ-ການສອນ ພາສາຈີນ ໃຫ້ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ, ລະດັບຄວາມຮູ້ທາງດ້ານພາສາ ຈີນ ຂອງນັກຮຽນກໍ່ຄືນັກເຝິກອົບຮົມໄດ້ຮັບການຍົກລະດັບຂຶ້ນເລື້ອຍໆ. ໃນສົກຮຽນນີ້ສະຖາບັນຂົງຈື ໄດ້ສົ່ງອາຈານ ຈຽວໂປ ຜູ້ທີ່ມີປະສົບການໃນການສິດສອນ ພາສາຈີນ ມາປະຈໍາ ຢູ່ ສມປຊ ເພື່ອມາສິດສອນ, ຫວັງວ່າບັນດາທ່ານຈະເອົາໃຈໃສ່ ໃນການຄົ້ນຄວ້າ-ຮໍ່າຮຽນໃຫ້ໜັກແໜ້ນ, ສະຖາບັນຂົງຈື ຈະສືບຕໍ່ໃຫ້ການຊ່ວຍເຫຼືອການຮຽນ-ການສອນ ພາສາຈີນ, ພ້ອມທັງຊອກຫາທຶນການສຶກສາໃຫ້ແກ່ນັກເຝິກອົບຮົມຜູ້ທີ່ຮຽນເກັ່ງ ໄດ້ມີໂອກາດໄປສຶກສາຕໍ່ ຢູ່ ສປ ຈີນ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ