ວັນ​ທີ 18 ກັນຍາ 2023 ນີ້, 3 ອົງການຈັດຕັ້ງມະຫາຊົນ ຮາກຖານ ສູນຂໍ້ມູນຂ່າວສານການເມືອງ-ການປົກຄອງ ແລະ ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄດ້ເປັນເຈົ້າພາບຈັດງານຂະບວນການແຂ່ງຂັນກິລາຂອງ 3 ອົງການຈັດຕັ້ງມະຫາຊົນທົ່ວ ສມປຊ ຄັ້ງທີ III ຂຶ້ນຢ່າງເປັນທາງການ, ໃຫ້ກຽດເຂົ້າຮ່ວມຮັບຊົມຂອງທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ ພ້ອມດ້ວຍຄະນະພັກ, ຄະນະອຳນວຍການ, ໃນພິທີພາຍໃຕ້ການເປັນປະທານ ຂອງ ທ່ານ ປອ ສາຍຄໍາ ມູນມະນີວົງ ຄະນະບໍລິຫານງານພັກ ສມປຊ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ມີບັນດາພະນັກງານ, ຄູ-ອາຈານທີ່ເປັນສະມາຊິກ 3 ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ປອ ສາຍຄໍາ ມູນມະນີວົງ ໄດ້ກ່າວເປີດຂະບວນການແຂ່ງຂັນກິລາໃນຄັ້ງນີ້ ເຊິ່ງມີຈຸດປະສົງແມ່ນປະຕິບັດຕາມແຜນການເຄື່ອນໄຫວກິດຈະກໍາຂອງ 3 ອົງການຈັດຕັ້ງມະຫາຊົນ.

ນອກຈາກເປັນການເຄື່ອນໄຫວກິດຈະກຳກິລາແລ້ວຍັງເປັນການສ້າງຄວາມສາມັກຄີຮັດແໜ້ນເຊິ່ງກັນ ແລະກັນລະຫວ່າງ ພະນັກງານ, ຄູ-ອາຈານໜຸ່ມ ໃຫ້ມີຄວາມແໜ້ນແຟ້ນ, ເລິກເຊິ່ງຂຶ້ນກວ່າເກົ່າ, ທັງເປັນການເປີດໂອກາດ ແລະສົ່ງເສີມໃຫ້ຖັນແຖວພະນັກງານ, ຄູ-ອາຈານ ໃນທົ່ວສະຖາບັນມີໂອກາດເຄື່ອນໄຫວກິດຈະກໍາທີ່ມີລັກສະນະມະຫາຊົນ, ເຝິກຝົນຫຼໍ່ຫຼອມ, ຫັດແອບທາງດ້ານສຸຂະພາບຮ່າງກາຍ ແລະປະກອບສ່ວນເຂົ້າໃນວຽກງານຂະບວນ 3 ອົງການຈັດຕັ້ງມະຫາຊົນ ໃຫ້ມີບັນຍາກາດຟົດຟື້ນ, ມີຈິດໃຈເບີກບານມ່ວນຊື່ນ ແລະມີສຸຂະພາບເຂັ້ມແຂງ. ເຊິ່ງການສ້າງຂະບວນຄັ້ງນີ້ມີການແຂ່ງຂັນກິລາຫຼາຍປະເພດເປັນຕົ້ນ: ບານເຕະ, ບານສົ່ງຊາຍ, ບານສົ່ງຍິງ, ເປຕັງຍິງ-ຊາຍ ແລະແລ່ນຕໍ່ໄມ້.

ນອກນັ້ນ, ໃນພິທີໄດ້ຜ່ານເນື້ອໃນຂອງການແຂ່ງຂັນ ເພື່ອໃຫ້ນັກກິລາ ແລະຜູ້ຊົມເຊຍ ມີຄວາມເຂົ້າໃຈເອກະພາບກັນຕໍ່ກັບ ແຜນການເຄື່ອນໄຫວກິລາ, ກົດລະບຽບກິລາປະເພດຕ່າງໆ ພ້ອມທັງຮັບຟັງການກ່າວຄຳປະຕິຍານຂອງກຳມະການ ແລະນັກກິລາ.

ຫຼັງຈາກສຳເລັດພິທີເປີດຢ່າງເປັນທາງການແລ້ວນັ້ນ ໄດ້ຈັດການແຂ່ງຂັນກິລາບານເຕະຊາຍ ລະຫວ່າງ ຮາກຖານຄະນະເສດຖະສາດການເມືອງ ແລະຄຸ້ມຄອງເສດຖະກິດ-ຄະນະລັດທິສັງຄົມນິຍົມວິທະຍາສາດ ຊະນະ ຮາກຖານ ສູນຂໍ້ມູນຂ່າວສານການເມືອງ-ການປົກຄອງ ແລະສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ດ້ວຍຄະແນນ 5-2.

ທ່ານ ປອ ສາຍຄໍາ ມູນມະນີວົງ ມອບໃບຊົມເຊີຍໃຫ້ຜູ້ອຸປະຖຳ ຕໍ່ງານກິລາໃນຄັ້ງນີ້ ມີຫ້ອງຮຽນ ນັກສຶກສາ ທິດສະດີຂັ້ນສູງ 9 ເດືອນ ຮຸ່ນທີ II ແລະ ຮຸ່ນທີ III

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ດອກໄມ້ ຈັນດາລາ
ບັນນາທິການ: ປທ ບຸນປັນ ສຸມຸນທອງ