ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມເຜີຍແຜ່ ກ່ຽວກັບການສະເໜີຂໍທຶນການຄົ້ນຄວ້າວິທະຍາສາດ ຈາກກອງທຶນສົ່ງເສີມການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ ແລະການສະເໜີຕຳແໜ່ງວິຊາການຄູ, ເພື່ອສ້າງຄວາມເອກະພາບ, ຄວາມຮັບຮູ້, ຄວາມເຂົ້າໃຈຕໍ່ກັບການຄົ້ນຄວ້າວິທະຍາສາດພາຍໃນ ສມປຊ, ໃນພິທີໃຫ້ກຽດເປັນປະທານໂດຍ: ທ່ານ ປອ ຄຳມອນ ຈັນທະຈິດ ຫົວໜ້າກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ, ຮອງປະທານສະພາວິທະຍາສາດ ສມປຊ, ມີບັນດາຫົວໜ້າກົມ, ຫົວໜ້າຄະນະ, ມີຕາງໜ້າຈາກກອງທຶນສົ່ງເສີມການຄົ້ນຄວ້າວິທະຍາສາດ ແລະເຕັກໂນໂລຊີ ກົມການສຶກສາຊັ້ນສູງກະຊວງສຶກສາທິການ ແລະກິລາ, ມີພະນັກງານ, ຄູ-ອາຈານ, ນັກວິທະຍາສາດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວມີ 3 ເອກະສານທີ່ນຳມາເຜີຍແຜ່ຄື:

1). ເຜີຍແຜ່ແນະນໍາເພີ່ມເຕີມກ່ຽວກັບຕໍາແໜ່ງວິຊາການ ຂອງກະຊວງສຶກສາທິການ ແລະກິລາ ສະບັບເລກທີ 517/ສສກ, ລົງວັນທີ 1ເມສາ 2023; ເຊິ່ງເປັນຄໍາແນະນໍາເພີ່ມເຕີມໃສ່ຄຳແນະນຳ ສະບັບເລກທີ 1054/ສສກ, ລົງວັນທີ 4 ທັນວາ 2020; ນໍາສະເໜີໂດຍ: ທ່ານ ນ. ນິລັນທອນ ສັກລໍຄໍາ ຮອງຫົວໜ້າພະແນກສົ່ງເສີ່ມການຄົ້ນຄວ້າວິທະຍາສາດ, ກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະກິລາ;

2). ຮັບຟັງຂໍ້ມູນກ່ຽວກັບກອງທຶນການສົ່ງເສີມການຄົ້ນຄວ້າວິທະຍາສາດ ແລະເຕັກໂນໂລຊີ ພ້ອມດ້ວຍວິທີການຂຽນສະເໜີໂຄງການຂໍທຶນສະໜັບສະໜູນ ໃນການຄົ້ນຄວ້າວິທະຍາສາດຈາກກອງທຶນການສົ່ງເສີມການຄົ້ນຄວ້າວິທະຍາສາດ ແລະເຕັກໂນໂລຊີ; ນໍາສະເໜີໂດຍ: ທ່ານ ນ. ແກ້ວໄພວັນ ດວງສະຫວັນ ຫົວໜ້າກອງເລຂາກອງທຶນການຄົ້ນຄວ້າວິທະຍາສາດ ແລະເຕັກໂນໂລຊີ;

3). ຮັບຟັງກ່ຽວກັບວາລະສານ ແລະການຈັດພິມລົງວາລະສານວິທະຍາສາດຂອງ ສມປຊ ນຳສະເໜີໂດຍ: ທ່ານ ປອ ຄຳມອນ ຈັນທະຈິດ.

ຜ່ານການຮັບຟັງຄັ້ງນິ້ເຮັດໃຫ້ພະນັກງານ, ຄູ-ອາຈານມີຄວາມເຂົ້າໃຈເປັນເອກະພາບຕໍ່ກັບນິຕິກຳຂອງພາກສ່ວນກ່ຽວຂ້ອງ, ເພື່ອເປັນບ່ອນອີງໃຫ້ແກ່ນັກຄົ້ນຄວ້າ, ຄະນະທີ່ປຶກສາ, ຄະນະບັນນາທິການ, ກໍາມະການກວດຜ່ານເນື້ອໃນ, ກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ແລະກອງເລຂາສະພາວິທະຍາສາດໃນການຈັດຕັ້ງປະຕິບັດການປະສານງານ, ການບັນນາທິການ ແລະການຈັດພິມການເຜີຍແຜ່ບົດຄົ້ນຄວ້າວິທະຍາສາດ ຂອງວາລະສານວິທະຍາສາດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໃຫ້ຖືກຕ້ອງ ສ່ອດຄ່ອງກັບລະບຽບຫຼັກການ, ເປັນລະບົບຄົບສຸດໃຫ້ມີຄວາມເປັນເອກະພາບ ແລະມີປະສິດຕິພາບສູງ.

ກອງປະຊຸມເຜີຍແຜ່ ຈັດຂຶ້ນໃນຕອນເຊົ້າຂອງວັນທີ 14 ກັນຍາ 2023 ທີ່ຫ້ອງປະຊຸມຊັ້ນ 5 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ