ໃນຕອນແລງວັນທີ 15 ກັນຍາ ທ່ານ ນ. ຟູທາໂມໂຕ ຢູໂກ ເລຂາເອກຜູ້ຮັບຜິດຊອບພະແນກການເມືອງຂອງສະຖານທູດຍີ່ປຸ່ນປະຈໍາ ສປປ ລາວ ໄດ້ນຳພາ ທ່ານ ນາກາເຊະ ໂທຊິໂອະ ຫົວໜ້າອົງການ ໄຈກາ JICA ປະຈໍາ ສປປ ລາວ ເຂົ້າພົບປະ, ຢ້ຽມຢາມ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ ພ້ອມດ້ວຍຄະນະ ແລະຕາງໜ້າພາກສ່ວນກ່ຽວຂ້ອງ ເພື່ອຜັນຂະຫຍາຍຜົນຂອງການພົບປະກັນໃນຄັ້ງວັນທີ 21 ມິຖຸນາທີ່ຜ່ານມາ.

ການພົບປະດັ່ງກ່າວ, ທ່ານ ຮສ ພູວົງ ອຸ່ນຄຳແສນ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ນ. ຟູທາໂມໂຕ ຢູໂກ ແລະທ່ານ ນາກາເຊະ ໂທຊິໂອະ, ຫົວໜ້າອົງການ JICA ປະຈໍາລາວທີ່ໄດ້ພົບປະ, ຢ້ຽມຢາມ. ການພົບປະມີ 2 ເນື້ອໃນທີ່ນຳມາປຶກສາຄື: 1. ການປຶກສາເບື້ອງຕົ້ນກ່ຽວກັບຄວາມເປັນໄປໄດ້ໃນການຮ່ວມມືຂອງສາມຝ່າຍຄື: ສມປຊ, ສະຖານທູດຍີ່ປຸ່ນປະຈໍາລາວ ແລະອົງການໄຈກາ JICA , 2. ປຶກສາເບື້ອງຕົ້ນກ່ຽວກັບວຽກງານສໍາມະນາ ຊຶ່ງທັງ 2 ເນື້ອໃນດັ່ງກ່າວ, ທັງສອງຝ່າຍໄດ້ປຶກສາຫາລືຄວາມເປັນໄດ້ໃນການຮ່ວມມືການຄົ້ນຄວ້າວິທະຍາສາດຮ່ວມກັນ, ການປາຖະກະຖາໃນຫົວຂໍ້ໃດໜຶ່ງທີ່ຕິດພັນກັບ 3 ຝ່າຍ ຊຶ່ງໃນນັ້ນແມ່ນໄດ້ມີແຜນພື້ນຖານໃນເດືອນຕຸລາທີ່ຈະມາເຖິງນີ້ ໂດຍການເຊີນພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມຮັບຟັງໃນການປາຖະກະຖາຈາກ ປະທານໃຫຍ່ຂອງອົງການໄຈກາ ທັງນີ້ເພື່ອເປັນການບັນລຸຕາມແຜນການຮ່ວມມື ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະສະຖານທູດຍີ່ປຸ່ນປະຈໍາສປປລາວ. ເວົ້າລວມ, ເວົ້າສະເພາະກໍແມ່ນອົງການ JICA ປະຈໍາ ສປປ ລາວ.

ໂອກາດດຽວກັນ ທ່ານ ນາກາເຊະ ໂທຊິໂອະ ໄດ້ສະແດງຄວາມຂອບໃຈມາຍັງ ທ່ານ ຮສ ພູວົງ ອຸ່ນຄໍາແສນ ທີ່ໄດ້ໃຫ້ການຕ້ອນຮັບທີ່ອົບອຸ່ນ ພ້ອມທັງຖືໂອກາດນີ້, ສະແດງຄວາມຊົມເຊີຍຕໍ່ແຜນການຮ່ວມມື ໃນການຈັດພິທີປາຖະກະຖາ ຊຶ່ງເປັນຂີດໝາຍສະແດງໃຫ້ເຫັນເຖິງບົດບາດ ແລະຄວາມສຳຄັນອັນທີ່ບໍ່ເຄີຍມີມາກ່ອນ ແລະທ່ານ ນາກາເຊະ ໂທຊິໂອະ ຈະປະກອບສ່ວນຕາມພາລະບົດຂອງຕົນຢ່າງຕັ້ງໜ້າ ໃນການສົ່ງເສີມການຮ່ວມມື ເພື່ອການພັດທະນາຂອງ 3 ຝ່າຍຢ່າງບໍ່ຢຸດຢັ້ງ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ