ໃນຕອນເຊົ້າຂອງວັນທີ 18 ກັນຍາ 2026, ທີ່ ຄະນະເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ ໄດ້ມີການຈັດພິທີປ້ອງກັນໂຄງຮ່າງບົດຈົບຂັ້ນ ຂອງນັກສຶກສາທິດສະດີການເມືອງຂັ້ນສູງ ຮຸ່ນທີ VIII ສາຂາ ເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ ຂຶ້ນຢ່າງເປັນທາງການ ແລະເຕັມໄປດ້ວຍບັນຍາກາດໃນການຄົ້ນຄວ້າທາງດ້ານວິທະຍາສາດ-ການເມືອງຢ່າງເລິກເຊິ່ງ. ພິທີດັ່ງກ່າວ ໄດ້ຮັບກຽດເປັນປະທານໂດຍ ທ່ານ ປອ ອິນທະວົງ ໂຄດປັນຍາ ຫົວໜ້າຄະນະເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ, ທັງເປັນປະທານສະພາວິທະຍາສາດ ຂອງຄະນະດັ່ງກ່າວ, ພ້ອມດ້ວຍບັນດາຄະນະກຳມະການປ້ອງກັນບົດ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.

ການປ້ອງກັນໂຄງຮ່າງບົດໃນຄັ້ງນີ້ ມີນັກສຶກສາເຂົ້າຮ່ວມປ້ອງກັນທັງໝົດ 12 ທ່ານ, ໃນນັ້ນມີນັກສຶກສາຍິງ 5 ທ່ານ. ບັນດານັກສຶກສາເຫຼົ່ານີ້ ລ້ວນແລ້ວແຕ່ເປັນພະນັກງານການນຳ, ພະນັກງານຫຼັກແຫຼ່ງ ທີ່ມາຈາກຫຼາຍຂະແໜງການກ່ຽວຂ້ອງກັບວຽກງານເສດຖະກິດ-ສັງຄົມ ຂອງລັດ. ການຜ່ານໂຄງຮ່າງບົດໃນຄັ້ງນີ້ ເປັນການທົດສອບບາດກ້າວທຳອິດ ໃນການວັດແທກຄວາມໜັກແໜ້ນທາງດ້ານທັດສະນະຫຼັກໝັ້ນການເມືອງ, ການກຳແໜ້ນທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ເຂົ້າໃນການແກ້ໄຂບັນຫາເສດຖະກິດຕົວຈິງຂອງປະເທດຊາດ.

ພັກເຮົາຍາມໃດກໍ່ຖືເອົາການພັດທະນາເສດຖະກິດເປັນໃຈກາງ ແລະຖືເອົາການກໍ່ສ້າງພັກ-ພະນັກງານ ເປັນວຽກງານຕັດສິນຊີ້ຂາດ. ດັ່ງນັ້ນ, ຫົວຂໍ້ບົດຄົ້ນຄວ້າຂອງນັກສຶກສາທັງ 12 ທ່ານ ຈຶ່ງໄດ້ຕິດພັນຢ່າງສະໜິດແໜ້ນກັບບັນຫາທີ່ເປັນໃຈກາງຂອງການພັດທະນາເສດຖະກິດ-ສັງຄົມ ໃນໄລຍະໃໝ່. ບັນດາຫົວຂໍ້ເຫຼົ່ານັ້ນ ໄດ້ສະທ້ອນໃຫ້ເຫັນເຖິງການນຳເອົາທິດສະດີເສດຖະສາດການເມືອງ ມາວິເຄາະວິໄຈພຶດຕິກຳຕົວຈິງຂອງການຄຸ້ມຄອງລັດ, ການຄຸ້ມຄອງເສດຖະກິດມະຫາພາກ, ການສົ່ງເສີມການຜະລິດ ແລະການເຊື່ອມໂຍງເສດຖະກິດສາກົນ ບົນຈິດໃຈຮັບປະກັນຄວາມເປັນເອກະລາດ, ກຸ້ມຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕາມທິດທາງແຜນນະໂຍບາຍຂອງສູນກາງພັກ.

ພ້ອມດຽວກັນນັ້ນ, ທ່ານປະທານສະພາວິທະຍາສາດ ຍັງໄດ້ຮຽກຮ້ອງໃຫ້ນັກສຶກສາທຸກທ່ານ ເຊີດຊູຄວາມຮັບຜິດຊອບທາງການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ຮັບເອົາຄຳຕຳນິຕິຊົມ ແລະຂໍ້ສະເໜີແນະຈາກຄະນະກຳມະການຢ່າງພາວະວິໄສ ເພື່ອນຳໄປປັບປຸງໂຄງຮ່າງບົດຂອງຕົນໃຫ້ມີຄວາມສົມບູນແບບ, ມີຄຸນຄ່າທາງດ້ານວິທະຍາສາດ ແລະສາມາດນຳໄປຈັດຕັ້ງປະຕິບັດໄດ້ຈິງ.

ພິທີປ້ອງກັນໂຄງຮ່າງບົດຈົບຊັ້ນໃນຄັ້ງນີ້ ແມ່ນມີຄໍາເຫັນແນະນໍາຢ່າງກົງໄປກົງມາ ແລະຮັບປະກັນໄດ້ລັກ ສະນະວິທະຍາສາດ, ລັກສະນະພັກຢ່າງແທ້ຈິງ. ຜົນສຳເລັດຂອງພິທີດັ່ງກ່າວ ເປັນບາດກ້າວອັນສຳຄັນໃນການສ້າງກຳລັງພະນັກງານນຳພາ-ຄຸ້ມຄອງ ທີ່ມີຄວາມຈົງຮັກພັກດີຕໍ່ອຸດົມການຂອງພັກ, ມີຄວາມຮູ້, ຄວາມສາມາດໃນການຄຸ້ມຄອງເສດຖະກິດ ເຊິ່ງຈະກາຍເປັນກຳລັງແຮງອັນສຳຄັນ ໃນການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ.

———————-

ຂ່າວ ຕາອັອດ ແສນທະວີສຸກ

ຮູບພາບ ສົມເພັດ ອິນເຕັມ

ບັນນາທິການ ບຸນປັນ ສຸມຸນທອງ

ຂ່າວອື່ນໆ