ໃນຕອນເຊົ້າວັນທີ 18 ກັນຍາ 2026, ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ໄດ້ມີ ພິທີເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ VI (ລະບົບ 4 ເດືອນ) ຢ່າງເປັນທາງການ. ໂດຍພາຍໃຕ້ການເປັນປະທານ ແລະ ໃຫ້ກຽດເຂົ້າຮ່ວມໂອ້ລົມ ຂອງ ທ່ານ ປອ ອານຸພາບ ຕຸນາລົມ, ເລຂາທິການສູນກາງພັກ, ເລຂາບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.
ໃນພິທີດັ່ງກ່າວ, ທ່ານ ບຸນຊູ ອິດທິດພົນ ຮັກສາການຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງຊຽງຂວາງ ໄດ້ຂຶ້ນຜ່ານແຜນການຮຽນ-ການສອນ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດໂຄງການຫຼັກສູດ. ສຳລັບຊຸດຮຽນໃນຄັ້ງນີ້ ມີນັກສຶກສາເຂົ້າຮ່ວມທັງໝົດ 57 ຄົນ, ຍິງ 12 ຄົນ. ການເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ໃນຄັ້ງນີ້ ແມ່ນມີຄວາມໝາຍສຳຄັນຍິ່ງ ເຊິ່ງເປັນການປະກອບສ່ວນໂດຍກົງເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ແລະ ຍົກລະດັບຄວາມຮູ້ຄວາມສາມາດທາງດ້ານທິດສະດີການເມືອງໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນໃນທົ່ວແຂວງ.


ໃນພິທີ, ທ່ານ ປອ ອານຸພາບ ຕຸນາລົມ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງພະນັກງານ ໂດຍອີງຕາມທັດ ສະນະຂອງພັກທີ່ວ່າ: “ພະນັກງານ ເປັນກົກ ຂອງທຸກໆວຽກງານ, ຢາກໃຫ້ວຽກ ສຳເລັດ ຫຼື ປະລາໄຊ ແມ່ນຍ້ອນພະນັກງານດີ ຫຼື ອ່ອນ”. ເຊິ່ງໝາຍຄວາມວ່າພະນັກງານເປັນຮາກເຫງົ້າຂອງການປະຕິວັດ, ຢາກໃຫ້ການປະຕິວັດສຳເລັດຜົນ ຮາກເຫງົ້າຕ້ອງແໜ້ນ ໂດຍພະນັກງານຕ້ອງມີຄຸນສົມບັດ-ສິນທຳປະຕິວັດ, ມີຄຸນທາດການເມືອງ ແລະ ມີອຸດົມການທີ່ໜັກແໜ້ນ. ຍິ່ງເປັນພະນັກງານນໍາພາ-ຄຸ້ມຄອງຂັ້ນສູງຂຶ້ນເທົ່າໃດ ກໍຍິ່ງຕ້ອງຄົ້ນຄວ້າຮໍ່າຮຽນທິດສະດີການເມືອງຫຼາຍຂຶ້ນເທົ່ານັ້ນ.
ທ່ານຍັງໄດ້ຍົກເອົາຄຳສອນຂອງ ປະທານ ໄກສອນ ພົມວິຫານ ທີ່ຢັ້ງຢືນວ່າ: “ທິດສະດີ ຂອງລັດທິມາກ-ເລນິນ ແມ່ນວິທີວິທະຍາທັນສະໄໝກວ່າໝູ່, ແມ່ນອາວຸດທີ່ດີກວ່າໝູ່ ເພື່ອໃຫ້ພວກເຮົາຮັບຮູ້ສັງຄົມ ແລະ ດັດສ້າງສັງຄົມ”. ພ້ອມນັ້ນ, ຍັງໄດ້ເນັ້ນຢໍ້າທັດສະນະຊີ້ນຳຂອງ ສະຫາຍ ເລຂາທິການໃຫຍ່ ທອງລຸນ ສີສຸລິດ ທີ່ວ່າ: “ພວກເຮົາໄດ້ຮຽນ, ກຳລັງຮຽນ ແລະ ຈະຮຽນຢ່າງບໍ່ຢຸດຢັ້ງ, ຮຽນນໍາພຶດຕິກຳຕົວຈິງ, ຮຽນນໍາເພື່ອນມິດ, ຮຽນນໍາຕົວເອງ, ຮຽນນໍາປະຊາຊົນ ຢ່າງຕໍ່ເນື່ອງ”.
ເພື່ອຮັບປະກັນໃຫ້ການຮຽນ-ການສອນ ບັນລຸເປົ້າໝາຍທາງການເມືອງ, ທ່ານຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຮຽກຮ້ອງໃຫ້ນັກສຶກສາທຸກສະຫາຍ ປະຕິບັດຫຼັກການ “3 ປະ, 3 ເຂັ້ມ” ຢ່າງເຂັ້ມງວດ ເຊິ່ງມີລາຍລະອຽດດັ່ງນີ້:
1. ຕ້ອງປະຖານະຕຳແໜ່ງກ່ອນໃນຊ່ວງໄລຍະຂອງການຮຽນ.
2. ຕ້ອງປະວຽກປະງານໄວ້ສາກ່ອນໃນກົມກອງ ໃນຊ່ວງໄລຍະຂອງການຮຽນ.
3. ຕ້ອງປະຄວາມຊິນເຄີຍ ຫຼື ບັນດາຈິນຕະນາການເກົ່າໆ ເພື່ອປັບຕົວເຂົ້າຫາກັນ.
4. ການຮຽນຕ້ອງເຂັ້ມງວດ, ບໍ່ໃຫ້ຂາດຮຽນ ແລະ ຂຶ້ນຫ້ອງໃຫ້ທັນເວລາ.
5. ການສອນຕ້ອງເຂັ້ມງວດ, ຄູ-ອາຈານຕ້ອງບໍ່ຂາດໂມງສອນ ແລະ ປະຕິບັດຂອດຕ່າງໆ ໃຫ້ເຂັ້ມງວດ.
6. ການປະຕິບັດວິໄນຕ້ອງເຂັ້ມງວດ ໂດຍສະເພາະລະບຽບການສອບເສັງ, ລະບຽບຫໍສະໝຸດ ແລະ ລະບຽບຫໍພັກ.
ນອກຈາກການຊີ້ນຳນັກສຶກສາແລ້ວ, ທ່ານ ປອ ອານຸພາບ ຕຸນາລົມ ຍັງໄດ້ມີຄໍາເຫັນຊີ້ນຳຕໍ່ທາງໂຮງຮຽນ ໂດຍເນັ້ນໃຫ້ຄະນະພັກ ແລະ ຄະນະນຳໂຮງຮຽນ ສ້າງໂຮງຮຽນແຫ່ງນີ້ໃຫ້ກາຍເປັນສູນກາງໃນການກໍ່ສ້າງ ແລະ ບຳລຸງຍົກລະດັບໃຫ້ແກ່ຖັນແຖວພະນັກງານຫຼັກແຫຼ່ງ ຂອງພັກ-ລັດ ຢູ່ຂັ້ນແຂວງ, ເມືອງ ແລະ ຕາແສງ. ພ້ອມທັງ ປະກອບວັດຖຸເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການຮຽນ-ການສອນ ແລະ ມີການບໍລິຫານທີ່ດີ ໃນທ່າມກາງສະພາບຄວາມຫຍຸ້ງຍາກທາງດ້ານການເງິນ ແລະ ໄພເງິນເຟີ້ໃນປັດຈຸບັນ.
ໃນຕອນທ້າຍຂອງພິທີ, ທ່ານ ປອ ອານຸພາບ ຕຸນາລົມ ໄດ້ກ່າວອວຍພອນໄຊອັນປະເສີດໃຫ້ແກ່ບັນດາຄະນະນຳ, ຄູ-ອາຈານ ແລະ ນັກສຶກສາໃໝ່ທຸກສະຫາຍ ພ້ອມທັງປະກາດເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ VI (ລະບົບ 4 ເດືອນ) ຢູ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ຢ່າງເປັນທາງການ ນັບຕັ້ງແຕ່ເວລານັ້ນເປັນຕົ້ນໄປ.
——————–
ຂ່າວ ຕາອັອດ ແສນທະວີສຸກ
ຮູບພາບ ປອ ພອນວິໄລ ພົມວຽງໄຊ
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ
