ໃນຕອນເຊົ້າວັນທີ 21 ກັນຍາ 2026, ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ດຳເນີນກອງປະຊຸມເຜີຍແຜ່ເນື້ອໃນສຳຄັນຂອງພັກ, ພິທີມອບບັດສະມາຊິກພັກ ແລະ ປະກາດການຈັດຕັ້ງພະນັກງານຂັ້ນນຳພາ-ຄຸ້ມຄອງ ໂດຍການເປັນປະທານຂອງ ທ່ານ ປອ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະ ບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ກອງປະຊຸມຄັ້ງນີ້ດຳເນີນໄປພາຍໃຕ້ບັນຍາກາດແຫ່ງການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII ທີ່ເນັ້ນໜັກເຖິງການຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ ແລະ ເຊີດຊູຄວາມສັກສິດໃນການຄຸ້ມຄອງຂອງລັດ.


ການເຜີຍແຜ່ເນື້ອໃນໃນກອງປະຊຸມຄັ້ງນີ້ ໄດ້ຮຽກຮ້ອງໃຫ້ສະມາຊິກພັກ-ພະນັກງານທຸກສະຫາຍ ເອົາໃຈ ໃສ່ກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ທັງ 4 ດ້ານ ຄື: ດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນນຳພາ. ຈຸດສຸມສຳຄັນແມ່ນການຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງ, ເປັນແບບຢ່າງນຳໜ້າ ແລະ ເດັດດ່ຽວຕ້ານ 4 ລັດທິ ອັນໄດ້ແກ່ ລັດທິສ່ວນຕົວເອກະຊົນ, ລັດທິພັກພວກ-ທ້ອງຖິ່ນ, ລັດທິຄຳພີຕາຍຕົວ ແລະ ລັດທິສະເຫວີຍສຸກ; ພ້ອມທັງກຳຈັດປັດເປົ່າ 5 ພະຍາດ ທີ່ອາດເກີດຂຶ້ນພາຍໃນກົງຈັກຂອງພັກ ເພື່ອຮັບປະກັນການສ້າງຄວາມສັດທາ ແລະ ເຊື່ອໝັ້ນຂອງປະຊາຊົນຕໍ່ການນຳພາຂອງພັກ.
ໜຶ່ງໃນວາລະທີ່ມີຄວາມໝາຍສຳຄັນທາງດ້ານການຈັດຕັ້ງໃນກອງປະຊຸມຄັ້ງນີ້ ແມ່ນພິທີມອບບັດສະມາຊິກພັກໃຫ້ແກ່ສະມາຊິກພັກສົມບູນ ຈຳນວນ 12 ສະຫາຍ, ໃນນັ້ນ ມີສະມາຊິກພັກ ເພດຍິງ 3 ສະຫາຍ. ການມອບບັດສະມາຊິກພັກ ເປັນການຢັ້ງຢືນເຖິງການຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ ຂອງການຈັດຕັ້ງພັກ ໂດຍຍຶດໝັ້ນຫຼັກການທີ່ວ່າ ຕ້ອງເອົາມາດຕະຖານທາງດ້ານການເມືອງ ແລະ ຄຸນນະພາບເປັນກົກ ເພື່ອຮັບປະກັນໃຫ້ໄດ້ຖັນແຖວສະມາຊິກພັກທີ່ມີຄວາມຈົ່ງຮັກພັກດີຕໍ່ອຸດົມການ, ມີຄວາມຮູ້ຄວາມສາມາດ ແລະ ຕື່ນຕົວປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ.


ພ້ອມດຽວກັນນີ້, ເພື່ອຮັບປະກັນການເຄື່ອນໄຫວວຽກງານໃຫ້ມີປະສິດທິຜົນ, ກອງປະຊຸມໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ແລະ ຍົກຍ້າຍພະນັກງານເຂົ້າໃສ່ຕຳແໜ່ງບໍລິຫານ ພາຍໃນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ດັ່ງນີ້:
ການຍົກຍ້າຍບ່ອນປະຈຳການ: ໄດ້ເຫັນດີຍົກຍ້າຍ ທ່ານ ນາງ ວັນສີ ດວງບຸດດີ ໄປປະຈຳການເປັນ ຮອງຫົວໜ້າພະແນກຄົ້ນຄວ້າສັງລວມ ຂຶ້ນກັບຫ້ອງການສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.
ການແຕ່ງຕັ້ງຂັ້ນຫົວໜ້າພະແນກ ແລະ ທຽບເທົ່າ ຈຳນວນ 8 ທ່ານ (ຍິງ 4 ທ່ານ) ປະກອບມີ:
– ທ່ານ ນາງ ລຸນນີ ໄໝທະວີເພັດ ເປັນຫົວໜ້າພະແນກແຜນການ-ການເງິນ.
– ທ່ານ ປອ ໂພທອງ ໄຊທິບວົງສາ ເປັນຫົວໜ້າຫ້ອງການເລຂາສະພາວິທະຍາສາດ.
– ທ່ານ ປອ ໜູແກ້ວ ດີລາວົງ ເປັນຫົວໜ້າພະແນກຄຸ້ມຄອງລະບົບກໍ່ສ້າງ.
– ທ່ານ ນາງ ຈອນນີ້ ໄຊຍະຈັກ ເປັນຫົວໜ້າພະແນກອົງການຈັດຕັ້ງມະຫາຊົນ ແລະ ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ.
– ທ່ານ ນາງ ນຸດສິດາ ພິມມະຈັນ ເປັນຫົວໜ້າພາກວິຊາຂົນຂວາຍ ແລະ ຈິດຕະສາດ.
– ທ່ານ ນາງ ແສງດາວ ອິນທະວົງ ເປັນຫົວໜ້າພາກວິຊາຄຸ້ມຄອງເສດຖະກິດ.
– ທ່ານ ພູນທອງ ສີວັນທອງຄໍາ ເປັນຫົວໜ້າພາກວິຊາການເມືອງວິທະຍາ.
– ທ່ານ ຖາວອນ ພົມມະຈະລິນ ເປັນຫົວໜ້າພາກວິຊາລັດທິສັງຄົມນິຍົມວິທະຍາສາດ.
ການແຕ່ງຕັ້ງຂັ້ນຮອງຫົວໜ້າພະແນກ ແລະ ທຽບເທົ່າ ຈຳນວນ 3 ທ່ານ (ຍິງ 1 ທ່ານ) ປະກອບມີ:
– ທ່ານ ທົງໄຊ ວົງແພງສີ ເປັນຮອງຫົວໜ້າພະແນກຄຸ້ມຄອງນັກສຶກສາ.
– ທ່ານ ບົວພອນນິກ ພົນອາສາ ເປັນຮອງຫົວໜ້າພະແນກແຜນການ-ເຜີຍແຜ່ການຄົ້ນຄວ້າວິທະຍາສາດ.
– ທ່ານ ນາງ ອຸໄລວັນ ມະຫາໄຊ ເປັນຮອງຫົວໜ້າພະແນກຄົ້ນຄວ້າວິທະຍາສາດ.
ບາດກ້າວການປັບປຸງກົງຈັກການຈັດຕັ້ງ ແລະ ບຳລຸງສ້າງຖັນແຖວພະນັກງານໃນຄັ້ງນີ້ ເພື່ອສ້າງແຮງຈູງໃຈໃຫ້ແກ່ຄົນດີຄົນເກັ່ງ ໄດ້ຮັບໜ້າທີ່ວຽກງານທີ່ເໝາະສົມ. ການຈັດວາງບຸກຄະລາກອນໃໝ່ ຈະເປັນກຳລັງແຮງຊຸກດັນໃຫ້ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສືບຕໍ່ເຮັດສຳເລັດໜ້າທີ່ຍຸດທະສາດໃນການກໍ່ສ້າງພະນັກ ງານ-ລັດຖະກອນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.


————————-
ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ

ຂ່າວອື່ນໆ