ໃນລະຫວ່າງວັນທີ 17-18 ກັນຍາ 2026 ຜ່ານມານີ້, ສະຫາຍ ປອ ອານຸພາບ ຕຸນາລົມ, ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ. ການລົງເຄື່ອນໄຫວໃນຄັ້ງນີ້ ເປັນການລົງພົບປະຄັ້ງທຳອິດນັບຕັ້ງແຕ່ສະຫາຍໄດ້ຮັບການແຕ່ງຕັ້ງເປັນຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນໂດຍ ສະຫາຍ ບຸນຊູ ອິດທິດພົນ ຮັກສາການຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງຊຽງຂວາງ, ພ້ອມດ້ວຍຄະນະພັກ, ຄະນະອຳນວຍການ, ຄູ-ອາຈານ ແລະ ພະນັກງານທັງໝົດ.

ໃນພິທີ, ສະຫາຍ ບຸນຊູ ອິດທິດພົນ ໄດ້ກ່າວຕ້ອນຮັບ ແລະ ລາຍງານສະພາບລວມຂອງໂຮງຮຽນ ໂດຍຊີ້ໃຫ້ເຫັນວ່າ ການຢ້ຽມຢາມຄັ້ງນີ້ ດຳເນີນໄປທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວປວງຊົນຊາວແຂວງຊຽງຂວາງ ພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງ. ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ຊຽງຂວາງ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1997, ມີເນື້ອທີ່ 4,6 ເຮັກຕາ ແລະ ມີພື້ນຖານໂຄງລ່າງຮອງຮັບ ເຊັ່ນ: ອາຄານຮຽນທີ່ບັນຈຸໄດ້ 300 ຄົນ, ຫໍພັກນັກສຶກສາທີ່ບັນຈຸໄດ້ກວ່າ 100 ຄົນ, ຫ້ອງສະໝຸດ, ຫ້ອງ IT ແລະ ສິ່ງອຳນວຍຄວາມສະດວກອື່ນໆ. ດ້ານບຸກຄະລາກອນ, ໂຮງຮຽນມີພະນັກງານທັງໝົດ 24 ສະຫາຍ (ຈົບປະລິນຍາໂທ 9 ສະຫາຍ), ມີສະມາຊິກພັກ 22 ສະຫາຍ ແລະ ມີຄະນະໂຮງຮຽນ 3 ສະຫາຍ. ຜ່ານການຈັດຕັ້ງປະຕິບັດໃນສົກປີ 2025-2026, ໂຮງຮຽນສາມາດເປີດສອນໂຄງການທິດສະດີການເມືອງຂັ້ນກາງໄດ້ 3 ຊຸດ ແລະ ໂຄງການ 10 ວັນ ໃຫ້ເລຂາພັກບ້ານ-ນາຍບ້ານ ໄດ້ 4 ຊຸດ ເຊິ່ງລ້ວນແຕ່ເປັນການປະກອບສ່ວນສຳຄັນເຂົ້າໃນການສ້າງພະນັກງານຮຸ່ນສືບທອດ. ຢ່າງໃດກໍຕາມ, ໂຮງຮຽນຍັງພົບຂໍ້ຫຍຸ້ງຍາກບາງດ້ານ ເຊັ່ນ: ຂາດງົບປະມານສຳລັບໂຄງການຂັ້ນຕົ້ນ, ຄວາມຕ້ອງການຈໍ LCD ແລະ ການສ້ອມແປງອາຄານທີ່ເປເພ.

ໂອກາດດັ່ງກ່າວ, ສະຫາຍ ປອ ອານຸພາບ ຕຸນາລົມ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງໂຮງຮຽນ ທີ່ໄດ້ເອົາໃຈໃສ່ບຳລຸງສ້າງຖັນແຖວພະນັກງານ ແລະ ສະມາຊິກພັກຢູ່ທ້ອງຖິ່ນ ໃຫ້ມີການຂະຫຍາຍຕົວ. ໃນມູມມອງທາງດ້ານການເມືອງ, ສະຫາຍໄດ້ຍົກໃຫ້ເຫັນເຖິງສະພາບການຂອງໂລກ ແລະ ພາກພື້ນ ທີ່ພວມຫັນ ປ່ຽນຢ່າງໄວວາໄປສູ່ໂລກຫຼາຍຂົ້ວ ແລະ ມີຂໍ້ຂັດແຍ່ງທາງພູມີສາດການເມືອງ ເຊິ່ງສ້າງສິ່ງທ້າທາຍໂດຍກົງຕໍ່ພາລະກິດສ້າງສາພັດທະນາປະເທດຊາດ ແລະ ວຽກງານກໍ່ສ້າງພະນັກງານ.

ເພື່ອຮັບປະກັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ໂດຍສະເພາະແມ່ນໂຄງ ການການເມືອງ ສະບັບທີ 3, ບົດລາຍງານການເມືອງ ຄັ້ງທີ XI ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ X ໃຫ້ປະກົດຜົນເປັນຈິງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ມີການປັບປຸງຫຼັກສູດການຮຽນ-ການສອນໃໝ່. ການປັບປຸງຄັ້ງນີ້ ໄດ້ຮັດກຸມເວລາຮຽນໃຫ້ແທດເໝາະຂຶ້ນ ເຊັ່ນ: ຂັ້ນຕົ້ນ ຫຼຸດຈາກ 3 ເດືອນ ມາເປັນ 2 ເດືອນ, ຂັ້ນກາງ ຈາກ 6 ມາເປັນ 4 ເດືອນ ແລະ ຂັ້ນສູງ ຈາກ 9 ມາເປັນ 6 ເດືອນ. ພ້ອມກັນນັ້ນ, ຍັງໄດ້ກະກຽມຫຼັກສູດສະເພາະ 45 ວັນ ສຳລັບພະນັກງານນຳພາ-ຄຸ້ມຄອງຂັ້ນຕາແສງອີກດ້ວຍ.

ເພື່ອຮັບປະກັນປະສິດທິຜົນໃນການຈັດຕັ້ງປະຕິບັດ, ສະຫາຍ ປອ ອານຸພາບ ຕຸນາລົມ ໄດ້ເນັ້ນໜັກ 7 ບັນຫາການເມືອງທີ່ສຳຄັນ ດັ່ງນີ້:

1. ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ ຂອງພະນັກງານ, ຄູ-ອາຈານ ແລະ ສະມາຊິກພັກ ໃຫ້ມີຄວາມເປັນເຈົ້າການສູງ.

2. ຍົກລະດັບຄວາມຮູ້ຂອງຄູ-ອາຈານ ໂດຍນຳໃຊ້ວິທີສິດສອນແບບໃໝ່ (ເອົານັກສຶກສາເປັນໃຈກາງ) ແລະ ເພີ່ມການສຳມະນາແລກປ່ຽນ.

3. ຊຸກຍູ້ການຄົ້ນຄວ້າວິທະຍາສາດ ໂດຍນຳໃຊ້ຜົນສຳເລັດທາງເຕັກໂນໂລຊີ, ນະວັດຕະກຳໃໝ່ ແລະ ປັນຍາປະດິດ (AI) ເຂົ້າໃນການຮຽນ-ການສອນ.

4. ເອົາໃຈໃສ່ກວດກາສົ້ນເຂົ້າ ຂອງນັກສຶກສາໃຫ້ຖືກຕ້ອງຕາມມາດຖານເງື່ອນໄຂ ເພື່ອຫຼຸດຜ່ອນຄວາມຫຼຸດໂຕນດ້ານຄວາມຮັບຮູ້.

5. ເພີ່ມທະວີການຕິດຕາມ ແລະ ປະເມີນຜົນນັກສຶກສາພາຍຫຼັງສຳເລັດການສຶກສາ ເພື່ອເກັບກຳຂໍ້ມູນການຫັນປ່ຽນຕົວຈິງ.

6. ປັບປຸງຂອດປະສານງານ ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກັບໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໃຫ້ມີຄວາມໂລ່ງລ່ຽນ ແລະ ກົມກຽວກັນຫຼາຍຂຶ້ນ.

7. ເພີ່ມທະວີການປະສານງານກັບຄະນະພັກ-ຄະນະນຳຂອງແຂວງ ໃນການສະໜອງງົບປະມານບໍລິຫານ, ກໍ່ສ້າງປົວແປງພື້ນຖານໂຄງລ່າງ ແລະ ປະຕິບັດນະໂຍບາຍຕ່າງໆ ໃຫ້ສອດຄ່ອງກັບມາດຖານ ຂອງໂຮງຮຽນພັດທະນາ.

ການເຄື່ອນໄຫວເຮັດວຽກ ຂອງ ສະຫາຍ ປອ ອານຸພາບ ຕຸນາລົມ ໃນຄັ້ງນີ້ ຖືເປັນຂີດໝາຍອັນສຳຄັນໃນການຊີ້ທິດເຍືອງທາງດ້ານການເມືອງ-ແນວຄິດ, ເຊິ່ງຈະເປັນບ່ອນອີງອັນໜັກແໜ້ນໃຫ້ແກ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ໃນການສືບຕໍ່ສ້າງຖັນແຖວພະນັກງານນຳພາ-ຄຸ້ມຄອງ ໃຫ້ມີຄວາມໜັກແໜ້ນທາງດ້ານທິດສະດີ ແລະ ພຶດຕິກຳ ຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງການປະຕິວັດໃນໄລຍະໃໝ່.

———————————–

ຂ່າວ/ ຕາອັອດ ແສນທະວີສຸກ

ຮູບພາບ ປອ ພອນວິໄລ ພົມວຽງໄຊ

ບັນນາທິການ: ວຽງສະຫວັນ ຈັນທະວິໄຊ

ຂ່າວອື່ນໆ