ຂ່າວຫຼ້າສຸດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດພິທີປາຖະກະຖາ, ເຊື່ອມຊຶມວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 69 ປີ ແລະວັນນັກຮົບເສຍອົງຄະ ແລະເສຍສະຫຼະຊີວິດ ເພື່ອປະເທດຊາດຄົບຮອບ 78 ປີ ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາເປີດຮຽນທິດສະດີການເມືອງຂັ້ນຕົ້ນ 3 ເດືອນຮຸ່ນທີ IIປະຈໍາປີ 2024 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດກອງປະຊຸມ ສະຫຼຸບຖອດຖອນບົດຮຽນການປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ປີ 2023 ປະກາດຮັບສະໝັກລັດຖະກອນໃໝ່ ປະຈຳປີ 2024 ກອງປະຊຸມປຶກສາຫາລືກ່ຽວກັບການປັບປຸງເນື້ອໃນບົດວິທະຍາສາດຫຼັງສໍາມະນາລະດັບຊາດ, ຫົວຂໍ້: ແນວຄິດໄກສອນ ພົມວິຫານ ກ່ຽວກັບເສັ້ນທາງການກ້າວຂຶ້ນສັງຄົມນິຍົມ ຢູ່ປະເທດເຮົາ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຮັບທຸງໄຊ ຈາກສູນກາງສະຫະພັນແມ່ຍິງລາວ ແລະປະຖະກະຖາ, ສະເຫຼີມສະຫຼອງວັນແມ່ຍິງສາກົນຄົບຮອບ 112 (8.3.1910-8.3.2022)

“ວັນທີ 8 ມີນາ ວັນແມ່ຍິງສາກົນ ແລະ ປະຫວັດຄວາມເປັນມາ”ວັນແມ່ຍິງສາກົນ, ເຊິ່ງເປັນທີ່ຮູ້ຈັກກັນໃນນາມວັນແຮງງານແມ່ຍິງສາກົນ (International Working Women’s Day) ແມ່ນຈັດຂຶ້ນໃນວັນທີ 8 ມີນາ ໃນແຕ່ລະປີ. ຈຸດປະສົງຂອງການສະເຫຼີມສະຫຼອງແມ່ນສະແດງເຖິງຄວາມນັບຖື, ຄວາມຊາບຊຶ້ງ ແລະຄວາມຮັກຕໍ່ແມ່ຍິງ. ສະນັ້ນ, ໃນວັນທີ 7 ມີນາ 2022 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີມອບ-ຮັບທຸງໄຊ, ຮັບຟັງປາຖະກະຖາເລົ່າມູນເຊື້ອ ແລະສະເຫຼີມສະຫຼອງວັນແມ່ຍິງສາກົນຄົບຮອບ 112…

ກອງປະຊຸມສຳມະນາວິທະຍາສາດພາຍໃຕ້ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານແມ່ຍິງ”

ເພື່ອເປັນການຈັດຕັ້ງຜັນຂະຫຍາຍມະຕິ ຂອງກົມການເມືອງສູນກາງພັກເລກທີ 058/ກມສພ, ລົງວັນທີ 13/12/2019 ວ່າດ້ວຍການຄົ້ນຄ້ວາແນວຄິດໄກສອນ ພົມວິຫານ ແລະປະຕິບັດຕາມແຜນການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໄລຍະ 2012-2022. ມີຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ສົມທົບກັບສູນກາງສະຫະພັນແມ່ຍິງລາວ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້ “ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານແມ່ຍິງ ຂື້ນ ໃນວັນທີ 4 ມີນາ ທີ່ສະຖາບັນຝຶກອົບຮົມສູນກາງສະຫະພັນແມ່ຍິງ”. ພາຍໃຕ້ການເປັນປະທານທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດສະດີສູນກາງພັກ, ທີ່ປຶກສາ ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ…

ພິທີມອບ-ຮັບປື້ມ ຮັບໃຊ້ເຂົ້າໃນການຄົ້ນຄວ້າ, ການຮຽນ-ການສອນ ຈາກສຳນັກພິມ ແລະຈຳໜ່າຍປຶ້ມແຫ່ງລັດ

ສຳນັກພິມ ແລະຈຳໜ່າຍປຶ້ມແຫ່ງລັດ ໄດ້ເຂົ້າມອບປື້ມເຂົ້າໃນການຄົ້ນຄວ້າວິທະຍາສາດ, ການຮຽນ-ການສອນ…ໃຫ້ຫໍສະໝຸດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນວັນທີ 2 ມີນາ ຊຶ່ງໃຫ້ກຽດຕ້ອນຮັບຂອງ ທ່ານ ປທ ນ. ຄໍາຫຼ້າ ແກ້ວອຸ່ນຄໍາ ກໍາມະການຄະນະພັກ, ຫົວໜ້າຫ້ອງການ ສມປຊ ພ້ອມດ້ວຍ ຄະນະສູນຂໍ້ມູນຂ່າວສານການເມືອງ-ການປົກຄອງ. ປື້ມທີ່ນຳມາມອບໃນຄັ້ງນີ້ມີ 5 ຊຸດ, ຊຸດລະ 15 ຫົວລວມທັງໝົດ 75 ຫົວ ຊຶ່ງໃຫ້ກຽດກ່າວມອບຂອງ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຜີຍແຜ່ເອກະສານວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ແລະຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ

ວັນທີ 17 ກຸມພາ 2022 ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຜີຍແຜ່ເອກະສານ ແລະຜ່ານບົດສະຫຼຸບຕີ ລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານພາຍໃຕ້ການເປັນ ປະທານ ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ, ມີການເຂົ້າຮ່ວມຮັບຟັງຂອງຄະນະພັກ, ຄະນະນຳ, ຕາງໜ້າ ຄະນະພັກ, ຄະນະຫ້ອງຕະຫຼອດຮອດ ພະນັກງານ, ຄູ-ອາຈານ ທົ່ວ ສມປຊ. ເອກະສານທີ່ນຳມາເຜີຍແຜ່ປະກອບມີ 4…