ໃນຕອນບ່າຍ ຂອງວັນທີ 17 ມິຖຸນາ 2025 ເວລາ 13 ໂມງ 30 ນາທີ ຢູ່ທີ່ໂຮງຮຽນການເມືອງ-ການປົກຄອງ ແຂວງຄໍາມ່ວນ, ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈໍາພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການການປົກຄອງແຫ່ງຊາດ ໄດ້ລົງມາເຮັດວຽກ ຢູ່ແຂວງຄໍຳມ່ວນ ໃນໂອກາດນີ້ໄດ້ຖືໂອກາດຢຽມຢາມ, ຊຸກຍູ້ ພະນັກງານ, ຄູ-ອາຈານ ໂຮງຮຽນການເມືອງ-ການປົກຄອງ ແຂວງຄຳມ່ວນ.
ໃນພິທີໄດ້ຮັບຟັງການລາຍງານ ຂອງ ສະຫາຍ ແກ້ວວັນໄຊ ສຸກແສນທອງ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າໂຮງຮຽນການເມືອງ–ການປົກຄອງ ແຂວງຄຳມ່ວນ ໃນການຈັດຕັ້ງປະຕິບັດການຮຽນ-ການສອນ ຕາມຫຼັກສູດທິດສະດີການເມືອງ ຂັ້ນກາງ, ຂັ້ນຕົ້ນ, ຫຼັກສູດ 10 ວັນ ເລຂາພັກບ້ານ ທີ່ໂຮງຮຽນໄດ້ມີການຈັດຂຶ້ນໃນໄລຍະຜ່ານມາ ທີ່ມີສະດວກ-ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດຫຼັກສູດ, ໄດ້ຮັບຟັງຂໍ້ສະເໜີ ຂອງພະນັກງານ, ຄູ-ອາຈານ ໃນການສິດສອນ ແລະປະຕິບັດວຽກງານຕົວຈິງ; ໂອກາດນີ້ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະໂຮງຮຽນ ທີ່ໄດ້ມີການຊີ້ນໍຳ-ນໍຳພາ ພະນັກງານ, ຄູ-ອາຈານ ຈັດຕັ້ງການຮຽນ-ການສອນ ໃນໄລຍະຜ່ານມາໃຫ້ມີຜົນສຳເລັດ ແລະພະນັກງານ, ຄູ-ອາຈານ ທີ່ໄດ້ສຸມເຮື່ອແຮງ, ສະຕິປັນຍາໃນການປະຕິບັດວຽກງານ, ສິດສອນນັກສຶກສາຈົນໄດ້ຜົນສຳເລັດຢ່າງຈົບງາມ, ພ້ອມທັງມີການແລກປ່ຽນບາງຄຳເຫັນ ຕໍ່ກັບບັນຫາທີ່ພະນັກງານ, ຄູ-ອາຈານ ໄດ້ມີຂໍ້ສະເໜີໃນກອງປະຊຸມ; ໃນຕອນທ້າຍ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ຍັງໄດ້ຊີ້ນຳໃຫ້ຄະນະພັກຄະນະນຳໂຮງຮຽນ, ພະນັກງານ, ຄູ-ອາຈານ ໃຫ້ສືບຕໍ່ປະຕິບັດວຽກງານ ຮັກສາຄວາມສາມັກຄີພາຍໃນ, ເອົາໃຈໃສ່ຄົ້ນຄວ້າວິທະຍາສາດ, ຍົກລະດັບການຄົ້ນຄວ້າບົດຮຽນເຂົ້າໃນການສິດສອນ ໃຫ້ເລິກເຊິງເຖິງຖອງ ກຳແໜ້ນບັນຫາທິດສະດີ ແລະພຶດຕິກຳໃໝ່ໆ ສະພາບການໃນປັດຈຸບັນເພື່ອສົ່ງຄວາມຮູ້ໃຫ້ນັກສຶກສາໃຫ້ມີຄຸນນະພາບສູງ ແລະໄດ້ໃຫ້ການຊີ້ນຳຫຼາຍບັນຫາເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານ, ການຮຽນ-ການສອນໃນຊຸດຮຽນຊຸດຕໍ່ໆໄປ ໃຫ້ໄດ້ຮັບໝາກຜົນສູງຂຶ້ນ.
ພາບ/ຂ່າວ ໂດຍ: ຄຳຫຼ້າ ທອງພະຈັນ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ