ໃນຕອນບ່າຍ ຂອງວັນທີ 16 ມີຖຸນາ 2025 ຢູ່ທີ່ຫ້ອງປະຊຸມ ຂອງເມືອງວຽງພູຄາ ແຂວງຫຼວງນໍ້າທາ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ຫຼວງນໍ້າທາ ໄດ້ຈັດພິທີເປີດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ V ໃຫ້ແກ່ພະນັກງານຫຼັກແຫຼ່ງ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ ພາຍໃຕ້ການເປັນຄະນະປະທານໂດຍ ທ່ານ ປທ ຄຳສີ ດັງສະໄຫວ ເລຂາໜ່ວຍພັກ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ຫຼວງນໍ້າທາ ແລະທ່ານ ນ. ເຮືອຍ ສົມຫວັງ ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງ ເມືອງວຽງພູຄາ ແຂວງຫຼວງນໍ້າທາ; ພ້ອມດ້ວຍບັນດາທ່ານທີ່ເປັນຄະນະຮັບຜິດຊອບການເປີດຮຽນໃນຄັ້ງນີ້, ມີຫ້ອງວ່າການເມືອງ, ຄະນະໂຄສະນາອົບຮົມເມືອງ, ຄະນະຈັດຕັ້ງເມືອງ, ອົງການຈັດຕັ້ງມະຫາຊົນອ້ອມຂ້າງພາຍໃນເມືອງ, ຕະຫຼອດຮອດພະນັກງານຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ປອ ບຸນຕຽງ ບຸນຫຼ້າແຝງ ຫົວໜ້າຂະແໜງວິຊາການ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນໍ້າທາ ໄດ້ຜ່ານແຜນການຮຽນ-ການສອນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ V ໃຫ້ແກ່ພະນັກງານຫຼັກແຫຼ່ງ ຢູ່ເມືອງວຽງພູຄາ ປະຈຳປີ 2025 ເພື່ອສ້າງໃຫ້ພະນັກງານຄຸ້ມຄອງ ແລະພະນັກງານນໍາພາຮຸ່ນສືບທອດ ຢູ່ບັນດາຫ້ອງການ ຂອງເມືອງ, ບັນດາຂະແໜງການອ້ອມຂ້າງເມືອງ ມີນັກສຶກສາທັງໝົດ 35 ທ່ານ, ຍິງ 7 ທ່ານ ຈະໄດ້ປະຕິບັດການຮຽນ-ການສອນໄລຍະ 3 ເດືອນ, ລວມ 70 ວັນ, ຮຽນຕົວຈິງ 60 ວັນ, ເທົ່າກັບ 420 ຊົ່ວໂມງ, ເທົ່າກັບ 26,25 ໜ່ວຍກິດ, ລວມມີ 7 ກຸ່ມວິຊາຮຽນ ແລະ 1 ຂຽນບົດລາຍງານຈົບຂັ້ນ ລວມເປັນ 8 ກຸ່ມວິຊາຮຽນ ຄື: ກຸ່ມວິຊາປັດຊະຍາມາກ-ເລນິນ ມີ 7 ບົດ, ກຸ່ມວິຊາເສດຖະສາດການເມືອງມາກ-ເລນິນ ມີ 9 ບົດ, ກຸ່ມວິຊາລັດທິສັງຄົມນິຍົມວິທະຍາສາດ, ການເມືອງວິທະຍາ ແລະສັງຄົມສາດ ມີ 12 ບົດ, ວິຊາແນວຄິດ ໄກສອນ ພົມວິຫານ ມີ 5 ບົດ, ກຸ່ມວິຊາພື້ນຖານການຄຸ້ມຄອງບໍລິຫານທິດສະດີລັດ ແລະກົດໝາຍ, ເຕັກນິກບໍລິຫານ ມີ 7 ບົດ ແລະກຸ່ມວິຊາປະຫວັດສາດພັກ ແລະກໍ່ສ້າງພັກ 10 ບົດ. ນອກນັ້ນ, ນັກສຶກສາຍັງຈະໄດ້ເຄື່ອນໄຫວກິດຈະກໍາອື່ນໆ ທີ່ທາງໂຮງຮຽນວາງອອກ, ການເປີດຮຽນໄດ້ເລີ່ມແຕ່ວັນທີ 09 ມີຖຸນາ 2025 ເຖິງວັນທີ 29 ສິງຫາ 2025 ໃຫ້ສໍາເລັດ.
ໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້ ທ່ານ ນ. ເຮືອຍ ສົມຫວັງ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງ ເມືອງວຽງພູຄາ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີເປີດຊຸດຮຽນ ຊຶ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍທາງຄະນະພັກ ຂອງໂຮງຮຽນ ແລະຄະນະພັກ-ຄະນະນຳ ຂອງເມືອງວຽງພູຄາ ຕະຫຼອດຮອດທຸກພາກສ່ວນທີ່ໄດ້ໃຫ້ຄວາມສຳຄັນ ຊຶ່ງໄດ້ສ່ອງແສງເຖິງຄວາມຕື່ນຕົວ ຂອງທຸກພາກສ່ວນ ແລະທ່ານໄດ້ກ່າວວ່າ: ການຮ່ຳຮຽນເຖິງແມ່ນວ່າຈະຮຽນໜ້ອຍ ຫຼື ຮຽນຫຼາຍ ກໍ່ລ້ວນແຕ່ມີຄຸນຄ່າທັງນັ້ນ, ທ່ານຍັງໄດ້ໃຫ້ທິດຊີ້ນຳ ແລະ ເນັ້ນໜັກຫຼາຍບັນຫາ ໂດຍສະເພາະໃຫ້ເອົາໃຈໃສ່ສຶກສາຮໍ່າຮຽນເອົາທິດສະດີການເມືອງ, ທິດສະດີມາກ-ເລນິນ ດ້ານຄຸນສົມບັດສິນທໍາປະຕິວັດ, ແບບແຜນວິທີເຮັດວຽກ, ຄວາມສາມັກຄີ, ຄວາມເປັນແບບຢ່າງ ແລະນໍາເອົາຄວາມຮູ້ຄວາມສາມາດເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະໃໝ່ໃຫ້ມີຄວາມກ້າວໜ້າຂຶ້ນເລື້ອຍໆ ຕິດພັນກັບການປະຕິ ບັດຂໍ້ແຂ່ງຂັນຮັກຊາດ ແລະພັດທະນາ ເພີ່ມທະວີການຈັດຕັ້ງປະຕິບັດເປັນຂະບວນຟົດຟື້ນຊອກໃຫ້ໄດ້ບຸກຄົນທີ່ດີເດັ່ນ.
ຂ່າວ/ພາບໂດຍ: ອຈ ລັງ ສີສະເກດ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ